ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ພູຕິນ ກ່າວວ່າ ຈະບໍ່ຢຸດເຊົາ ໃຫ້ການສະໜັບສະໜຸນ ແກ່ເພື່ອນຮ່ວມຊາດ ໃນ Crimea


ປ. Vladimir Putin ພົບປະກັບ ບັນດາເຈົ້າໜ້າທີ່ທະຫານຂັ້ນສູງ ຢູ່ກະຊວງປ້ອງກັນປະເທດ ທີ່ມົສກູ, ວັນທີ 19 ທັນວາ 2014.
ປ. Vladimir Putin ພົບປະກັບ ບັນດາເຈົ້າໜ້າທີ່ທະຫານຂັ້ນສູງ ຢູ່ກະຊວງປ້ອງກັນປະເທດ ທີ່ມົສກູ, ວັນທີ 19 ທັນວາ 2014.

ປະທານາທິບໍດີ Vladimir Putin ​ແຫ່ງຣັດ​ເຊຍ ກ່າວ​ວ່າ ປະ​
ເທດ​ຂອງທ່ານ​ຈະ​ບໍ່​ຍອມ​ຢຸດ​ “ໃຫ້ການ​ສະໜັບສະໜຸນ​ເພື່ອ​ນ
ຮ່ວມ​ຊາດ​ດຽວ​ກັນ”
​ໃນ​ແຫຼມ Crimea ຂອງ​ຢູ​ເຄຣນ ທີ່ ມົສກູ
​ໄດ້​ຍຶດ​ເອົາ​ມາ​ເປັນ​ສ່ວນ​ນຶຶ່ງ​ຂອງ​ຕົນ ​ໃນ​ຕົ້ນ​ປີ​ນີ້ ​ເຖິງ​ແມ່ນ​ມີ​ການ​
ປະ​ທ້ວງ​ຢ່າງ​ແຜ່​ຫຼາຍ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ກໍ​ຕາມ​ນັ້ນ.

ຜູ້ນຳຣັດ​ເຊຍ ​ໄດ້​ຖະ​ແຫຼ​ງດັ່ງກ່າວ​ໃນ​ວັນ​ເສົາ​ວານ​ນີ້​ທີ່​ມົສກູ ​ໃນ​
ຂະນະ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ທ່ານ ​ໃຫ້​ຄຳ​ໝັ້ນ​ສັນຍາ​
ທີ່​ຈະ​ຕອບ​ໂຕ້​ຕໍ່​ການ​ລົງ​ໂທດ​ຄັ້ງ​ໃໝ່​ຂອງ​ຝ່າຍ​ຕາ​ເວັນ​ຕົກ ທີ່​ແນ
​ເປົ້າ​ໝາຍ​ໃສ່​ແຫຼມ Crimea ນັ້ນ.

ທ່ານ​ພູ​ຕິນ ຍັງ​ຄົງ​ມີ​ທ່າ​ທີທ້າ​ທາຍ​ຕໍ່​ຢູ່​ມາ ຕໍ່ການ​ລົງ​ໂທດ​ຢ່າງຕໍ່​ເນື່ອງ​ຂອງ​ຝ່າຍ​ຕາເວັນ
​ຕົກ ​ແລະ​ສະພາບ​ການ​ເສດຖະກິດ​ຕົກ​ຕໍ່າ ຖອຍຫຼັງ ທີ່​ເກີດ​ຈາກ​ລາຄາ​ນ້ຳມັນ​ທີ່​ກຳລັງ​
ຕົກ​ຕໍ່າ ໃນ​ເວລາ​ນີ້​ ແລະ​ຄ່າ​ເງິນຕາ ruble ຂອງ​ຕົນ ​ຕົກ​ຕໍ່າ ລົງ 40 ​ເປີ​ເຊັນ​ນັ້ນ.

​ໃນວັນ​ເສົາ​ວານ​ນີ້ ​ໃນ​ຂະນະ​ທີ່​ວິ​ກິດ​ການ​ດ້ານ​ເສດຖະກິດ​ຂອງ​ທ່ານ ​ຮ້າຍ​ແຮງ​ຍິ່ງ​ຂຶ້ນນັ້ນ ທ່ານ​ພູ​ຕິນ ຮຽກຮ້ອງ​ໃຫ້​ປະຊາຊົນຣັດ​ເຊຍ ກະກຽມ “ ​ເພື່ອ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ
ຍາກ​ບາງ​ຢ່າງ”
ໃນ​ໄລຍະ​ຫລາຍໆ​ມື້ ​ແລະ​ຫຼາຍ​ໆເດືອນ​ໃນ​ຕໍ່ໜ້າ​ນີ້​.

ວີດີໂອ ກ່ຽວກັບ ບັນຫາເສດຖະກິດ ຂອງຣັດເຊຍ:

Russia’s Ex-Economy Minister Sees Fundamental Problems
please wait

No media source currently available

0:00 0:03:02 0:00

​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ປະກາດ​ຫ້າມ​ການ​ຄ້າຂາຍ
​ຢ່າງ​ກວ້າງຂວາງ ກັບ​ແຫຼມ Crimea ​ໂດຍ​ຜ່ານ​ການ​ອອກດຳລັດບໍລິຫານ ​ທີ່​ຫ້າມ​ການ
ສົ່ງ​ອອກ​ສິນຄ້າ ​ແລະ​ ການ​ບໍລິການ​ຕ່າງໆ​ຂອງ​ສະຫະລັດ ​ໄປ​ຍັງ ຄຣາຍ​ເມຍ ​ແລະ​ຫ້າມ​ນຳສິນຄ້າຂາ​ເຂົ້າ​ຈາກ​ແຫຼມ Crimea.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຂອງ​ທຳນຽບຂາວ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ໂອ​ບາ​ມາ ​ແມ່ນມີ​ວັດຖຸ​ປະສົງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານວໍ​ຊິງ​ຕັນ “ຈະ​ບໍ່​ຮັບ​ເອົາ​ການ​ຄອບ​ຄອງ​ຂອງຣັດ​ເຊຍ”​ ໃນ Crimea ນັ້ນ.

ທຸລະກິດຣັດເຊຍບາງຢາງ ໄດ້ຮັບປະໂຫຍດ ຈາກເສດຖະກິດທີ່ຕົກຕ່ຳລົງ:

Some Russian Businesses Thrive in Poor Economy
please wait

No media source currently available

0:00 0:02:13 0:00

XS
SM
MD
LG