ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ຣັດເຊຍ ສັ່ງໃຫ້ສືບສວນ ການກ່າວຫາ ການສໍ້ໂກງ ຄະແນນສຽງ


ປະທານາທິບໍດີຣັດ​ເຊຍ ທ່ານ Dmitry Medvedev ​ທີ່ໄດ້​ອອກຄໍາ
​ສັ່ງ ​ໃຫ້​ທໍາ​ການ​ສືບສວນ ສອບ​ສວນ ການ​ກ່າວ​ຫາ​ກ່ຽວກັບການ​ສໍ້​ໂກງຄະແນນສຽງ
​ເລືອກ​ຕັ້ງ​ ​ໃນ​ໄລຍະ​ການປ່ອນ​ບັດເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໃນອາທິດ​ແລ້ວນີ້.
ປະທານາທິບໍດີຣັດ​ເຊຍ ທ່ານ Dmitry Medvedev ​ທີ່ໄດ້​ອອກຄໍາ ​ສັ່ງ ​ໃຫ້​ທໍາ​ການ​ສືບສວນ ສອບ​ສວນ ການ​ກ່າວ​ຫາ​ກ່ຽວກັບການ​ສໍ້​ໂກງຄະແນນສຽງ ​ເລືອກ​ຕັ້ງ​ ​ໃນ​ໄລຍະ​ການປ່ອນ​ບັດເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໃນອາທິດ​ແລ້ວນີ້.

ໃນ​ວັນ​ອາທິດ​ວານນີ້ ປະທານາທິບໍດີຣັດ​ເຊຍ ທ່ານ Dmitry Medvedev ​ໄດ້​ອອກຄໍາ
ສັ່ງ ​ໃຫ້​ທໍາ​ການ​ສືບສວນ ສອບ​ສວນ ການ​ກ່າວ​ຫາ​ກ່ຽວກັບການ​ສໍ້​ໂກງຄະແນນສຽງ
ເລືອກ​ຕັ້ງ​ ​ໃນ​ໄລຍະ​ການປ່ອນ​ບັດເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໃນອາທິດ​ແລ້ວນີ້.

ການ​ປະກາດ​ນັ້ນ​ໄດ້​ມີ​ຂຶ້ນນຶ່ງ​ມື້​ຫລັງ​ຈາກ ປະຊາຊົນ​ຫລາຍ​ສິບ​ພັນ​ຄົນ​ພາກັນ​ໂຮມຊຸມ
ນຸມ​ກັນ ​ໃນ​ນ​ະຄອນ​ຫລວງ​ມົ​ສ​ກູ ​ແລະ​ຫົວ​ເມືອງ​ອື່ນໆຂອງຣັດ​ເຊຍ ​ ​ເພື່ອຮຽກຮ້ອງ
ໃຫ້​ລົບ​ລ້າງການ​ລົງຄະ​ແນນ​ສຽງທີ່​ມີຂຶ້ນ​ໃນ​ວັນ​ທີ 4 ທັນວາ ທີ່​ໄດ້ຮັບ​ໄຊຊະນະ​ໂດຍ​
ພັກ United Russia ທີ່​ກໍາລັງ​ປົກຄອງ​ປະ​ເທດ​ຂອງ​ນາຍົກ​ລັດຖະມົນຕີ Vladimir
Putin ນັ້ນ. ​ແລະໃຫ້​ທໍາ​ການ​ເລືອກ​ຕັ້ງ​ໃໝ່

ໃນ​ການ​ຂຽນລົງ​ຢູ່​ໃນໜ້າຂ່າວສານ​ທາງ​ສັງຄົມ Facebook ນັ້ນ, ທ່ານ Medvedev
ເວົ້າວ່າ “​ເຖິງ​ແມ່ນ​ວ່າ​ທ່ານ​ບໍ່​ເຫັນ​ດີ​ນໍາ​ຄໍາ​ຂວັນ ຫລື​ຖ້ອຍ​ຄໍ​າ​ໃດໆ ທີ່​ເວົ້າຢູ່​ໃນ​
ການ​ໂຮມຊຸມນຸມ​ນັ້ນ ​ແຕ່​ທ່ານ​ກໍ​ໄດ້ອອກ​ຄໍາ​ສັ່ງ​ໃຫ້​ກວດກາ​ທຸກ​ຂໍ້​ມູນ ທີ່​ມາ​ຈາກ
ສະຖານີ​ປ່ອນ​ບັດ ກ່ຽວກັບ​ດ້ານ​ການປະຕິບັດ​ຕາມກົດໝາຍການ​ເລືອກ​ຕັ້ງ.”

ພາຍ​ໃນ​ບໍ່​ເທົ່າ​ໃດ​ນາທີ ທີ່​ທ່ານ​ໄດ້​ຂຽນຖ້ອຍຖະ​ແຫລ​ງລົງໄປ, ທ່ານ Medvedev
ກໍ​ໄດ້ຮັບຄໍາ​ເຫັນ​ຈາກຝູງ​ຊົນຫລາຍ​ກວ່ານຶ່ງ​ພັນ​ຄໍາ​ຢູ່​ໃນໜ້າ Facebook ຂອງ​ທ່ານ
ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​ເປັນ​ຄໍາ​ເວົ້າທີ່​ໂກດ​ແຄ້ນ ​ແລະ​ບໍ່​ໃຫ້ການ​ນັບຖື​ຕໍ່ທ່ານ. ​ຄໍາ​ທີ່ເວົ້າ
ວ່າ “​ໜ້າບໍ່ອາຍ” ​ແລະ “ພວກ​ເຮົາບໍ່​ເຊື່ອພວກ​ເຈົ້າດອກ!” ​ເປັນ​ຄໍາ​ເວົ້າທີ່​ເວົ້າກັນ​ຫລາຍ
ທີ່​ສຸດ.

ທັງ​ປະທານາທິບໍດີ ​ແລະທ່ານ​ພູ​ຕິນ ບໍ່​ໄດ້​ປະກົດ​ຕົວ​ໃຫ້​ແກ່​ຊຸມ​ຊົນ​ໄດ້​ເຫັນ ​ໃນ​ຊຸມ​ມື້
ທີ່​ຜ່ານ​ມານີ້ ຍ້ອນ​ວ່າ​ພວກ​ຈັດຕັ້ງການ​ປະ​ທ້ວງພະຍາຍາມ​ຊອກ​ຫາທາງ​ທໍາ​ການຕໍ່
ຕ້ານຕໍ່ຜົນ​ການລົງ​ຄະ​ແນ​ນສຽງ​ເລືອກ​ຕັ້ງ. ພວກ​ນັກ​ວິຈານ ​ໄດ້​ກ່າວ​ຫາ​ພັກ United
Russia ທີ່​ກໍາລັງ​ປົກຄອງ​ປະ​ເທດ​ຂອງ​ນາຍົກ​ລັດຖະມົນຕີ Putin ນັ້ນວ່າ ​ໄດ້​ສົມຮູ້
ຮ່ວມຄິດ​ກັນເພີ້ມຄະ​ແນນ​ໃຫ້ພັກ​ຕົນເອ​ງຢ່າງ​ແຜ່​ຫລາຍ ​ແລະ​ການ​ເຮັດຜິດ​ລະບຽບ
ການ​ອື່ນໆອີກ.

ການ​ໂຮມຊຸມນຸມ​ຢູ່​ໃນ​ນະຄອນຫລວງ​ມົສກູ, ​ເມືອງ St. Petersburg ​ແລະ ​ເມືອງ
Khabarovsk ​ທີ່ຢູ່​ທາງ​ຕາ​ເວັນ​ອອກ​ໄກ​ຂອງ​ປະ​ເທດ ໂຮມ​ທັງ​ເມືອງ Vladivostok
ແມ່ນ​ເປັນ​ບັນດາເມືອງ ທີ່ໄດ້ຮັບການ​ກະທົບ​ຫລາຍ​ທີ່​ສຸດ ນັບ​ຕັ້ງ​ແຕ່ໄດ້ມີ​ຄວາມ​ສັບ
ສົນ​ວຸ້ນວາຍ​ເກີດ​ຂຶ້ນ​ໃນ​ຊຸມ​ປີ 1990 ​ແລະສ່ວນ​ໃຫຍ່ແມ່ນ​ເປັນ​ໄປ​ຢ່າງ​ສັນຕິ​ວິທີ. ​ແຕ່​
ຢ່າງ​ໃດ​ກໍ​ຕາມ, ການ​ປະ​ທ້ວງ​ຢູ່​ໃນ​ມົສກູ ​ແລະ​ເມືອງ​ St. Petersburg ​ໃນ​ອາທິດ
ແລ້ວນີ້​ ໄດ້ກະ​ຕຸ້ນ​ໃຫ້​ເກີດມີ​ການ​ປະກົດ​ຕົວ​ຂອງ​ເຈົ້າໜ້າທີ່​ຕໍາຫລວດຢ່າງ​ຫລວງ
ຫລາຍ ແລະ​ໄດ້​ທໍາ​ການ​ຈັບ​ກຸມ​ພວກ​ປະ​ທ້ວງ​ເປັນ​ຫລາຍໆຮ້ອຍຄົນ.

XS
SM
MD
LG