ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຣັດເຊຍ ປະຕິເສດວ່າ ການກ່າວຫາຂອງ ສຫຣ ວ່າຕົນແຊກແຊງ ເຂົ້າໃນການເລືອກຕັ້ງ ສະຫະລັດ ວ່າ ໄຮ້ສາລະ


ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີກາ ລາຣອຟ ກ່າວຄຳປາໄສທີ່ກອງປະຊຸມຮັກສາຄວາມປອດໄພທີ່ນະຄອນ ມິວນິກ, ປະເທດ ເຢຍຣະມັນ. 17 ກຸມພາ, 2018.
ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີກາ ລາຣອຟ ກ່າວຄຳປາໄສທີ່ກອງປະຊຸມຮັກສາຄວາມປອດໄພທີ່ນະຄອນ ມິວນິກ, ປະເທດ ເຢຍຣະມັນ. 17 ກຸມພາ, 2018.

ມົສກູອ້າງວ່າຂໍ້ກ່າວຫາຕໍ່ຊາວ ຣັດເຊຍ 13​ ຄົນ ແລະ 3 ບໍລິສັດຂອງ ຣັດເຊຍ ວ່າແຊກ
ແຊງເຂົ້າໃນການເລືອກຕັ້ງປີ 2016 ຂອງ ສະຫະລັດ ນັ້ນວ່າເປັນຄຳເວົ້າໄຮ້ສາລະ.

ໃນການກ່າວຢູ່ກອງປະຊຸມດ້ານຄວາມປອດໄພທີ່ປະເທດ ເຢຍລະມັນ ບ່ອນທີ່ຜູ້ນຳ
ຂອງໂລກ ເປັນຫຼາຍໆສິບຄົນເຂົ້າຮ່ວມ ໃນທ້າຍສັບປະດານີ້ ທ່ານ ເຊີເກ ລາຣອຟ
ລັດຖະມົນຕີການຕ່າງປະເທດ ຣັດເຊຍ ໄດ້ຖາມ ກ່ຽວກັບ ຫຼັກຖານທີ່ນຳສະເໜີໂດຍ
ລັດຖະມົນຕີຍຸຕິທຳຂອງ ສະຫະລັດ ໂດຍສະເພາະຈາກ ທ່ານ ຣໍເບີດ ມອລເລີ ໄອຍະ
ການພິເສດໃນເລື່ອງດັ່ງກ່າວ.

“ທ່ານກໍຄົງຮູ້ດີ ວ່າຂ້າພະເຈົ້າ ບໍ່ມີປະຕິກິລິຍາຫຍັງ ເພາະວ່າຜູ້ໃດຈະພິມອັນໃດອອກ
ມາກໍໄດ້ຕາມໃຈ. ພວກເຮົາກໍເຫັນແລ້ວ ວ່າຂໍ້ກ່າວຫາຕ່າງໆ ຄຳຖະແລງຕ່າງໆ ການ
ໃສ່ຮ້າຍທັງຫຼາຍ ກໍແມ່ນມີແລ້ວມີອີກຢູ່ເລື້ອຍໆ. ຈົນກວ່າວ່າ ພວກເຮົາຈະໄດ້ເຫັນ
ຄວາມຈິງ ບໍ່ດັ່ງນັ້ນຄວາມເວົ້າຕ່າງໆກໍຈະເປັນຄວາມເວົ້າໄຮ້ສາລະ ຂ້າພະເຈົ້າຕ້ອງຂໍ
ໂທດ ທີ່ບໍ່ໄດ້ໃຊ້ວາຈານັກການທູດປານໃດ.”

ການສືບສວນຂອງທ່ານ ມອລເລີ ໄດ້ໃຫ້ແສງສະວ່າງຕື່ມຂຶ້ນ ກ່ຽວກັບ ຄວາມພະຍາ
ຍາມຂອງ ຣັດເຊຍ ທີ່ຢາກໃຊ້ອິດທິພົນ ຢູ່ໃນການເມືອງຂອງ ສະຫະລັດ ໂດຍການ
ລັກເຈາະຂໍ້ມູນ. ການກ່າວຟ້ອງດັ່ງກ່າວ ສະເໜີແນະວ່າ ແຜນການໂຄສະນາຊວນເຊື່ອ
ໄດ້ຮູ້ເຫັນການສົມຮູ້ຮ່ວມຄິດອັນເປັນອາດຊະຍາກຳ ແລະການສືບລັບ ທີ່ຈະໃຊ້ອິດທິ
ພົນເຂົ້າໃນການໂຄສະນາຫາສຽງການເລືອກຕັ້ງປະທານາທິບໍດີ ປີ 2016 ໂດຍການ
ສະໜັບສະໜູນທ່ານ ດໍໂນລ ທຣຳ ແລະສໍ່ໃຫ້ເຫັນແງ່ບໍ່ດີໃນໂຕຂອງທ່ານນາງ ຮິນແລຣີ
ຄລິນຕັນ ຄູ່ແຂ່ງຂອງທ່ານ.

ການກ່າວຟ້ອງທີ່ວ່ານັ້ນ ໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງເພີ່ມຂຶ້ນ ຢູ່ໃນກອງປະຊຸມຂອງ
ພວກຜູ້ນຳການເມືອງແລະການທະຫານຂອງໂລກສາມວັນໃນນະຄອນ ມິວນິກ.

ການປາກົດໂຕຢູ່ເວທີກ່າວຄຳປາໄສ ຂອງທ່ານ ລາຟຣອຟ ໄດ້ຕິດຕາມມາທັນທີ ໂດຍ
ນາຍພົນ H. R. ແມັກມາສເຕີ "McMaster" ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ
ຂອງ ສະຫະລັດ ຜູ້ທີ່ໄດ້ໂຕ້ຕອບແບບບໍ່ຈົ່ງບໍ່ຢອມເຊັ່ນກັນ.

ເພິ່ນໄດ້ກ່າວຕໍ່ພວກພວກຜູ້ແທນທັງຫຼາຍວ່າ “ສະຫະລັດ ຈະເຜີຍແບ ແລະ ການຕໍ່ຕ້ານ
ພວກທີ່ໃຊ້ອິນເຕີແນັດ, ສື່ສັງຄົມ ແລະ ວິທີອື່ນໆ ເພື່ອພັດທະນາຄວາມພະຍາມໂຄສະ
ນາໃນທາງທີ່ຜິດ, ການທັບມ້າງ ແລະ ທຳການສືບລັບດັ່ງກ່າວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG