ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຣັດເຊຍ ບໍລິຈາກປຸຍ ຈຳນວນ 260,000 ໂຕນ ໃຫ້ແກ່ ອາຟຣິກາ


ແຟ້ມພາບ - ກຳປັ່ນບັນທຸກສິນຄ້າ ຊື່ວ່າ Despina V, ບັນທຸກເມັດພືດຂອງຢູເຄຣນ ໃນລະເລທຳ (Black Sea) ນອກຝັ່ງ ກີລໂຢສ ໃກ້ກັບນະຄອນອິສຕານບູລ ຂອງເທີກີ, ວັນທີ 2 ພະຈິກ 2022.
ແຟ້ມພາບ - ກຳປັ່ນບັນທຸກສິນຄ້າ ຊື່ວ່າ Despina V, ບັນທຸກເມັດພືດຂອງຢູເຄຣນ ໃນລະເລທຳ (Black Sea) ນອກຝັ່ງ ກີລໂຢສ ໃກ້ກັບນະຄອນອິສຕານບູລ ຂອງເທີກີ, ວັນທີ 2 ພະຈິກ 2022.

ຣັດເຊຍ ໄດ້ບໍລິຈາກປຸຍ 260,000 ໂຕນ ທີ່ຕົນໄດ້ຜະລິດ ຊຶ່ງເກັບໄວ້ຢູ່ໃນທ່າເຮືອຂອງຢູໂຣບ ແລະສາງແຫ່ງຕ່າງໆ ໃຫ້ແກ່ພວກກະສິກອນໃນອາຟຣິກາ ເພື່ອນຳໃຊ້ ອີງຕາມການກ່າວຂອງອົງການສະຫະປະຊາຊາດ ໃນວັນອັງຄານວານນີ້.

“ອັນນີ້ ຈະຊ່ອຍບັນເທົາຄວາມຕ້ອງການທີ່ຈຳເປັນທາງດ້ານມະນຸດສະທຳ ແລະປ້ອງກັນບໍ່ໃຫ້ເກີດການສູນເສຍຢ່າງຮ້າຍແຮງຕໍ່ພືດຜົນໃນອາຟຣິກາ ບ່ອນທີ່ເປັນລະດູການປູກຝັງພືດໃນປັດຈຸບັນນີ້” ໂຄສົກສະຫະປະຊາຊາດ ທ່ານສເຕັບຟານ ດູຈາຣິກ ໄດ້ກ່າວຕໍ່ບັນດານັກຂ່າວ ດ້ວຍຄວາມຍິນດີຕໍ່ການປະກາດດັ່ງກ່າວ.

ທ່ານໄດ້ກ່າວວ່າ ກຳປັ່ນທີ່ໄດ້ຖືກເຊົ່າໂດຍອົງການອາຫານໂລກ ຫຼື WFP ໄດ້ແລ່ນອອກຈາກປະເທດເນເທີແລນໃນວັນອັງຄານວານນີ້ ທີ່ບັນທຸກປຸຍ 20,000 ໂຕນ ມຸ້ງໜ້າໄປຍັງປະເທດມາລາວີ ຢູ່ພາກຕາເວັນອອກສຽງໃຕ້ຂອງອາຟຣິກາ. ທ່ານດູຈາຣິກ ໄດ້ກ່າວຕໍ່ໄປວ່າ ມັນຈະໃຊ້ເວລາປະມານນຶ່ງເດືອນທີ່ຈະໄປຮອດເມືອງເບຣາ ໃນປະເທດໂມຊຳບິກ ແລະຕໍ່ຈາກນັ້ນ ມັນຈະຖືກຂົນສົ່ງທາງພາກພື້ນດິນໄປຍັງມາລາວີ ຊຶ່ງເປັນປະເທດທີ່ບໍ່ມີທາງອອກສູ່ທະເລ.

ທ່ານດູຈາຣິກເວົ້າຕື່ມວ່າ “ມັນຈະເປັນເທື່ອທຳອິດຂອງການຈັດສົ່ງປຸຍຫຼາຍຮອບ ໄປຍັງປະເທດອື່ນໆຈຳນວນນຶ່ງຢູ່ໃນທະວີບອາຟຣິກາ ໃນບໍ່ເທົ່າໃດເດືອນຈະມາເຖິງນີ້.”

ນັບຕັ້ງແຕ່ການບຸກລຸກຢູເຄຣນຂອງຣັດເຊຍ ໃນວັນທີ 24 ກຸມພາ ເປັນຕົ້ນມາ ລາຄາປຸຍໃນໂລກ ຊຶ່ງມີລາຄາແພງຢູ່ແລ້ວ ເນື່ອງຈາກການລະບາດ ຂອງພະ ຍາດໂຄວິດ-19 ກໍໄດ້ສູງຂຶ້ນຕື່ມອີກ ໃນອີກສ່ວນນຶ່ງກໍເປັນຍ້ອນໂຄວຕາທີ່ຣັດເຊຍ ໄດ້ວາງອອກ ຕໍ່ການສົ່ງອອກປຸຍຂອງຕົນ ໂດຍກ່າວວ່າ ຕົນຢາກໃຫ້ມີພຽງພໍສຳລັບພວກຊາວກະສິກອນຂອງຕົນເອງ.

ອົງການສະຫະປະຊາຊາດ ໄດ້ກ່າວວ່າ ລາຄາຂອງປຸຍ ໄດ້ແພງຂຶ້ນຢ່າງຫຼວງ ຫຼາຍເຖິງ 250 ເປີເຊັນ ຕັ້ງແຕ່ກ່ອນໜ້າເກີດໂຣກລະບາດໃນປີ 2019.

ຣັດເຊຍ ເປັນຜູ້ສົ່ງອອກປຸຍລາຍໃຫຍ່ສຸດໄປທົ່ວໂລກ. ການໂຈະສົ່ງອອກ ການຂາດແຄນ ແລະ ການເພີ້ມຂຶ້ນຂອງລາຄາ ເນື່ອງມາຈາກການກຳນົດໂຄວຕາຂອງຕົນ ໄດ້ມີສ່ວນເຮັດໃຫ້ປຸຍບໍ່ສາມາດຊື້ໄດ້ ໂດຍພວກຊາວກະສິກອນບາງສ່ວນ. ອັນນີ້ ອາດເຮັດໃຫ້ຜົນການເກັບກ່ຽວຂອງພວກເຂົາເຈົ້າຫລຸດລົງຢ່າງຫຼວງຫຼາຍ ຊຶ່ງອາດເປັນໄປໄດ້ສູງທີ່ຈະນຳໄປສູ່ການຂາດແຄນອາຫານໃນປີໜ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG