ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ມີອິດທິພົນ ຄອບງຳ ຂົງເຂດ ຕາເວັນອອກກາງ ນຳໜ້າ ສະຫະລັດ


Is Russia Dominating the Middle East Geopolitics Narratives?
please wait

No media source currently available

0:00 0:02:12 0:00

ເຊີນຊົມວີດີໂອ ກ່ຽວກັບເລື່ອງນີ້

ໃນຂະນະທີ່ ການເຈລະຈາສັນຕິພາບ ສຳລັບຊີເຣຍ ກຳລັງດຳເນີນໄປຢູ່ໃນນະຄອນ
ຫຼວງ ອັສຕານາ ຂອງກາຊັກສະຖານ ຢູ່ນັ້ນ ສະຫະລັດ ແມ່ນຢູ່ໃນຖານະນຶ່ງຕ່າງຫາກ. ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ກາຊັກສະຖານ ທ່ານ George Krol ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນຖານະຜູ້ສັງເກດການ ເມື່ອ ຣັດເຊຍ ເທີກີ ອີຣ່ານ
ຊີເຣຍ ແລະ ພວກຊີເຣຍຝ່າຍຕໍ່ຕ້ານລັດຖະບານ ພະຍາຍາມ ຕົກລົງກັນເພື່ອສ້າງຕັ້ງ ຂໍ້ຕົກລົງສັນຕິພາບອັນຍາວນານ. ການບໍ່ມີໜ້າຂອງສະຫະລັດດ້ວຍນໍ້າສຽງອັນເຂັ້ມ
ແຂງ ຈະໝາຍຄວາມວ່າ ຣັດເຊຍມີອິດທິພົນ ແຂງແຮງກວ່າ ຢູ່ໃນຕາເວັນອອກກາງ ບໍ? ນັກຂ່າວວີໂອເອ ປະຈຳກະຊວງການຕ່າງປະເທດ Nike Ching ສົ່ງລາຍງານມາ ເຊິ່ງໄຊຈະເລີນສຸກ ຈະສະເໜີລາຍລະອຽດ ໃນອັນດັບຕໍ່ໄປ.

ຄວາມຮຸນແຮງ ການຍົກຍ້າຍຖິ່ນຖານ ແລະ ຄວາມອຶດຫິວ ເປັນຕົ້ນ ແມ່ນວິກິດການ ດ້ານມະນຸດສະທຳ ທີ່ຍັງຍືດເຍື້ອ ຢູ່ໃນຊີເຣຍ ໃນຂະນະທີ່ສົງຄາມກາງເມືອງ ໄດ້ກ້າວ ເຂົ້າສູ່ປີທີຫົກແລ້ວ.

ທະຫານຂອງເທີກີ ກຳລັງສ່ອງກ້ອງເບິ່ງ ຢູ່ເຂດຊາຍແດນ ລະຫວ່າງ ເທີກີ ແລະ ຊີເຣຍ ໃກ້ໆ ກັບ ຄຸ້ມ Besarslan ໃນແຂວງ Hatay ຕັ້ງຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດເທີກີ, ວັນທີ 1 ພະຈິກ 2016.
ທະຫານຂອງເທີກີ ກຳລັງສ່ອງກ້ອງເບິ່ງ ຢູ່ເຂດຊາຍແດນ ລະຫວ່າງ ເທີກີ ແລະ ຊີເຣຍ ໃກ້ໆ ກັບ ຄຸ້ມ Besarslan ໃນແຂວງ Hatay ຕັ້ງຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດເທີກີ, ວັນທີ 1 ພະຈິກ 2016.



ສິ່ງດັ່ງກ່າວ ເປັນອັນທີ່ໄດ້ນຳເອົາ ລັດຖະບານຂອງຊີເຣຍ ແລະ ກຸ່ມຜູ້ແທນ ຂອງຝ່າຍ ຕໍ່ຕ້ານລັດຖະບານ ມາເຈລະຈາສັນຕິພາບ ຢູ່ທີ່ ອັສຕານາ ໂດຍມີເປົ້າໝາຍ ເພື່ອ
ຍຶດໝັ້ນ ຂໍ້ຕົກລົງຢຸດຍິງ ໃນທົ່ວປະເທດ ແລະ ອຳນວຍຄວາມສະດວກ ໃນການນຳ
ສົ່ງເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳ.

ວໍຊິງຕັນ ຫວັງວ່າ ການເຈລະຈາດັ່ງກ່າວ ຈະແຜ້ວທາງ ເພື່ອແກ້ໄຂ ວິກິດການດ້ານ ການເມືອງ ຂອງຊີເຣຍ ໄດ້ ໃນທີ່ສຸດ.

ທ່ານ Mark Toner ຮັກສາການ ແທນໂຄສົກກະຊວງການຕ່າງປະເທດ ກ່າວວ່າ “ພວກເຮົາຈະຕ້ອງນຳເອົາ ການເຈລະຈາດ້ານການເມືອງເຫຼົານີ້ຂຶ້ນມາ ແລະ ໃຫ້ມັນດຳເນີນໄປ ອີກເທື່ອນຶ່ງ ເພາະວ່າ ອັນນັ້ນ ແມ່ນເປັນທາງອອກ ຂອງບັນຫານີ້. ແລະ ອັນທີ່ການເຈລະຈາດ້ານການເມືອງເຫຼົ່ານີ້ ຈະຕ້ອງມີຜົນອອກມາ ກໍຄື ຂະບວນການດ້ານການເມືອງ ການປ່ຽນແປງ ທີ່ເຄົາລົບນັບຖື ຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ້ງມາປາດຖະໜາ ຂອງປະຊາຊົນຊີເຣຍ ທີ່ຕ້ອງການໃຫ້ມີລະບົບ ທີ່ເປັນປະຊາທິປະໄຕ ຫຼາຍຂຶ້ນ. ອັນນີ້ ບໍ່ແມ່ນ ສິ່ງທີ່ພວກເຮົາ ຈະຕັດສິນ ອັນນີ້ ແມ່ນຊາວຊີເຣຍ ທີ່ຈະແກ້ໄຂ ໂດຍພວກເຂົາ ເຈົ້າເອງ.”

ພາບນີ້ສະໜອງ ໂດຍກຸ່ມພວກຊີເຣຍ ຕໍ່ຕ້ານລັດຖະບານ ສະຖານີລາຍການຂ່າວ Aleppo 24 ສະແດງໃຫ້ເຫັນ ພວກລົດຂົນສົ່ງທີ່ບັນທຸກເຄື່ອງຊ່ອຍເຫຼືອ ທີ່ໄດ້ຮັບຄວາມເສຍຫາຍ ໃນເມືອງ Aleppo ຂອງຊີເຣຍ, ວັນທີ 20 ກັນຍາ 2016.
ພາບນີ້ສະໜອງ ໂດຍກຸ່ມພວກຊີເຣຍ ຕໍ່ຕ້ານລັດຖະບານ ສະຖານີລາຍການຂ່າວ Aleppo 24 ສະແດງໃຫ້ເຫັນ ພວກລົດຂົນສົ່ງທີ່ບັນທຸກເຄື່ອງຊ່ອຍເຫຼືອ ທີ່ໄດ້ຮັບຄວາມເສຍຫາຍ ໃນເມືອງ Aleppo ຂອງຊີເຣຍ, ວັນທີ 20 ກັນຍາ 2016.


ການເຈລະຈາສັນຕິພາບຊີເຣຍ ໃນຮອບນີ້ ແມ່ນໄດ້ຖືກໄກ່ເກ່ຍໂດຍ ຣັດເຊຍ ເທີກີ
ແລະ ອີຣ່ານ ໂດຍບໍ່ໄດ້ຮັບຄຳເຫັນໂດຍກົງ ຈາກສະຫະລັດເລີຍ.

ອັນນີ້ ຈະໝາຍຄວາມວ່າແນວໃດ ສຳລັບ ການມີອິດທິພົນ ໃນຕາເວັນອອກກາງ ຂອງສະຫະລັດ ໃນອະນາຄົດ?

ທ່ານ Michael Kofman ນັກຄົ້ນຄວ້າ ຈາກສູນກາງວິເຄາະ ແຫ່ງກອງທັບເຮືອ
ກ່າວວ່າ “ຂ້າພະເຈົ້າ ບໍ່ສົງໄສເລີຍວ່າ ຣັດເຊຍ ອີຣ່ານ ແລະ ບັນດາປະເທດອື່ນໆ ເຂົ້າໃຈດີວ່າ ມັນເປັນການຍາກຫຼາຍ ສຳລັບພວກເຂົາເຈົ້າ ທີ່ຈະເຈລະຈາກັນ ຢ່າງເອົາຈິງເອົາຈັງ ແລະ ການເຮັດໃຫ້ເປັນຈິງໄດ້ ໂດຍປາດສະຈາກ ການພົວ
ພັນຂອງສະຫະລັດ. ສະນັ້ນ ຂ້າພະເຈົ້າຈຶ່ງຄິດວ່າ ສິ່ງທັງໝົດອັນນີ້ ເປັນພາກ
ສ່ວນນຶ່ງ ຂອງແບບແຜນດ້ານການເມືອງທີ່ກວ້າງຂວາງ ຊະນິດນຶ່ງ ເພື່ອຈະ ນຳສະເໜີຕໍ່ສະຫະລັດ ດ້ວຍຂໍ້ມູນທີ່ເປັນຈິງບາງຢ່າງ ແລະເພື່ອນຳເອົາ
ສະຫະລັດ ເຂົ້າມາຮ່ວມນຳກັນ ໂດຍສ່ວນໃຫຍ່ແລ້ວ ແມ່ນເປັນຈຸດຢືນຂອງ
ຣັດເຊຍ.”

ຜູ້ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີ ການຕ່າງປະເທດ ທ່ານ ເຣັກສ ທິລເລິສັນ ໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill, ໃນວັນທີ 11 ມັງກອນ 2017, ຊ້ອງໜ້າ ຄະນະກຳມາທິການ ດ້ານການຕ່າງປະເທດ ຂອງສະພາສູງ.
ຜູ້ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີ ການຕ່າງປະເທດ ທ່ານ ເຣັກສ ທິລເລິສັນ ໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill, ໃນວັນທີ 11 ມັງກອນ 2017, ຊ້ອງໜ້າ ຄະນະກຳມາທິການ ດ້ານການຕ່າງປະເທດ ຂອງສະພາສູງ.


ຜູ້ຖືກສະເໜີຊື່ໃຫ້ເປັນລັດຖະມົນຕີ ການຕ່າງປະເທດ ທ່ານ ເຣັກສ ທິລເລິສັນ ຂອງ ທ່ານປະທານາທິບໍດີ ດໍໂນລ ທຣຳ ຮັບຮູ້ວ່າ ຣັດເຊຍ ຊີເຣຍ ເທີກີ ແລະ ອີຣ່ານ ກຳລັງ ບົງການເງື່ອນໄຂຕ່າງໆ ຂອງວິທີການ ວ່າຈະໃຫ້ອອກມາແນວໃດ ຢູ່ໃນຊີເຣຍ. ທ່ານ ທິລເລິສັນ ໄດ້ບອກບັນດາສະມາຊິກສະພາສູງ ສະຫະລັດ ວ່າ ວໍຊິງຕັນ ຄວນພົວພັນ ຄືນໃໝ່ ກັບບັນດາພັນທະມິດດັ້ງເດີມ ປະກອບດ້ວຍ ເທີກີ ທີ່ເປັນພາຄີ ອົງການນາໂຕ້ ທີ່ສຳຄັນຍິ່ງ ແລະ ຍາວນານນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG