ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຣັດ​ເຊຍ​ ໃຊ້​ສື່​ສັງ​ຄົມ​ສຳ​ຄັນທຸກ​ຢ່າງ ເປັນ​ເວ​ທີຊ່ວຍ​ໃຫ້​ທ່ານ​ທ​ຣຳ ຊະ​ນະການ​ເລືອກ​ຕັ້ງ


ອະ​ດີດ​ທີ່​ປຶກ​ສາ ໜ່ວຍໂຄ​ສະ​ນາ​ຫາ​ສຽງ ຂອງທ່ານ​ດໍ​ໂນ​ລ ທ​ຣຳ ຄື​ທ່ານ ຈອດ​ຈ໌ ປາ​ປາ​ໂດ​ປູ​ໂລ​ສ (ກາງ) ຜູ້​ທີ່​ເຮັດ​ໃຫ້​ມີ​ການ​ສືບ​ສວນຣັດ​ເຊຍ ກຳ​ລັງຍ່າງ​ອອ​ກ​ມາ​ຈາກ​ສານ ລັດ​ຖະ​ບານ​ກາງ ວັນ​ທີ 7 ກັນ​ຍາ 2018.
ອະ​ດີດ​ທີ່​ປຶກ​ສາ ໜ່ວຍໂຄ​ສະ​ນາ​ຫາ​ສຽງ ຂອງທ່ານ​ດໍ​ໂນ​ລ ທ​ຣຳ ຄື​ທ່ານ ຈອດ​ຈ໌ ປາ​ປາ​ໂດ​ປູ​ໂລ​ສ (ກາງ) ຜູ້​ທີ່​ເຮັດ​ໃຫ້​ມີ​ການ​ສືບ​ສວນຣັດ​ເຊຍ ກຳ​ລັງຍ່າງ​ອອ​ກ​ມາ​ຈາກ​ສານ ລັດ​ຖະ​ບານ​ກາງ ວັນ​ທີ 7 ກັນ​ຍາ 2018.

ຣັດ​ເຊຍ​ໄດ້​ໃຊ້​ເວ​ທີ​ສື່​ສັງ​ຄົມທີ່ສຳ​ຄັນ​ທຸກໆ​ຢ່າງ ເພື່ອ​ເປັນ​ເປົ້າ​ໝາຍແນ​ໃສ່​ບັນ​ດາ​ຜູ້​
ປ່ອນ​ບັດ​ດ້ວຍຂໍ້​ມູນ​ທີ່​ບໍ່​ຖືກ​ຕ້ອງ ເພື່ອ​ຊ່ວຍ​ໃຫ້​ທ່າ​ນ​ດໍ​ໂນ​ລ ທ​ຣໍາ ຖືກ​ເລືອກ​ເປັນ​ປະ
​ທາ​ນາ​ທິ​ບໍ​ດີ ອີງ​ຕາມ​ລາຍງ​ານ​ຂ່າວໃໝ່ ​ທີ່ໄດ້ກະ​ກຽ​ມໃຫ້​ແກ່​ສະ​ພາ​ສູງ​ສະ​ຫະ​ລັດ
ແລະທີ່ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ໄດ້​ຮູ້ເຫັນ​.​

ລາຍ​ງານນັ້ນ​ກ່າວ​ວ່າ ຊາວ​ຣັດ​ເຊຍເຮັດ​ວຽກ​ໃຫ້​ແກ່​ກຸ່ມ​ນຶ່ງ​ທີ່​ເອີ້ນວ່າ ອົງ​ການ​ຄົ້ນ
​ຄວ້າ​ອິນ​ເຕີ​ແນັດ (IRA) ໄດ້​ເລີ້ມ​ທົດ​ລອງ​ກັບ​ສື່​ສັງຄົມ​ເພື່ອ​ແຊກ​ແຊງເຂົ້າໃນ​ການ​
ເລືອກ​ຕັ້ງ​ໃນ​ປີ 2009 ແລະ​ໄດ້​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ ຕໍ່ມາ​ໃສ່ການ​
ເລືອກ​ຕັ້ງ​ໃນສະ​ຫະ​ລັດ​ໃນ​ປີ 2013 ໂດຍການ​ສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີ.

ມັນ​ໄດ້​ເພີ້ມ​ຄວາມ​ນິ​ຍົມ​ອື່ນ​ໆ​ເຂົ້າ​ໃນ​ໜ້າສື່​ສັງ​ຄົມເພື່ອ​ເປັນ​ໂຄ​ສະ​ນາ​ຂອງ​ຕົນ ຮວມ​
ທັງ​ຢູ​ທູບ ເຟ​ສ​ບຸກ ແລະ​ອິ​ນ​ສ​ເຕີກ​ຣາ​ມນຳ.

