ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໂມສໂກຫລາຍໝື່ນຄົນ ໂຮມຊຸມນຸມປະທ້ວງ (ເບິ່ງຮູບສະໄລດ໌)


ຫລາຍພັນຄົນພາກັນຫລັ່ງໄຫລເຂົ້າສູ່ຖະນົນຫົນທາງໃນນະ ຄອນຫລວງໂມສໂກເມື່ອວັນ ເສົາ ວັນທີ 9 ທັນວາ
ເພື່ອປະທ້ວງການສໍ້ໂກງຄະແນນສຽງເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ. ຕາມທີ່ມີການກ່າວຫາທີ່
ຊະນະໂດຍພັກ United Russiaທີ່ກໍາລັງປົກຄອງປະເທດຂອງນາຍົກລັດຖະມົນຕີ Vladimir Putin ນັ້ນ.
ຫລາຍພັນຄົນພາກັນຫລັ່ງໄຫລເຂົ້າສູ່ຖະນົນຫົນທາງໃນນະ ຄອນຫລວງໂມສໂກເມື່ອວັນ ເສົາ ວັນທີ 9 ທັນວາ ເພື່ອປະທ້ວງການສໍ້ໂກງຄະແນນສຽງເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ. ຕາມທີ່ມີການກ່າວຫາທີ່ ຊະນະໂດຍພັກ United Russiaທີ່ກໍາລັງປົກຄອງປະເທດຂອງນາຍົກລັດຖະມົນຕີ Vladimir Putin ນັ້ນ.

ປະຊາຊົນ​ຫລາຍ​ສິບ​ພັນ​ຄົນ​ພາກັນ​ຫລັ່ງ​ໄຫລເຂົ້າສູ່​ຖະນົນ​ຫົນທາງ​ໃນ​ນ​ະຄອນ​ຫລວງ​
ໂມ​ສ​ໂກ ​ແລະ​ຫົວ​ເມືອງ​ອື່ນໆ​ທົ່ວ​ປະ​ເທດຣັດ​ເຊຍ ​ເມື່ອ​ວັນ ​ເສົາ​ວານ​ນີ້ ​ເພື່ອ​ປະ​ທ້ວງການ​
ສໍ້​ໂກງຄະແນນສຽງ ໃນການ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດຕາມທີ່ມີການກ່າວ
ຫາທີ່​ຊະນະ​ໂດຍ​ພັກ United Russia ທີ່​ກໍາລັງ​ປົກຄອງ​ປະ​ເທດ​ຂອງ​ນາຍົກ​ລັດຖະມົນຕີ
Vladimir Putin ນັ້ນ.

ຕໍາຫລວດ​ລາຍ​ງານ​ວ່າ ພວກ​ເດີນ​ຂະ​ບວນປະ​ທ້ວງ​ຢ່າງ​ໜ້ອຍ 20,000 ຄົນ ທີ່​ຈະຕຸ​ລັດ
Bolotnaya ຂອງ​ໂມ​ສ​ໂກ ທີ່​ຢູ່​ຝັ່ງ​ກົງ​ຂ້າມ​ກັບ​ວັງ​ເຄຣມລິນ ​ເຖິງ​ແມ່ນ​ພວກ​ຈັດການ​ປະ
ທ້ວງ​ໃຫ້​ຕົວ​ເລກປະມານ 50,000 ຄົນນັ້ນ. ພວກ​ເຈົ້າໜ້າ​ທີ່​ທີ່​ໂມ​ສ​ໂກ​ໄດ້ອະນຸຍາດ​ໃຫ້
ມີ​ການ​ເຕົ້າໂຮມ​ກັນ 30,000 ຄົນ​ ທີ່​ຈະຕຸ​ລັດ​ນີ້.

ຍົນ​ເຮຣິຄອບ​ເຕີ ບິນ​ລາດຕະ​ເວນ​ຢູ່ເທິງ​ນ່ານຟ້າແຫ່ງ​ຕ່າງໆ ​ແລະ​ລົດ​ບັນທຸກ​ພວກ​ຕໍາ​
ຫລວດ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ປາບ​ຈະລາຈົນ ​ໄດ້​ຖືກສົ່ງ​ໄປ​ປະ​ຈໍາ​ການ​ຢູ່ເຂດ​ປະ​ທ້ວງ
ຊຶ່ງ​ເວລາ​ນີ້​ຍັງ​ບໍ່​ມີ​ລາຍ​ງານ​ການ​ປະ​ທະ ຫລື​ການ​ຈັບ​ກຸມ​ໃດໆ​ທີ່​ແຜ່​ລາມ​ອອກ​ໄປ​ຢ່າງ​
ກວ້າງຂວາງເທື່ອ.

ການ​ໂຮມ​ຊຸມນຸມ​ກັນ ໄດ້​ເລິ່ມຂຶ້ນ​ໃນ​ຫລາຍ​ຫົວ​ເມືອງອື່ນໆ​ທົ່ວ​ສ່ວນ​ໃຫຍ່ຂອງ​ປະ​ເທດ
ໂຮມ​ທັງ​ເມືອງ Vladivostok ​ເມືອງ​ທ່າ​ປາຊິ​ຟິກ ບ່ອນ​ທີ່ ຫລາຍ​ຮ້ອຍ​ຄົນ​ໄປ​ເຕົ້າ​ໂຮມ
ກັນ​ນັ້ນ ມີ​ຫລາຍໆ​ຄົນທີ່​ຖື​ແຜ່ນ​ປ້າຍ​ທີ່​ອ່ານ​ວ່າ ພວກ​ໜູ​ທັງຫລາຍ​ຄວນ​ໜີ​ອອກ​ໄປ.

ຢ່າງ​ໜ້ອຍ​ມີ​ປະຊາຊົນ 7,000 ຄົນ ທີ່​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຈະຕຸ​ລັດ St. Petersburg
ໃນ​ຂະນະ​ທີ່ຢູ່​ໃນ​ເມືອງ Khabarovsk ທີ່​ມີ​ຄົນ​ຖືກ​ຈັບ​ກຸມ ຢ່າງ​ໜ້ອຍ 30 ຄົນ ຫລັງ​
ຈາກ​ການ​ປະ​ທ້ວງ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ຢ່າງ ​ເປັນ​ທາງ​ການໄດ້​ເລີ່​ມຂຶ້ນ ນອກ​ນີ້​ແລ້ວ
ຍັງ​ມີ​ລາຍ​ງານ​ວ່າ​ມີພວກ​ປະ​ທ້ວງ ຢູ່​ຫລາຍໆ​ຫົວ​ເມືອງ​ໃນ​ໄຊ​ບີ​ເຣຍນັ້ນ​ນໍາ.

ການ​ໂຮມ​ຊຸມ​ນຸມກັນຢູ່ແຫ່ງ​ຕ່າງໆ ຕິດຕາມ​ມາ​ດ້ວຍ​ການ​ກວາດ​ລ້າງ​ຢ່າງຮຸນ​ແຮງ ​
ໃນ​ການ​ເດີນ​ຂະ​ບວນປະ​ທ້ວງ​ຫລາຍ​ບັ້ນ​ໃນ​ຕົ້ນ​ອາທິດ​ນີ້ ຫລັງຈາກພັກ​ຂອງ​ທ່ານ
ພູ​ຕິນ ຊະນະ​ການ​ເລື​ອກຕັ້ງ​ສະມາຊິກ​ສະພາ​ເມື່ອ​ວັນອາທິດ​ຜ່ານ​ມາ​ນັ້ນ.

XS
SM
MD
LG