ຣັດເຊຍ ໃນວັນອາທິດວານນີ້ແມ່ນກຳລັງຫຍັບໃກ້ເຂົ້າໃນການຄ້າງຊຳລະໜີ້ສິນຕ່າງປະເທດເປັນຄັ້ງທຳອິດໃນຮອບນຶ່ງສັດຕະວັດ.
ການຈ່າຍດອກເບ້ຍລວມ 100 ລ້ານໂດລາ ໃນຂໍ້ຜູກມັດສອງອັນ ດັ້ງເດີມແລ້ວແມ່ນມີກຳນົດໃສ່ວັນທີ 27 ພຶດສະພາ, ແຕ່ມີໄລຍະປອດໜີ້ 30 ວັນ.
ຣັດເຊຍ ໄດ້ປະສົບຄວາມຫຍຸ້ງຍາກທີ່ຈະທຳການຈ່າຍເງິນດັ່ງກ່າວຍ້ອນມາດຕະການຫ້າມຕ່າງໆຕໍ່ກິດຈະການດ້ານເງິນຂອງເຂົາເຈົ້າທີ່ກ່ຽວຂ້ອງກັບມາດຕະການລົງໂທດ ທີ່ຖືກກຳນົດໃສ່ໃນການຕອບໂຕ້ຕໍ່ການບຸກລຸກ ຢູເຄຣນ ທີ່ໄດ້ເລີ່ມຂຶ້ນໃນທ້າຍເດືອນກຸມພາທີ່ຜ່ານມາ.
ກອງກຳລັງ ຣັດເຊຍ ໄດ້ເປີດການໂຈມຕີດ້ວຍລູກສອນໄຟຄັ້ງໃໝ່ໃນວັນອາທິດວານນີ້ໃສ່ສອງເມືອງທີ່ໃຫຍ່ທີ່ສຸດຂອງ ຢູເຄຣນ ຄືນະຄອນຫຼວງ ກີຢິບ ແລະ ຄາກີບ.
ເຈົ້າຄອງນະຄອນຫຼວງ ກີຢິບ ທ່ານ ວິຕາລີ ຄລິຈໂກ ໄດ້ກ່າວວ່າ ຕຶກອາພາດເມັ້ນຢ່າງໜ້ອຍສອງແຫ່ງໃນເມືອງດັ່ງກ່າວໄດ້ຖືກໂຈມຕີ, ເຮັດໃຫ້ຢ່າງໜ້ອຍນຶ່ງຄົນເສຍຊີວິດ, ແລະ 4 ຄົນໄດ້ຮັບບາດເຈັບ.
ຣັດເຊຍ ໄດ້ຂະຫຍາຍການໃຊ້ລູກສອນໄຟນຳວິຖີຂອງເຂົາເຈົ້າ, ໂຈມຕີເປົ້າໝາຍຕ່າງໆໃນທົ່ວພາກຕາເວັນຕົກສຽງເໜືອຂອງ ຢູເຄຣນ. ສຽງສັນຍານເຕືອນໄພທາງອາກາດ ແມ່ນໄດ້ດັງຂຶ້ນໃນຫຼາຍຕົວເມືອງ.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວວ່າການໂຈມຕີນະຄອນ
ຫຼວງ ກີຢິບ ຂອງຣັດເຊຍ, ໃນຂະນະທີ່ທ່ານໄດ້ປາກົດຕົວຢູ່ພິທີເປີດກອງປະຊຸມ G7 ກັບນາຍົກລັດຖະມົນຕີ ເຢຍຣະມັນ ທ່ານ ໂອລາຟ ໂຊລສ໌ ນັ້ນ “ແມ່ນຄວາມປ່າເຖື່ອນຍິ່ງຂຶ້ນຂອງເຂົາເຈົ້າ.”
ການບຸກລຸກ ຢູເຄຣນ ຂອງ ຣັດເຊຍ ແມ່ນຈຸດເພັ່ງເລັງທີ່ສຳຄັນຂອງກອງປະຊຸມສຸດຍອດນັ້ນ. ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ແມ່ນມີກຳນົດທີ່ຈະກ່າວຄຳປາໄສຢູ່ກອງປະຊຸມດັ່ງກ່າວໃນວັນຈັນມື້ນີ້.
ທ່ານ ໄບເດັນ ໄດ້ກ່າວວ່າ ສະຫະລັດ ແລະ ປະເທດກຸ່ມ G7 ອື່ນໆຈະຫ້າມການນຳເຂົ້າຄຳຂອງ ຣັດເຊຍ, ເຊິ່ງແມ່ນມາດຕະການລົງໂທດຫຼ້າສຸດຕໍ່ ຣັດເຊຍ ໃນການຕອບໂຕ້ຕໍ່ການບຸກລຸກ ຢູເຄຣນ ຂອງເຂົາເຈົ້າ, ທີ່ຕອນນີ້ແມ່ນເດືອນທີ 5 ແລ້ວ.
ບັນດາຜູ້ນຳຂອງປະເທດກຸ່ມ G7 ຄື ການາດາ, ຝຣັ່ງ, ເຢຍຣະມັນ, ອິຕາລີ, ຍີ່ປຸ່ນ, ສະຫະຣາຊະອານາຈັກ ອັງກິດ ແລະ ສະຫະລັດ ແມ່ນກຳລັງພະຍາຍາມທີ່ຈະຮັກສາຄວາມສາມັກຄີກັນ ຕໍ່ຕ້ານ ຣັດເຊຍ, ເຖິງແມ່ນວ່າ ຈະມີຄວາມສູນເສຍຂອງສົງຄາມ ຕໍ່ເສດຖະກິດຂອງເຂົາເຈົ້າເພີ່ມຂຶ້ນກໍ່ຕາມ, ລວມທັງໃນ ສະຫະລັດ, ເຊິ່ງກຳລັງປະເຊີນໜ້າກັບລາຄາຜູ້ບໍລິໂພກ ທີ່ສູງໃນຮອບ 4 ທົດສະວັດ.