ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນຣັດເຊຍ ໂຮມຊຸມນຸມປະທ້ວງ ຕໍ່ຕ້ານ ການສໍ້ໂກງຄະແນນ ໃນການເລືອກຕັ້ງ


ປະຊາຊົນຊາວຣັດເຊຍ ພາກັນໂຮມຊຸມນຸມປະທ້ວງໃນທົ່ວປະເທດ ຕໍ່ຕ້ານການສໍ້ໂກງຄະແນນສຽງໃນການເລືອກ ຕັ້ງ (10 ທັນວາ 2011)
ປະຊາຊົນຊາວຣັດເຊຍ ພາກັນໂຮມຊຸມນຸມປະທ້ວງໃນທົ່ວປະເທດ ຕໍ່ຕ້ານການສໍ້ໂກງຄະແນນສຽງໃນການເລືອກ ຕັ້ງ (10 ທັນວາ 2011)

ປະຊາຊົນຊາວຣັດເຊຍໄດ້ ມີຄວາມໂກດແຄ້ນກ່ຽວກັບການເລືອກຕັ້ງສະພາແຫ່ງຊາດທີ່ພວກ
ເຂົາເຈົ້າເຊື່ອວ່າ ມີການສໍ້ໂກງຄະແນນສຽງນັ້ນເລີ່ມທຳການປະທ້ວງໃນທົ່ວປະເທດໃນວັນເສົາ
ມື້ນີ້ຊຶ່ງເປັນການທ້າທາຍທີ່ໃຫຍ່ທີ່ສຸດເທົ່າເຖິງປັດຈຸບັນຕໍ່ນາຍົກລັດຖະມົນຕີ Vladimir Pu-
tin ແລະພັກ United Russia ຂອງທ່ານ.

ການປະທ້ວງຈຸດທຳອິດເລີ່ມຂຶ້ນ ໃນເຂດພາກຕາເວັນອອກໄກຂອງຣັດເຊຍ. ມີພວກປະທ້ວງ
ປະມານ 20 ຄົນໄດ້ຖືກຈັບທີ່ເມືອງ Khabarovsk.

ເຈົ້າໜ້າທີ່ໃນກຸງມົສກູໄດ້ອະນຸຍາດໃຫ້ 30,000 ຄົນຈັດການໂຮມຊຸມນຸມກັນໃນວັນເສົາມື້ນີ້
ທີ່ຈະຕຸລັດແຫ່ງນຶ່ງ ຕັ້ງກົງກັນຂ້າມ ຟາກແມ່ນໍ້າ ກັບວັງເຄຣັມລິນການໂຮມຊຸມນຸມເຫຼົ່ານີ້ມີ
ຂຶ້ນລຸນຫຼັງທີ່ໄດ້ມີການປາບປາມພວກປະທ້ວງຢ່າງຮຸນແຮງຫຼາຍໆຄັ້ງ ໃນຕົ້ນອາທິດນີ້ ຫຼັງ
ຈາກ ພັກຂອງທ່ານ Putin ໄດ້ຊະນະການເລືອກຕັ້ງສະພາແຫ່ງຊາດໃນມື້ວັນອາທິດແລ້ວ.

ພັກຂອງນາຍົກລັດຖະມົນຕີ Putin ຍັງສາມາດຄວບຄຸມສະພາຕໍ່າດ້ວຍຄະແນນສຽງພຽງ
ໜ້ອຍດຽວເທົ່ານັ້ນແຕ່ບັນດາພັກຝ່າຍຄ້ານແລະພວກນັກສັງເກດການໂຕ້ແຍ້ງວ່າການໄດ້
ຮັບໄຊຊະນະດັ່ງກ່າວບາງທີອາດເປັນຜົນເນື່ອງມາຈາກການເວົ້າໂຍກຈົນເກີນໄປ.

ເປັນທີ່ປາກົດວ່າທ່ານ Putin ອາດຈະເປັນຜູ້ຊະນະໃນການເລືອກຕັ້ງຊຶ່ງຈະມີຂຶ້ນໃນເດືອນ
ມີນາປີໜ້າທີ່ທ່ານຈະກັບຄືນເຂົ້າໄປຮັບຕຳແໜ່ງປະທານາທິບໍດີຣັດເຊຍອີກ.

ໃນມື້ວັນພະຫັດຜ່ານມານີ້ ທ່ານ Putin ໄດ້ໂຈມຕີລັດຖະມົນຕີການຕ່າງປະເທດສະຫະລັດ
ທ່ານນາງ Hillary Clinton ຍ້ອນການໃຫ້ທັດສະນະຄວາມເຫັນຂອງ ທ່ານນາງກ່ຽວກັບ
ການເລືອກຕັ້ງແລະການປະທ້ວງໃນຣັດເຊຍ ທ່ານ Putin ໄດ້ ກ່າວຫາທ່ານນາງ Clinton ວ່າຍຸແຍ່ໃຫ້ມີການປະທ້ວງເພື່ອຈະເຮັດໃຫ້ຣັດເຊຍອ່ອນແອ.

XS
SM
MD
LG