ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຈັບຜູ້ຕ້ອງສົງໄສ ໃນການສັງຫານ ອາຈານສອນ ສາສະໜາອິສລາມ


ເຈົ້າໜ້າທີ່ຣັດເຊຍ ຈັບຜູ້ຕ້ອງສົງໃສ 4 ຄົນ ທີ່ດພົວພັນໃນການສັງ ຫານ ອາຈານສອນສາສະໜາອິສລາມ ທີ່ສໍາຄັນຄົນນຶ່ງ.
ເຈົ້າໜ້າທີ່ຣັດເຊຍ ຈັບຜູ້ຕ້ອງສົງໃສ 4 ຄົນ ທີ່ດພົວພັນໃນການສັງ ຫານ ອາຈານສອນສາສະໜາອິສລາມ ທີ່ສໍາຄັນຄົນນຶ່ງ.

ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ຕົວ​ຜູ້​ຕ້ອງ​ສົງ​ໄສ 4 ຄົນ ທີ່ ພົວພັນ​
ໃນການ​ສັງຫານອາຈານ​ສອນ​ສາສະໜາ​ອິສລາມທີ່​ສຳຄັນ​ຄົນ​ນຶ່ງ ​ແລະ​ ອີກ​ຄົນ​ນຶ່ງໄດ້​
ຮັບບາດ​ເຈັບ ທີ່ແຂວງ Tatarstan.

​ເຈົ້າໜ້າ​ທີ່​ສືບສວນ​ທີ່​ກຸງມົ​ສກູກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ອາຈານ​ທັງ​ສອງ​ຄົນ​ໄດ້​ຕົກເປັນ​
ເປົ້າ​ ຍ້ອນ​ໄດ້​ຊຸກຍູ້​ໃຫ້​ມີ​ການນັບຖື​ສາສະໜາ​ອິສລາມ ແນວທາງ​ປານ ກາງ ແລະ​ຕໍ່ຕ້ານ
ການ​ແຜ່ຜາຍສາສະໜາ​ອິສລາມ​ຫົວ​ຮຸນ​ແຮງ ໄປ​ຍັງແຂວງ Tatarstan ຈາກ​ເຂດ
Caucasus ທີ່​ວຸ້ນວາຍ​ ​ເຂົ້າ​ໄປ​ໃນພາກ​ໃຕ້ຣັດ​ເຊຍ.

ທ່ານ Ildus Faizov ນັກປາດ​ດ້ານ​ສາສະໜາອິສລາມຂອງ​ແຂວງ Tatars-tan ​ໄດ້​ຮັບ​
ບາດ​ເຈັ​ບຈາ​ກການ​ໂຈມ​ຕີ​ດ້ວຍ​ລ​ະ​ເບີດ​ລົດ ​ແລະ​ອະດີດ​ຜູ້ຊ່ວຍ​ຂອງ ທ່ານ ຄືທ່ານ
Valiula Yakupov ໄດ້​ຖືກ​ຍິງ​ຕາຍ​ຢູ່​ນອກ​ເຣືອນຂອງ​ທ່ານ ​ໃນ​ວັນ​ພະຫັດວານ​ນີ້ ຊຶ່ງ
ປະກົດ​ວ່າ​ເປັນການ​ໂຈມ​ຕີ ​ທີ່ມີ​ການປະສານ​ງານ​ກັນ.

ປະທານາທິບໍດີ Vladimir Putin ຮ້ອງ​ການ​ໂຈ​ມຕີນີ້ວ່າ “​ເປັນ​ສັນຍານ​ທີ່​ຮ້າຍ​ແຮງ” ໃນ​
ຄວາມເຄັ່ງຕຶງທີ່​ເພີ້ມທະວີ​ຂຶ້ນ ຢູ່​ໃນ​ຂົງ​ເຂດ.

XS
SM
MD
LG