ປະຊາທິປະໄຕຂອງຣັດເຊຍໄດ້ດິ່ງລົງເຖິງຈຸດທີ່ຮ້າຍແຮງທີ່ສຸດໃນອາທິດນີ້ ເມື່ອທ່ານ
ແອຟກີນີ ຣອຍສແມນ (Evgeny Roizman) ເຈົ້າເມືອງທີ່ມີແນວຄິດເອກະລາດຂອງ
ເມືອງອີກາເທີຣິນບຸກ (Yekaterinburg), ຊຶ່ງເປັນເມືອງໃຫຍ່ອັນດັບ 4 ຂອງຣັດເຊຍ
ໄດ້ລາອອກຈາກຕໍາແໜ່ງ ເພື່ອເປັນການປະທ້ວງ.
ຄວາມບໍ່ພໍໃຈຂອງທ່ານເຈົ້າເມືອງເປັນທີ່ໜ້າເຂົ້າໃຈຢູ່: ທ່ານຖືກບັງຄັບໃຫ້ລົບລ້າງ
ການເລືອກຕັ້ງສໍາລັບຕໍາແໜ່ງທີ່ທ່ານໄດ້ໂຄສະນາຫາສຽງເອົາ ແລະໄດ້ຮັບໄຊຊະນະ
ໃນນາມທີ່ເປັນຜູ້ລົງສະໝັກທີ່ຄັດຄ້ານລັດຖະບານໃນການແຂ່ງຂັນກັບທຸກຜູ້ທຸກຄົນ
ທີ່ເຂົ້າສະໝັກ ເມື່ອປີ 2013.
ໃນຕອນປະກາດການລາອອກຂອງທ່ານນັ້ນ ທ່ານ ຣອຍສແມນ (Roizman) ເວົ້າວ່າ
"ເນື່ອງຈາກວ່າ ຂ້າພະເຈົ້າໄດ້ຖືກເລືອກຕັ້ງໂດຍຊາວເມືອງນີ້ ຂ້າພະເຈົ້າຈະປົກປ້ອງ
ຜົນປະໂຫຍດຂອງຄົນໃນເມືອງນີ້.” "ຂ້າພະເຈົ້າຈະບໍ່ເຂົ້າຮ່ວມໃນເລື້ອງນີ້ບໍ່ວ່າຈະຢູ່
ໃນສະພາບການໃດໆກໍຕາມ."
ພວກນັກວິຈານເວົ້າວ່າ ໂດຍການເຮັດເຊັ່ນນັ້ນ ເມືອງອີກາເທີຣິນບຸກ (Yekaterinburg) ຈຶ່ງເປັນຄືກັນກັບພວກຕົວເມືອງຕ່າງໆ ທີ່ມີຈໍານວນນັບມື້ ນັບເພີ້ມຂຶ້ນ ໂດຍທີ່ຖືກລັດຖະບານແຄຣມລິນເອົາຄົນທີ່ຕົນແຕ່ງຕັ້ງ ແລະຮັບຮອງມາສັບປ່ຽນແທນຜູ້ທີ່ໄດ້ຮັບການເລືອກຕັ້ງໂດຍກົງມາກໍາຕໍາແໜ່ງຕ່າງໆ --ຊຶ່ງໄດ້ປັດເຂ່ຍໂອກາດທີ່ຊາວຣັດເຊຍຈະສາມາດເຂົ້າຮ່ວມຊີວິດການເມືອງ ຢູ່ໃນຂັ້ນຮາກຖານທີ່ຖືກຈໍາກັດຮັດແຄບຢູ່ແລ້ວນັ້ນ ເພີ້ມຂຶ້ນອີກ.
ຢູ່ໃນເມືອງອີກາເທີຣິນບຸກ (Yekaterinburg) ນັ້ນ ການຕັດສິນໃຈລົບລ້າງການເລືອກຕັ້ງໂດຍກົງ ແມ່ນມີຄົນສະໜັບສະໜຸນຫລັກ ຢູ່ໃນກຸ່ມຂອງທ່ານ ອິຟກີນີ ຄີວວັດເຊບ (Yevgeny Kuivashev) ເຈົ້າແຂວງທີ່ໄດ້ຮັບການໜຸນຫລັງຈາກແຄຣມລິນຢູ່ໃນຂົງເຂດດັ່ງກ່າວ. ພວກເຈົ້າເມືອງໃນອະນາຄົດ ບັດນີ້ຈະ ຖືກຄັດເລືອກເອົາໂດຍພວກສະ
ມາຊິກສະພາ ຊຶ່ງເປັນການເຄື່ອນໄຫວທີ່ທ່ານ ຄີວວັດເຊບ (Kuivashev) ກ່າວຊໍ້າແລ້ວ ຊໍ້າອີກວ່າ ຈະເປັນການປະຢັດເງິນຂອງເມືອງ ແລະເຮັດໃຫ້ການປົກຄອງມີລັກສະນະກະທັດຮັດ.