ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ປະຕິເສດ ບໍ່ມີສ່ວນ ຮັບຜິດຊອບ ໃນເຫດ ຖືກສານພິດ ຄັ້ງຫຼ້າສຸດ ຢູ່ ອັງກິດ


ມຸມມອງດ້ານນອກທີ່ສະແດງໃຫ້ເຫັນ ຮ້ານຄ້າຂອງຊາຣລີ (Charlie's Store) ເປີດຕາມປົກກະຕິ, ເຊິ່ງກ້ອງວົງຈອນປິດ ຈາກພາຍໃນຮ້ານນີ້ ສະແດງໃຫ້ເຫັນ ນາງ ດອນ ສເຕີຣແຈັສ(Dawn Sturgess) ມື້ວັນກ່ອນ ທີ່ນາງໄດ້ລົ້ມປ່ວຍສາຫັດ ໃນເມືອງ ເອມສເບີຣີ ຂອງອັງກິດ, ວັນທີ 6 ກໍລະກົດ 2018.
ມຸມມອງດ້ານນອກທີ່ສະແດງໃຫ້ເຫັນ ຮ້ານຄ້າຂອງຊາຣລີ (Charlie's Store) ເປີດຕາມປົກກະຕິ, ເຊິ່ງກ້ອງວົງຈອນປິດ ຈາກພາຍໃນຮ້ານນີ້ ສະແດງໃຫ້ເຫັນ ນາງ ດອນ ສເຕີຣແຈັສ(Dawn Sturgess) ມື້ວັນກ່ອນ ທີ່ນາງໄດ້ລົ້ມປ່ວຍສາຫັດ ໃນເມືອງ ເອມສເບີຣີ ຂອງອັງກິດ, ວັນທີ 6 ກໍລະກົດ 2018.

ຣັດເຊຍ ປະຕິເສດ ຕໍ່ການມີບົດບາດໃດໆ ໃນເຫດການສຳພັດກັບສານພິດຂອງຄູ່
ຜົວເມຍ ຊາວອັງກິດ ຜູ້ທີ່ ທາງການຂອງອັງກິດ ຢືນຢັດວ່າ ເປັນຜູ້ເຄາະຮ້າຍຫຼ້າສຸດ
ຂອງສານພິດ ໂນວີໂຊກ (Novichok) ທີ່ອັງກິດກ່າວຫາວ່າ ເປັນສານພິດທຳລາຍ
ລະບົບປະສາດ ລະດັບຂອງທະຫານ ທີ່ຜະລິດໂດຍຣັດເຊຍ ເຊິ່ງໄດ້ຖືກຊັດທອດ
ໃນຄັ້ງທຳອິດ ໃນການພະຍາຍາມລອບສັງຫານ ຕໍ່ອະດີດສາຍລັບຂອງຣັດເຊຍ
ແລະລູກສາວຂອງທ່ານ ຢູ່ໃນດິນແດນຂອງອັງກິດ ເມື່ອເດືອນມີນາ ຜ່ານມານີ້.

ການໂຈມຕີໃນເບື້ອງຕົ້ນ ໄດ້ເຮັດໃຫ້ອະດີດສາຍລັບຂອງຣັດເຊຍ ທ່ານ ເຊີເກ
ສກຣີປາລ ແລະລູກສາວຂອງທ່ານ ນາງ ຢູເລຍ ໄດ້ຮັບການພະຍາບານຕົວຢູ່ທີ່ໂຮງໝໍ
ດ້ວຍອາການທີ່ສາຫັດ ເປັນເວລາສອງສາມສັບປະດາ ແລະແລ້ວໃນທີ່ສຸດ ພວກເຂົາ
ທັງສອງ ກໍຟື້ນເປັນປົກກະຕິ. ເຫດການດັ່ງກ່າວ ໄດ້ກໍ່ໃຫ້ເກີດ ວິກິດການລະຫວ່າງ
ປະເທດ ທີ່ບັນດາເຈົ້າໜ້າທີ່ ເຄຣມລິນ ປາກົດວ່າ ບໍ່ຄ່ອຍຢາກຈະໃຫ້ເຫດການຊ້ຳ
ຮອຍອີກ ໃນການປະເຊີນກັບຂໍ້ກ່າວຫາຕ່າງໆນາໆ ອີກຮອບໃໝ່.