ສຳ​ລັບ​ການ​ໂຄ​ສະ​ນາ​ຫາ​ສຽງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016 ນັ້ນ ລາຍ​ງານ​ກ່າວ​ວ່າ ຣັດ​
ເຊຍ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຍຸຍົງ​ບັນ​ດ​າ​ຜູ້​ລົງ​ຄະ​ແນນ​ສ​ຽງ​ອະ​ນຸ​ລັກ​ນິ​ຍົມ ເພື່ອ​ສະ​ໜັບ​
ສະ​ໜູນ​ທ່ານ​ທ​ຣຳ ໂດຍ​ການ​ເນັ້ນ​ໜັກ​ບັນ​ຫາ​ດັ່ງ​ກ່າວ​ເຊັນ​ວ່າສິດ​ທິໃນ​ການ​ຖື​ປືນ
ແລະ​ຄົນ​ເຂົ້າ​ເມືອງ.

ໃນ​ເວ​ລ​າ​ດຽວ​ກັນ ພ​ວກ​ນັກ​ສືບ​ຣັດເ​ຊຍກໍ​ໄດ້​ສົ່ງ​ສານປ່ອນ​ບັດ​ມືດ ແລະ​ຂໍ້​ມູນ​ອື່ນໆ
ທີ່ແນ​ໃສ່​ໃຫ້​ເກີດ​ຄວາມ​ສັ​ບ​ສົນ​ແກ່​ເຂົາ​ເຈົ້າ ກ່ຽວ​ກັບ​ການ​ດຳ​ເນີນ​ການເລືອກ​ຕັ້ງ
ຮວມ​ທັງໃຫ້​ຂໍ້​ມູນ​ຜິ​ດໆກ່ຽວ​ກັບ​ການ​ປ່ອນ​ບັດ.

ພວກ​ພະ​ນັກ​ງານ​ກຳ​ລັງ​ກ່າວ​ຢູ່​ຕໍ່​ໜ້າ​ບ່ອນ​ສະ​ແດງ ປະ​ຈຳ​ປີຂອງ ເຟ​ສ​ບຸກ ທີ່​ເມືອງ​ແຊນ​ ໂຮ​ເຊ ລັດ​ຄາ​ລິ​ຟໍ​ເນຍ ເມ​ສາ ທີ 18, 2017.
ພວກ​ພະ​ນັກ​ງານ​ກຳ​ລັງ​ກ່າວ​ຢູ່​ຕໍ່​ໜ້າ​ບ່ອນ​ສະ​ແດງ ປະ​ຈຳ​ປີຂອງ ເຟ​ສ​ບຸກ ທີ່​ເມືອງ​ແຊນ​ ໂຮ​ເຊ ລັດ​ຄາ​ລິ​ຟໍ​ເນຍ ເມ​ສາ ທີ 18, 2017.

ສ່ວນ​ບັນ​ດາ​ກຸ່​ມ​ອື່ນໆ ເຊັ່ນ​ວ່າ​ກຸ່ມເສ​ລີ ພວກ​ແມ່​ຍິງ ຊາວ​ມຸ​ສ​ລິມ ຊາວ​ລາ​ຕິນ ແລະ​
ທະ​ຫານ​ຜ່ານ​ເສິກ ກໍຍັງ​ຕົກ​ເປັນ​ເປົ້າ​ໝາຍ​ທີ່​ຄ້າຍ​ຄື​ກັບ​ສານ​ອື່ນໆ ທີ່​ປາ​ກົດ​ວ່າ​ເປັນ
​ທີ່​ດືງ​ດູດ​ແກ່​ການ​ເມືອງ​ຂອງ​ເຂົາ​ເຈົ້າ ຫຼື​ພະ​ຍາຍ​າມ​ທີ່​ຈະ​ຊັກ​ຊວນ​ໃຫ້​ເຂົາ​ເຈົ້າ​ບໍ່ໃຫ້
​ປ່ອນ​ບັດ.

ລາຍ​ງານ​ກ່າວ​ວ່າ ອີງ​ຕາມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ແລ້ວແມ່ນວ່າ “ອັນ​ເປັນ​ທີ່​ແຈ້ງ​ຂາວ​ກໍ​ຄື
​ ສ​ານ​ທັງ​ໝົດ​ເປັນ​ທີ່​ແຈ່ມ​ແຈ້ງ​ ແມ່ນເພື່ອຊອກ​ຫາ​ຜົນ​ປະ​ໂຫ​ຍດ​ໃຫ້ແກ່​ພັກ​ຣີ​ພັບ
​ບ​ລິ​ກັນ ແລະ​ໂດຍ​ສະ​ເພາະ​ແມ່ນ​ເພື່ອທ່ານ​ດໍ​ໂນ​ລ ທ​ຣຳ.”

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG