ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ໄດ້ປະກາດວ່າ ມື້ວັນຈັນ ເປັນວັນໄວ້ທຸກ ແຫ່ງຊາດ ຫຼັງຈາກເຮືອບິນຂອງຕົນ ຕົກ


ເຮືອກູ້ໄພຂອງຣັດເຊຍກຽມພ້ອມ ຢູ່ທ່າເຮືອ ບໍ່ໃກຈາກ
ນະຄອນ Sochi,ຂອງຣັດເຊຍ, ວັນທີ 26 ທັນວາ 2016.
ເຮືອກູ້ໄພຂອງຣັດເຊຍກຽມພ້ອມ ຢູ່ທ່າເຮືອ ບໍ່ໃກຈາກ ນະຄອນ Sochi,ຂອງຣັດເຊຍ, ວັນທີ 26 ທັນວາ 2016.

ບັນດາເຈົ້າໜ້າທີ່ຂອງຣັດເຊຍ ໄດ້ປະກາດເອົາວັນຈັນມື້ນີ້ ເປັນວັນໄວ້ທຸກແຫ່ງຊາດ
ແລະ ໄດ້ກ່າວວ່າ ພວກເພິ່ນ ຈະດຳເນີນການສືບສວນຫາທຸກໆເຫດຜົນທີ່ອາດເປັນ
ໄປໄດ້ ລວມທັງການໂຈມຕີກໍ່ການຮ້າຍ ສຳລັບ ອຸບັດຕິເຫດຂອງເຮືອບິນໂດຍສານ ທະຫານຂອງຣັດເຊຍ ທີ່ປະກົດວ່າ ໄດ້ເຮັດໃຫ້ຜູ້ໂດຍສານ ຢູ່ເທິງເຮືອບິນທັງໝົດ ເສຍຊີວິດ.

ບັນດາສະມາຊິກ ຂອງກະຊວງຮັບມືກັບໄພສຸກເສີນ ຂອງຣັດເຊຍ ຍ່າງຢູ່ເທິງຂົວທຽບເຮືອ ໃກ້ກັບຈຸດເກີດອຸບັດຕິເຫດ ເຮືອບິນທະຫານຂອງຣັດເຊຍ Tu-154 ຕົກໃນທະເລດຳ ໃນນະຄອນ Sochi ຢູ່ທີ່ຊານເມືອງ ຂອງ Khosta, ຣັດເຊຍ, ວັນທີ 25 ທັນວາ 2016.
ບັນດາສະມາຊິກ ຂອງກະຊວງຮັບມືກັບໄພສຸກເສີນ ຂອງຣັດເຊຍ ຍ່າງຢູ່ເທິງຂົວທຽບເຮືອ ໃກ້ກັບຈຸດເກີດອຸບັດຕິເຫດ ເຮືອບິນທະຫານຂອງຣັດເຊຍ Tu-154 ຕົກໃນທະເລດຳ ໃນນະຄອນ Sochi ຢູ່ທີ່ຊານເມືອງ ຂອງ Khosta, ຣັດເຊຍ, ວັນທີ 25 ທັນວາ 2016.

ເມື່ອຕອນເຊົ້າວັນຈັນມື້ນີ້ ລັດຖະມົນຕີວ່າການ ກະຊວງຂົນສົ່ງຂອງຣັດເຊຍ ທ່ານ
Maxim Sokolov ກ່າວວ່າ ສາເຫດຂອງເຮືອບິນຕົກ ໃນວັນອາທິດວານນີ້ ເປັນໄປ ໄດ້ສູງທີ່ເກີດຂຶ້ນໂດຍຄວາມຜິດພາດຂອງນັກບິນ ຫຼື ບັນຫາດ້ານເທັກນິກ. ເຖິງຢ່າງ ໃດກໍຕາມ ບັນດາເຈົ້າໜ້າທີ່ ກໍໄດ້ກ່າວວ່າ ການກໍ່ການຮ້າຍ ເບິ່ງຊົງ ຈະບໍ່ເປັນສາເຫດ ຄະນະກຳມະການສອບສວນພິເສດຂອງຣັດເຊຍ ໄດ້ເປີດການສອບສວນທາງອາຍາ ເຫດການເຮືອບິນຕົກໃນຄັ້ງນີ້.