ໂຄສົກວັງເຄຣມລິນ ທ່ານ ດີມິດທຣີ ແພສຄັອບ ໄດ້ກ່າວວ່າ “ແນ່ນອນ ພວກເຮົາກໍ
ເປັນຫ່ວງ ທີ່ພວກສານພິດເຫຼົ່ານັ້ນ ໄດ້ຖືກນຳໃຊ້ຊ້ຳແລ້ວຊ້ຳອີກ ຢູ່ໃນຢູໂຣບ. ແຕ່ຢ່າງໃດກໍຕາມ ໃນອີກດ້ານນຶ່ງ ພວກເຮົາ ບໍ່ມີຂໍ້ມູນກ່ຽວກັບສານພິດຊະນິດໃດ
ທີ່ໄດ້ຖືກນຳໃຊ້ ຫຼື ໄດ້ຖືກນຳໃຊ້ໃນວິທີໃດ.”

ສ່ວນຊາວອັງກິດ ນາງ ດອນ ສເຕີຣແຈັສ ອາຍຸ 44 ປີ ແລະ ທ້າວ ຊາຣລີ ຣາວລີ ອາຍຸ
45 ປີ ທັງສອງໄດ້ລົ້ມປ່ວຍ ໃນເມືອງ ເອມສເບີຣີ ເຊິ່ງເປັນເມືອງຕັ້ງຢູ່ຫ່າງຈາກເມືອງ
ໂຊລສເບີຣີ ຕ່ຳກວ່າ 16 ກິໂລແມັດເທົ່ານັ້ນ ທີ່ສະແດງອາການຕ່າງໆ ທີ່ສອດຄ່ອງກັບ
ການຖືກສານພິດ ຂອງທ່ານສກຣີປາລ ອີງຕາມການບັນລະຍາຍ ຂອງເຈົ້າໜ້າທີ່ແພດ
ຂອງອັງກິດ.

ຣັດເຊຍ ໄດ້ປະຕິເສດຢ່າງບໍ່ພໍອົກພໍໃຈ ຕໍ່ການມີສ່ວນກ່ຽວຂ້ອງໃດໆ ໃນເຫດການ
ທັງຫຼາຍດັ່ງກ່າວ ໂດຍໂຕ້ແຍ້ງວ່າ ມົສກູ ບໍ່ເຄີຍມີສານພິດ ໂນວີໂຊກ ຢູ່ໃນຄອບຄອງ
ເລີຍ ແລະ ບໍ່ມີຜົນທີ່ຈະໄດ້ຮັບເລີຍ ໃນດ້ານການເມືອງ ຈາກການໂຈມຕີຕໍ່ອະດີດ
ສາຍລັບສອງຝ່າຍ ທີ່ເຫັນວ່າໄດ້ອອກກິນເບ້ຍບຳນານແລ້ວນັ້ນ.

ແຕ່ໃນທ່າມກາງເຫດການຂອງເມືອງໂຊລສເບີຣີ ນັ້ນ ບັນດາເຈົ້າໜ້າທີ່ຂອງຣັດເຊຍ
ກໍໄດ້ຊຸມຄວາມກັງວົນໃຈຂອງພວກເຂົາເຈົ້າ ໃສ່ການທີ່ທາງການຂອງອັງກິດ ສືບຕໍ່ບໍ່
ຍອມໃຫ້ນັກສືບສວນຂອງຣັດເຊຍ ເຂົ້າຮ່ວມໃນການສືບສວນສອບສວນນຳກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG