ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ບໍ່ຖືສຳຄັນ ການລົງໂທດ ຄັ້ງໃໝ່ ຂອງ ສຫລ ຍ້ອນການວາງຢາພິດ ອະດີດ ສອດແນມ


ເຈົ້າໜ້າທີ່ຕໍາຫລວດ ຢືນຍາມຢູ່ນອກເຮືອນ ຂອງອະດີດ ສາຍລັບ ທາງທະຫານຂອງຣັດເຊຍ ທ່ານ​ເຊີ​ເກ ສກຣີປາລ ຢູ່ໃນເມືອງ ຊາລສເບີຣີຂອງອັງກິດ ໃນວັນທີ 6 ມີນາ, 2018
ເຈົ້າໜ້າທີ່ຕໍາຫລວດ ຢືນຍາມຢູ່ນອກເຮືອນ ຂອງອະດີດ ສາຍລັບ ທາງທະຫານຂອງຣັດເຊຍ ທ່ານ​ເຊີ​ເກ ສກຣີປາລ ຢູ່ໃນເມືອງ ຊາລສເບີຣີຂອງອັງກິດ ໃນວັນທີ 6 ມີນາ, 2018

ຣັດເຊຍ ກ່າວໃນວັນພະຫັດມື້ນີ້ວ່າ ການລົງໂທດໃໝ່ຂອງສະຫະລັດ ທີ່ພົວພັນກັບ
ການວາງຢາພິດ ໃສ່ອະດີດສາຍລັບຣັດເຊຍ ແລະລູກສາວຂອງລາວ ຢູ່ໃນອັງກິດ
ນັ້ນ ແມ່ນເປັນການກະທຳທີ່ຜິດກົດໝາຍ ແລະຣັດເຊຍ ກໍບໍ່ມີສ່ວນກ່ຽວຂ້ອງໃດໆ
ກັບເຫດການທີ່ເກີດຂຶ້ນເມື່ອເດືອນມີນາດັ່ງກ່າວ.

ກະຊວງການຕ່າງປະເທດສະຫະລັດໄດ້ປະກາດການລົງໂທດດັ່ງກ່າວໃນວັນພຸດ
ວານນີ້ ໂດຍເວົ້າວ່າ ຣັດເຊຍໄດ້ລະເມີດກົດໝາຍສາກົນ ໂດຍໄດ້ໃຊ້ສານພິດທຳ
ລາຍລະບົບປະສາດ ທີ່ເປັນອັນຕະລາຍຮ້າຍແຮງ ຕໍ່ພົນລະເມືອງຂອງຕົນເອງ. ມາດຕະການລົງໂທດດັ່ງກ່າວ ຈະເລີ້ມມີຜົນບັງຄັບໃຊ້ ນັບແຕ່ວັນທີ 22 ສິງຫານີ້
ເປັນຕົ້ນໄປ ແລະໂດຍລວມແລ້ວແມ່ນກ່ຽວພັນກັບການໃຫ້ອະນຸຍາດສົ່ງອອກສິນ
ຄ້າ ທີ່ມີຄວາມສຳຄັນ ຕໍ່ຄວາມໝັ້ນຄົງຂອງຊາດ ເຊັ່ນເຄື່ອງເອເລັກໂຕຣນິກຕ່າງໆ
ໄປຍັງຣັດເຊຍ.

ວັງເຄຣັມລິນໄດ້ກ່າວໂຈມຕີການເຄື່ອນໄຫວຂອງສະຫະລັດນັ້ນວ່າ “ເປັນທີ່ຮັບ
ເອົາບໍ່ໄດ້.” ການຈຳກັດຮັດແຄບທີ່ວ່ານີ້ແນ່ນອນເປັນການກະທຳທີ່ຜິດກົດໝາຍ
ແລະບໍ່ສອດຄ່ອງກັບກົດໝາຍສາກົນ” ນັ້ນຄືຄຳເວົ້າຂອງທ່ານດມີຕຣີ ເພດຄັອບ
ໂຄສົກຂອງວັງເຄຣັມລິນ.

ຕໍາຫລວດຄົນນຶ່ງໄດ້ພົບເຫັນທ່ານ​ເຊີ​ເກ ສກຣີປາລ ແລະ ນາງຢູເລຍ, ລູກສາວຂອງ
ທ່ານ ຕົກລົງຈາກຕັ່ງແປ້ນມ້າ ແລະໝົດສະຕິໄປ ຢູ່ໃນເມືອງຊາລສເບີຣີ. ພວກເຂົາ
ເຈົ້າໄດ້ຮັບຢາພິດໂນວິກຈົກ (Novichok) ຊຶ່ງເປັນສານພິດທໍາລາຍປະສາດ ໃນ
ສະໄໝໂຊຫວຽດ. ທັງສອງຄົນລອດຊີວິດມາໄດ້ ແຕ່ວ່າຕ້ອງໄດ້ນອນຢູ່ໃນໂຮງໝໍ
ເປັນເວລາຕັ້ງຫລາຍອາທິດ.

ສະຖານເອກອັກຄະລັດຖະທູດຣັດເຊຍ ປະຈໍານະຄອນຫລວງວໍຊິງຕັນ ກ່າວວ່າ
ການລົງໂທດຄັ້ງໃໝ່ຂອງສະຫະລັດຕໍ່ຣັດເຊຍ ແມ່ນອີງໃສ່ "ການກ່າວຫາທີ່ເກີນໄປ
ໂພດ" ແລະກ່າວວ່າ ຣັດເຊຍສະໜັບສະໜຸນການສືບສວນທີ່ໂປ່ງໃສກ່ຽວກັບສິ່ງທີ່
ໄດ້ເກີດຂຶ້ນ.

ສະຖານເອກອັກຄະລັດຖະທູດດັ່ງກ່າວ ໄດ້ຂຽນຢູ່ໃນຖະແຫລງການສະບັບນຶ່ງວ່າ
"ພວກເຮົານັບມື້ ນັບມີຄວາມຊິນເຄີຍເພີ້ມຂຶ້ນ ຕໍ່ການທີ່ບໍ່ໄດ້ຍິນຂໍ້ມູນເທັດ ຈິງ ຫລື
ຫລັກຖານໃດໆ."

ເຈົ້າໜ້າທີ່ຂັ້ນສູງຂອງກະຊວງການຕ່າງປະເທດເວົ້າໃນວັນພຸດວານນີ້ວ່າ ຣັດເຊຍ
ອາດຕ້ອງປະເຊີນກັບການລົງໂທດ "ທີ່ເຂັ້ມງວດຂຶ້ນກວ່ານີ້" ອີກງວດນຶ່ງ ພາຍໃນ
90 ວັນຂ້າງໜ້ານີ້ ເວັ້ນເສຍແຕ່ວ່າ ປະເທດດັ່ງກ່າວ ຈະໃຫ້ "ການຮັບປະກັນທີ່ໜ້າ
ເຊື່ອຖືໄດ້" ວ່າ ຕົນຈະບໍ່ໃຊ້ອາວຸດເຄມີ ຫລື ອາວຸດຊີວະພາບອີກ.

ການລົງໂທດທີ່ໄດ້ປະກາດໄປໃນວັນພຸດວານນີ້ ແມ່ນເປັນການລົງໂທດ ທີ່ຕ້ອງໄດ້
ເຮັດຕາມລະບຽບ ຊຶ່ງມີຂຶ້ນໂດຍກົດໝາຍລັດຖະສະພາປີ 1991 ທີ່ເອີ້ນວ່າ ກົດໝາຍ
ຄວບຄຸມອາວຸດເຄມີ ແລະ ອາວຸດຊີວະພາບ ແລະການລົບລ້າງການເຮັດສົງຄາມ.

ຫ້ອງການການຕ່າງປະເທດຂອງອັງກິດເວົ້າວ່າ ຕົນເຫັນດີຕໍ່ການລົງໂທດຂອງສະຫະ
ລັດ.

US Imposes New Sanctions on Russia for Poisoning Former Russian Spy in Britain
please wait

No media source currently available

0:00 0:02:41 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG