ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກຸ່ມກິລາຕ່າງໆ ຢາກໃຫ້ນັກກິລາ ທຸກຄົນຂອງ ຣັດເຊຍ ຖືກຫ້າມບໍ່ໃຫ້ໄປຮ່ວມແຂ່ງຂັນ ກິລາ ໂອລິມປິກ


ທ່ານ Grigory Rodchenkov, ອະດິດຜູ້ອຳນວຍ ການອົງການຕໍ່ຕ້ານການໃຊ້ສານກະຕຸ້ນຂອງ ຣັດເຊຍ RUSADA, ກ່າວຕໍ່ໜັງສືພິມ The New York Times ໃນວັນທີ 12 ພຶດສະພາວ່າ ລາວໄດ້ຊ່ວຍສະໜອງຢາທີ່ຖືກ
ຫ້າມໃຫ້ແກ່ພວກນັກກິລາ ແລະທົດແທນຕົວຢ່າງການທົດ
ລອງຢາທີ່ເປຶ້ອນກັບຕົວຢ່າງ ທີ່ສະອາດ ໃນລະຫວ່າງການ
ແຂ່ງຂັນກິລາໂອລິມປິກລະດູໜາວ ໂຊຈີ.
ທ່ານ Grigory Rodchenkov, ອະດິດຜູ້ອຳນວຍ ການອົງການຕໍ່ຕ້ານການໃຊ້ສານກະຕຸ້ນຂອງ ຣັດເຊຍ RUSADA, ກ່າວຕໍ່ໜັງສືພິມ The New York Times ໃນວັນທີ 12 ພຶດສະພາວ່າ ລາວໄດ້ຊ່ວຍສະໜອງຢາທີ່ຖືກ ຫ້າມໃຫ້ແກ່ພວກນັກກິລາ ແລະທົດແທນຕົວຢ່າງການທົດ ລອງຢາທີ່ເປຶ້ອນກັບຕົວຢ່າງ ທີ່ສະອາດ ໃນລະຫວ່າງການ ແຂ່ງຂັນກິລາໂອລິມປິກລະດູໜາວ ໂຊຈີ.

ບັນດາຜູ້ນຳ ອົງການນັກກິລາ ແລະ ການຕໍ່ຕ້ານໃຊ້ສານກະຕຸ້ນຂອງໂລກ ໄດ້ຮ່າງຈົດ ໝາຍສະບັບໜຶ່ງຮຽກຮ້ອງໃຫ້ຖອນນັກກິລາ ຣັດເຊຍ ໝົດທຸກຄົນອອກຈາກການແຂ່ງ ຂັນກິລາ ໂອລິມປິກ ໃນປະເທດ ບຣາຊິລ ທີ່ໃກ້ຈະມາເຖິງນີ້.

ຈົດໝາຍສະບັບດັ່ງກ່າວຈະຖືກສົ່ງໄປຫາບັນດາເຈົ້າໜ້າທີ່ກິລາ ໂອລິມປິກ ຫຼັງຈາກຜົນ ຂອງການສືບສວນສອບສວນໄດ້ຖືກເປີດເຜີຍ ກ່ຽວກັບ ໂຄງການສະໜັບສະໜູນການໃຊ້ ສານກະຕຸ້ນຂອງລັດຖະບານ ຣັດເຊຍ ດຳເນີນໂດຍພວກເຈົ້າໜ້າທີ່ ຣັດເຊຍ ໃນການແຂ່ງ ຂັນກິລາ ໂອລິມປິກ ລະດູໜາວ ໂຊຈີ ໃນປີ 2014.

ການກວດສອບໄດ້ເກີດຂຶ້ນຫຼັງຈາກທ່ານ Grigory Rodchenkov ອະດິດຜູ້ອຳນວຍ ການຫ້ອງວິໄຈຕໍ່ຕ້ານການໃຊ້ສານກະຕຸ້ນຂອງ ຣັດເຊຍ, ໄດ້ກ່າວຕໍ່ໜັງສືພິມ The New York Times ວ່າລາວໄດ້ກະທຳຕາມຄຳສັ່ງຂອງລັດຖະບານ ໃນເວລາທີ່ລາວໄດ້ຄວບ ຄຸມການໃຊ້ຢາຊູກຳລັງ ທີ່ໃຊ້ກັນຢ່າງແຜ່ຫຼາຍໂດຍພວກນັກກິລາທີ່ການແຂ່ງຂັນກິລາ ໂຊຈີ. ໜັງສືພິມ The Times ກ່າວວ່າ ມີນັກກິລາຜູ້ທີ່ໃຊ້ຢາດັ່ງກ່າວນັ້ນຢ່າງໜ້ອຍ 15 ຄົນໄດ້ຊະນະຫຼຽນລາງວັນ.

ການລະເມີດໃຊ້ຢາຊູກຳລັງ ໄດ້ສົ່ງຜົນໃຫ້ນັກກິລາທີມແລ່ນ ແລະ ລານ ຂອງ ຣັດເຊຍ ເກືອບໝົດທຸກຄົນ ຖືກຫ້າມບໍ່ໃຫ້ເຂົ້າຮ່ວມໃນການແຂ່ງຂັນກິລາ ໂອລິມປິກ ໃນນະຄອນ ຫຼວງ Rio de Janiero. ມີນັກກິລາ 2 ຄົນໄດ້ຖືກລະເວັ້ນຍ້ອນວ່າພວກເຂົາເຈົ້າໄດ້ໄປ ຜ່ານລະບົບການກວດກາຕໍ່ຕ້ານສານກະຕຸ້ນໃນປະເທດອື່ນ.

ອີງຕາມການລາຍງານໃນໜັງສືພິມ The new York Times ທ່ານ Joseph de Pencier ຜູ້ບໍລິຫານລະດັບສູງຂອງສະຖາບັນແຫ່ງ ອົງການຕໍ່ຕ້ານການໃຊ້ສານກະຕຸ້ນ ແຫ່ງຊາດ ໄດ້ຂໍໃຫ້ບັນດາສະມາຊິກຢູ່ໃນທົ່ວໂລກເຊັນໜັງສືສະບັບດັ່ງກ່າວ.

ທ່ານ De Pencier ໄດ້ຂຽນວ່າ “ມັນອາດມີຄວາມເປັນໄປໄດ້ຫຼາຍ” ວ່າການສືບສວນ ສອບສວນ “ຈະຢືນຢັນເຖິງສິ່ງທີ່ຈະເປັນໜຶ່ງໃນຂ່າວລືກ່ຽວກັບ ການໃຊ້ສານກະຕຸ້ນ ທີ່ໃຫຍ່ທີ່ສຸດໃນປະຫວັດສາດ, ເຊິ່ງພົວພັນກັບລັດຖະບານ ຣັດເຊຍ ໃນການສົມຮູ້ຮ່ວມ ຄິດຄັ້ງໃຫຍ່ ຕໍ່ນັກກິລາທີ່ໄສສະອາດຂອງໂລກ.” ທ່ານ ໄດ້ກ່າວເພີ່ມເຕີມວ່າ “ນີ້ຈະເປັນ ເວລາແຫ່ງການປ່ຽນແປງ” ສຳລັບກິລາທີ່ສະອາດບໍລິສຸດ.”

ຜົນຂອງການສືບສວນສອບສວນ ແມ່ນຄາດວ່າຈະຖືກເປີດເຜີຍໃນວັນຈັນມື້ອື່ນນີ້ ທີ່ເມືອງ ໂຕຣອນໂຕ ປະເທດ ການາດາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG