ຜູ້ນໍາຝ່າຍຄ້ານາຂອງຣັດເຊຍທ່ານ Alexei Navalny ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະ
ປຸກລະດົມໃຫ້ທຳການຂັດຂືນແບບສະຫງົບຕໍ່ອັນທີ່ທ່ານເອີ້ນວ່າ ການປຸ້ນສະດົມເອົາ
ການເລືອກຕັ້ງປະທານາທິບໍດີ ຂອງທ່ານ Vladimir Putin ນັ້ນ.
ທ່ານ Navalny ກ່າວວ່າ ຫລາຍສິບພັນຄົນຈະພາກັນອອກມາເດີນຂະບວນປະທ້ວງ
ຢູ່ຕາມຖະໜົນຫົນທາງໃນເມືອງຕ່າງໆຂອງຣັດເຊຍ ແລະຈະດໍາເນີນການປະທ້ວງຢູ່
ຕໍ່ໄປຈົນກວ່າຄຳຮຽກຮ້ອງຂອງພວກເຂົາເຈົ້າຈະໄດ້ຮັບການສະໜອງຕອບ.
ຕຳຫຼວດໄດ້ຈັບກຸມທ່ານ Navalny ແລະພວກຝ່າຍຄ້ານອີກຫຼາຍຮ້ອຍຄົນທີ່ໃຫ້ການ
ສະໜັບສະໜຸນໃນລະຫວ່າງການໂຣມຊຸມນຸມຕໍ່ຕ້ານທ່ານ ພູຕິນ ທີ່ກຸງມົສກູ ໃນວັນ
ຈັນວານນີ້. ຕໍ່ມາທ່ານໄດ້ຖືກປ່ອຍຕົວ. ພວກປະທ້ວງຫຼາຍຄົນພາກັນຮ້ອງໂຮວ່າ "ຣັດ
ເຊຍທີ່ປາສຈາກພູຕິນ,” ແລະ “ກຳລັງຂອງຊາວຣັດເຊຍຫຼາຍໆລ້ານຄົນ ບໍ່ແມ່ນເຈົ້າ
ໜ້າທີ່ຕຳຫຼວດ.”
ໃນຂະນະດຽວກັນ ພວກສະໜັບສະໜຸນທ່ານພູຕິນຫລາຍພັນຄົນກໍພາກັນໂຮມຊຸມ
ນຸມເດີນຂະບວນແລະໂບກທຸງຣັດເຊຍຢູ່ນອກວັງ Kremlin.
ນາຍົກລັດຖະມົນຕີພູຕິນ ໄດ້ຊະນະການເລືອກຕັ້ງປະທານາທິບໍດີໃນວັນອາທິດຜ່ານ
ມານີ້ ດ້ວຍຄະແນນສຽງອັນຖ້ວມລົ້ນ. ບັນດານັກສັງ ເກດການຂອງຢູໂຣບກ່າວວ່າ
ການເລືອກຕັ້ງນີ້ເປັນທີ່ຈະແຈ້ງວ່າ ມີຄວາມລຳອຽງເຂົ້າຂ້າງທ່ານພູຕິນ. ນອກນັ້ນ
ເຂົາເຈົ້າຍັງໄດ້ລາຍງານວ່າ ມີການປ່ອນບັດແບບບໍ່ປົກກະຕິ ໃນນຶ່ງສ່ວນສາມຂອງ
ໜ່ວຍປ່ອນບັດ.
ທ່ານພູຕິນເອີ້ນການເລືອກຕັ້ງໃນຄັ້ງນີ້ວ່າ “ເປັນທີ່ເປີດເຜີຍ ແລະເປັນການແຂ່ງຂັນ
ທີ່ບໍ່ມີການສໍ້ໂກງ.”