ພວກປະທ້ວງຫຼາຍໆພັນຄົນ ໄດ້ໂຮມຊຸມນຸມກັນທີ່ນະຄອນຫລວງມົສກູ ເພື່ອປະນາມນາຍົກລັດຖະມົນຕີ Vladimir Putin ແລະພັກສະຫະລັດ ຣັດເຊຍຫຼື United Russia ຂອງທ່ານ ໃນວັນຈັນວານນີ້ 1 ມື້ ຫລັງຈາກມີການເລືອກຕັ້ງລັດຖະສະພາ ທີ່ພວກນັກສັງເກດການສາກົນ ແລະຜູ້ນໍາຝ່າຍຄ້ານ ເວົ້າວ່າ ເຕັມໄປດ້ວຍການສໍ້ໂກງຄະແນນນັ້ນ.
ເຖິງແມ່ນວ່າ ຊຶ່ງຊະນະບ່ອນນັ່ງຫຼາຍກວ່າໝູ່ໃນສະພາດູມາຂອງຣັດເຊຍ, ຊຶ່ງເປັນສະພາຕໍ່ານັ້ນ ພັກດັ່ງກ່າວຂອງທ່ານພູຕິນທີ່ໄດ້ຄອບງຳການເມືອງ ຣັດເຊຍມາໄດ້ຫລາຍກວ່າທົດສະວັດນຶ່ງ ໄດ້ຮັບພຽງປະມານ 50% ຂອງການລົງຄະແນນສຽງທັງໝົດ ແລະປັດຈະບັນນີ້ ແມ່ນກໍາ 238 ບ່ອນນັ່ງ ໃນສະພາ ທີ່ມີທັງໝົດ 450 ບ່ອນນັ່ງນັ້ນ.
ພວກປະທ້ວງໄດ້ໄປເຕົ້າໂຮມກັນ ຖ້າມກາງຝົນທີ່ຕົກລົງມາ ເພື່ອປະນາມ ການເລືອກຕັ້ງ ໂດຍຮ້ອງຄໍາຂັວນວ່າ “ຣັດເຊຍທີ່ບໍ່ມີ ພູຕິນ”. ພວກປະທ້ວງຈຳນວນນຶ່ງໄດ້ຖືກຈັບກຸມໃນຂະນະທີ່ພວກເຂົາເຈົ້າໄດ້ເດີນຂະບວນມຸ້ງໜ້າໄປຍັງວັງແກຣມລິນ. ມັນເປັນການເດີນຂະບວນປະທ້ວງຄັ້ງຍິ່ງໃຫຍ່ອັນນຶ່ງ ໃນນະຄອນຫລວງຂອງຣັດເຊຍ ໃນຮອບຫລາຍໆປີມານີ້.
ໃນຕອນເຊົ້າວັນຈັນ ຄະນະຕິດຕາມການກວດກາ ຈາກອົງການຄວາມໝັ້ນ ຄົງ ແລະການຮ່ວມມື ໃນຢູໂຣບ ຫລື OSCE ໄດ້ລາຍງານວ່າ ມີການ ລະເມີດລະບຽບການເລືອກຕັ້ງຫລາຍໆບັ້ນ ແມ່ນເຂົ້າຂ້າງພັກ United Russia. ອົງການ OSCE ເວົ້າວ່າ ການລະເມີດຂັ້ນຕອນໃນການເລືອກຕັ້ງ ລວມມີບັນຫາໃນການນັບຄະແນນສຽງ, ການເຝົ້າຍາມຫີບປ່ອນບັດ ແລະການຂາດຄວາມຍຸດຕິທໍາ.
ລັດຖະບານ ຂອງທ່ານໂອບາມາ ໄດ້ສະແດງ “ຄວາມເປັນຫວ່ງຢ່າງໜັກ” ກ່ຽວກັບ
ການປ່ອນບັດເລືອກຕັ້ງ ແລະຮຽກຮ້ອງໃຫ້ມີການສືບສວນສອບສວນທີ່ຄົບຖ້ວນຕໍ່ສິ່ງ
ທີ່ທ່ານນາງ Hillary Clinton ເອີ້ນວ່າ “ມີການລາຍງານທີ່ໜ້າເຊື່ອຖືໄດ້ ກ່ຽວກັບການ
ປອມແປງ ແລະການສໍ້ໂກງຄະແນນ ແຕ່ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ຢືນຢັດວ່າ ການ ເລືອກຕັ້ງທີ່ວ່ານີ້ດຳເນີນໄປດ້ວຍຄວາມຍຸຕິທຳ ຊື່ສັດແລະເປັນປະຊາທິປະໄຕ.
Thousands Protest 'Fraudulent' Russian Elections | Europe | English