“ໃນທຸກໆມຸມທຸກໆແຈ ແລະ ສາເຫດໃດໆ ທີ່ອາດເປັນໄປໄດ້....ແມ່ນຕ້ອງໄດ້ຖືກ
ກວດຄົ້ນ ແຕ່ມັນໄວເກີນໄປ ທີ່ຈະເວົ້າ ກ່ຽວກັບ ເລື່ອງນີ້”
ວ່າເປັນການກໍ່ການຮ້າຍ ລັດຖະມົນຕີວ່າການກະຊວງຂົນສົ່ງ ທ່ານ Maxim Sokolov ໄດ້ກ່າວຕໍ່ບັນດານັກຂ່າວ ໃນນະຄອນ Sochi ຢູ່ທາງພາກໃຕ້ຂອງຣັດເຊຍ.

ພວງດອງໄມ້ ແລະ ພວກທຽນໄຂ ຖືກວາງໄວ້ ໃນການລຳລຶກເຖິງ ພວກເຄາະຮ້າຍ ຂອງອຸບັດຕິເຫດເຮືອບິນຕົກ ໃນພາກກາງຂອງນະຄອນ Sochi, ຣັດເຊຍ, ວັນທີ 25 ທັນວາ 2016.
ພວງດອງໄມ້ ແລະ ພວກທຽນໄຂ ຖືກວາງໄວ້ ໃນການລຳລຶກເຖິງ ພວກເຄາະຮ້າຍ ຂອງອຸບັດຕິເຫດເຮືອບິນຕົກ ໃນພາກກາງຂອງນະຄອນ Sochi, ຣັດເຊຍ, ວັນທີ 25 ທັນວາ 2016.

ເຮືອບິນລຳດັ່ງກ່າວ ໄດ້ຕົກລົງໃນທະເລດຳ ສອງນາທີ ຫຼັງຈາກໄດ້ບິນຂຶ້ນຈາກ ສະໜາມບິນ Sochi ໃນສະພາບອາກາດທີ່ດີ ຊຶ່ງປະກົດວ່າ ລູກເຮືອ ທັງໝົດ 8 ຄົນ
ແລະ ຜູ້ໂດຍສານ 84 ຄົນ ເສຍຊີວິດ ຊຶ່ງປະກອບມີ ສະມາຊິກ ຫຼາຍກວ່າ 20 ຄົນ ຂອງຄະນະນັກຮ້ອງປະສານສຽງທີ່ມີຊື່ສຽງ Alexandrov Ensemble ຂອງ ກອງທັບຣັດເຊຍ ທີ່ຮູ້ຈັກກັນດີ ໃນທົ່ວໂລກ ຄື Red Army Choir ນັ້ນ.

ກະຊວງປ້ອງກັນປະເທດ ໄດ້ກ່າວວ່າ ພະນັກງານກູ້ໄພ ຫຼາຍກວ່າ 3,000 ຄົນ ຢູ່ເທິງ ກ່ຳປັ່ນ 32 ລຳ ປະກອບດ້ວຍນັກດຳນ້ຳ ຫຼາຍກວ່າ 100 ຄົນ ແມ່ນກຳລັງສືບຕໍ່ຊອກ
ຫາຜູ້ທີ່ລອດຊີວິດ. ພວກພະນັກງານກູ້ໄພ ແມ່ນໄດ້ຮັບການສະໜັບສະໜູນໂດຍ ເຮືອບິນເຮລິຄອບເຕີ ເຮືອບິນບໍ່ມີຄົນຂັບ ແລະ ເຮືອດຳນ້ຳ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Russian Plane Crash
please wait
Embed

No media source currently available

0:00 0:02:20 0:00

XS
SM
MD
LG