ທະນາຄານກາງຂອງຣັດເຊຍ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສະໜັບ
ສະໜູນພວກສະຖາບັນການເງິນ ທີ່ຖືກລົງໂທດໃໝ່ຈາກ ສະຫະ
ລັດ ແລະສະຫະພາບຢູໂຣບ.
ໃນວັນພຸດມື້ນີ້ ທະນະຄານກາງຣັດເຊຍ ໄດ້ໃຫ້ຄຳໝັ້ນສັນຍາວ່າ
“ຈະເອົາມາດຕະການຢ່າງພຽງພໍ” ເພື່ອສະໜັບສະໜູນບັນດາສະ
ຖາບັນທີ່ໄດ້ຮັບຜົນກະທົບ ຈາກມາດຕະການລົງໂທດ ທີ່ແນ່ໃສ່ລົງ
ໂທດຣັດເຊຍ ຍ້ອນການສະໜັບສະໜູນ ພວກກະບົດ ທີ່ພາກຕາ
ເວັນອອກຂອງ ຢູເຄຣນ.
ຕະຫລາດຮຸ້ນໃນມົສກູ ໄດ້ເປີດຕໍ່າກວ່າ ໃນວັນພຸດມື້ນີ້ ໃນຂະນະ
ທີ່ມາດຕະການຕ້ານບັນດາພາກສ່ວນການທະນາຄານ ນຳ້ມັນ ແລະປ້ອງກັນ ຂອງຣັດເຊຍ
ໄດ້ເລີ້ມມີຜົນບັງຄັບໃຊ້.
ຍັງເປັນທີ່ບໍ່ແນ່ນອນວ່າ ການລົງໂທດທີ່ໜັກກວ່າເກົ່ານີ້ ຈະສົ່ງຜົນກະທົບໃດໆຕໍ່ການປະພຶດ
ຂອງຣັດເຊຍ ໃນຢູເຄຣນ ແລະກໍບໍ່ເປັນທີ່ແຈ້ງຂາວວ່າ ສະຫະລັດ ແລະສະຫະພາບຢູໂຣບ ເຕັມໃຈຈະເອົາບາດກ້າວແນວໃດໃນຂັ້ນຕໍ່ໄປ ຖ້າຫາກວ່າສະຖານະການຍັງບໍ່ມີການປ່ຽນແປງ.
ໃນການປະກາດລົງໂທດໃໝ່ຂອງສະຫະລັດ ທີ່ແນ່ໃສ່ ພາກສ່ວນພະລັງງານ ການເງິນ
ແລະປ້ອງກັນ ຂອງຣັດເຊຍນັ້ນ ປະທານາທິບໍດີ ສະຫະລັດ ທ່ານ Barack Obama
ໄດ້ເອົາການລົງໂທດໃໝ່ນັ້ນ ໄປພົວພັນກັບ ການຍິງຖ້ຽວ ບິນມາເລເຊຍຕົກ ໃນວັນທີ
17 ເດືອນກໍລະກົດ ທີ່ເຮັດໃຫ້ທັງໝົດ 298 ຄົນ ຢູ່ໃນເຮືອບິນເສຍຊີວິດນັ້ນ. ບັນດານັກ
ວິເຄາະສະຫະລັດ ກ່າວວ່າ ເຮືອບິນທີ່ຕົກລົງໃນພາກຕາເວັນອອກຂອງຢູເຄຣນ ໄດ້ຖືກ
ທຳລາຍໂດຍລູກສອນໄຟຣັດເຊຍ ທີ່ອາດແມ່ນ ພວກກະບົດເປັນຜູ້ຍິງມາໃສ່ ເພາະເຂົາ
ເຈົ້າເຊື່ອວ່າ ເປັນເຮືອບິນຂອງຢູເຄຣນ.
ໃນຂະນະດຽວກັນຢູ່ທີ່ນະຄອນບຣັສເຊີລ ບັນດາເອກອັກຄະລັດຖະທູດຈາກ 28 ປະເທດ
ສະມາຊິກຂອງສະຫະພາບຢູໂຣບ ກໍໄດ້ເຫັນດີນຳການລົງໂທດໃໝ່ຕໍ່ຣັດເຊຍ ຊຶ່ງຮວມທັງ
ການຫ້າມຂາຍອາວຸດໃຫ້ຣັດເຊຍ ແລະຫ້າມຄ້າຂາຍອຸບປະກອນ ໃຫ້ແກ່ພາກສ່ວນການ
ນຳ້ມັນແລະປ້ອງກັນຂອງເຊຍ. ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ກ່າວວ່າ ມາດຕະການຂອງສະຫະພາບຢູໂຣບ ຕ້ານຣັດເຊຍ ເປັນທີ່ "ຫລີກລ່ຽງບໍ່ໄດ້.”
ວີດີໂອ: ສະຫະລັດ ແລະອີຢູ ວາງມາດຕະການລົງໂທດໃໝ່ ຕໍ່ຣັດເຊຍ: