ໃນວັນຈັນວານນີ້ ຣັດເຊຍ ໄດ້ປະຕິເສດ ຕໍ່ການກ່າວອ້າງຂອງອົງການສືບລັບ ສະຫະລັດ
ທີ່ວ່າ ຣັດເຊຍໄດ້ມີສ່ວນພົວພັນ ກັບການເລືອກຕັ້ງປະທານາທິບໍດີສະຫະລັດ ທີ່ທ່ານ Donald Trump ໄດ້ຊະນະໄປນັ້ນ ໂດຍກ່າວວ່າ ການກ່າວຫາທີ່ວ່ານີ້ ແມ່ນເປັນການ
“ປະຫັດປະຫານທາງການເມືອງ ຢ່າງເຕັມຮູບແບບ.”
“ການກ່າວຫາເຫຼົ່ານີ້ ແມ່ນບໍ່ມີພື້ນຖານ ແລະເນື້ອຫາສາລະ ແຕ່ຢ່າງໃດໆ ຂອງການ
ກ່າວຫາ ຊຶ່ງນີ້ເປັນເລື້ອງຂອງເດັກໆ ເປັນລະດັບຂອງອາລົມ ທີ່ບໍ່ສົມຄວນທີ່ຈະແມ່ນການປະຕິບັດງານຂອງມືອາຊີບ ທີ່ເປັນຈິງເປັນຈັງ ຂອງອົງການສືບລັບ,” ຊຶ່ງນັ້ນ ແມ່ນຄຳເວົ້າຂອງທ່ານ Dmitry Peskov ໂຄສົກຂອງປະທານາທິບໍດີຣັດເຊຍ ທ່ານ Vladimir Putin.
ນີ້ແມ່ນການອອກຄວາມເຫັນຂອງວັງ Kremlin ຄັ້ງທຳອິດ ນັບຕັ້ງແຕ່ ປະຊາຄົມສືບລັບຂອງສະຫະລັດ ໄດ້ກ່າວ ໃນວັນສຸກທີ່ວ່າ “ພວກຕົນມີຄວາມໝັ້ນໃຈຢ່າງສູງ” ທີ່ ທ່ານ Putin ໄດ້ສັ່ງການເປັນການສ່ວນຕົວ ເພື່ອບ່ອນທຳລາຍ ຂັ້ນຕອນການເລືອກຕັ້ງປະທານ
ນາທິບໍດີ ແບບປະຊາທິປະໄຕ ໃນສະຫະລັດ.
ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ຣັດເຊຍພະຍາຍາມ ທີ່ລົດໂອກາດດຽວຂອງທ່ານນາງ Hillary Clinton ຈາກພັກ Democrat ແລະຊ່ອຍ ທ່ານ Trump ຜູ້ຊຶ່ງເປັນຕົວແທນຂອງພັກ Republican.
ທ່ານ Peskov ໄດ້ກ່າວວ່າ ຣັດເຊຍ “ແມ່ນໄດ້ປະຕິເສດໃນທຸກໆກໍລະນີ” ທີຈະຮັບຜິດ ຊອບໃນການເຈາະຂໍ້ມູນ ຂອງພວກອີແມວ ຈຳນວນຫຼາຍພັນສະບັບ ຈາກຄອບພິວເຕີ
ຂອງ ທ່ານ John Podesta ຫົວໜ້າຝ່າຍໂຄສະນາຫາສຽງຂອງທ່ານນາງ Clinton
ແລະຂໍ້ມູນທີ່ນຳອອກມາເຜີຍແຜ່ຜ່ານທາງ WikiLeaks. ແມ່ນນຳອອກເຜີຍແຜ່ ຢ່າງຕໍ່ເນື່ອງ ໃນແຕ່ລະເດືອນ ກ່ອນການເລືອກຕັ້ງ ທີ່ເປີດເຜີຍວ່າ ຊຶ່ງໃນຂະນະນັ້ນ ແມ່ນຄວາມພະຍາຍາມທີ່ຈະສ້າງຄວາມອັບອາຍຂາຍໜ້າໃຫ້ແກ່ເຈົ້າໜ້າ ທີ່ພັກ Democrat ທີ່ຈະ
ຊ່ອຍທ່ານນາງ Clinton ເອົາຊະນະທ່ານ Bernie Sanders ສະມາຊິກສະພາສູງ
ຈາກລັດ Vermont ເພື່ອໃຫ້ຖືກເລືອກເປັນຕົວແທນຂອງພັກ ເຂົ້າແຂ່ງຂັນເລືອກຕັ້ງ
ເປັນປະທານາທິບໍດີສະຫະລັດ.
“ພວກເຮົາຍັງບໍ່ໄດ້ຮູ້ທີ່ວ່າ ຂໍ້ມູນຕ່າງໆທັງຫຼາຍເຫຼົ່ານີ້ ແມ່ນຈະເລີ້ມນຳໃຊ້ໂດຍ ພວກທີ່
ນຳສະເໜີການກ່າວຫາທີ່ພົບເຫັນ,” ຊຶ່ງນັ້ນແມ່ນການກ່າວຂອງໂຄສົກຈາກວັງ Kremlin. ສະຫະລັດ ໄດ້ນຳເຜີຍເເຜ່ຂອງເອກກະສານທີ່ບໍ່ແມ່ນເລື່ອງລັບ ແບບນຶ່ງຂອງການພົບເຫັນ
ຂອງຕົນ ທີ່ຄົ້ນພົບ ຊຶ່ງມີເຄິ່ງນຶ່ງ ຂອງເອກກະສານລັບ ທີ່ທາງໜ່ວຍສືບລັບ ທີ່ນຳສະເໜີຕໍ່ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໃນວັນພະຫັດ ແລະນຶ່ງມື້ຕໍ່ມາ ຕໍ່ປະທາ
ນາທິບໍດີທີ່ຖືກເລືອກໃໝ່ ທ່ານ Trump.
ໂຄສົກ Kremlin ໄດ້ກ່າວ ຕອນທີ່ທ່ານ Trump ຈະສາບານຕົວເຂົ້າຮັບຕຳແໜ່ງໃນນະຄອນຫຼວງວໍຊີງຕັນ ແລະຈະເລີ່ມຫາວັນເວລາ ເພື່ອທີ່ຈະພົບປະກັບທ່ານ ເປັນຄັ້ງ
ທຳອິດ ລະຫວ່າງ ຜູ້ນຳສະຫະລັດ ແລະຜູ້ນຳຣັດເຊຍ.