ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ເສຍຊີວິດ ປະຈຳວັນ ຍ້ອນໂຄວິດ-19 ໃນຣັດເຊຍ ສູງທີ່ສຸດ ນັບແຕ່ເລີ້ມມີການລະບາດ


ຄົນເສີບອາຫານຜູ້ນຶ່ງ ໃສ່ໜ້າກາກ ແລະສົບມື ປ້ອງກັນໄວຣັສໂຄໂຣນາ ຢູ່ຮ້ານອາຫາຍ "ຊີ້ນແລະປາ" ໃນນະຄອນມົສກູ
ຣັດເຊຍ ວັນທີ 18 ມິຖຸນາ 2021.
ຄົນເສີບອາຫານຜູ້ນຶ່ງ ໃສ່ໜ້າກາກ ແລະສົບມື ປ້ອງກັນໄວຣັສໂຄໂຣນາ ຢູ່ຮ້ານອາຫາຍ "ຊີ້ນແລະປາ" ໃນນະຄອນມົສກູ ຣັດເຊຍ ວັນທີ 18 ມິຖຸນາ 2021.

ຣັດເຊຍໄດ້ລາຍງານ ຈຳນວນຜູ້ເສຍຊີວິດ ສູງທີ່ສຸດ ຍ້ອນໄວຣັສໂຄໂຣນາພາຍໃນນຶ່ງວັນນັບແຕ່ໄດ້ເລີ້ມມີການແຜ່ລະບາດຄື 890 ຄົນເສຍຊີວິດໃນວັນອາທິດ ວານນີ້ ອີງຕາມໜ່ວຍປະຕິບັດງານໄວຣັສໂຄໂຣນາແຫ່ງຊາດ. ນີ້ເປັນມື້ທີຫ້າຕິດ ຕໍ່ກັນ ທີ່ໄດ້ມີລາຍງານບັນທຶກໃໝ່ປະຈຳວັນ ກ່ຽວກັບການເສຍຊີວິດຍ້ອນໄວຣັສໂຄໂຣນາ.

ໜ່ວຍປະຕິບັດງານຍັງໄດ້ກ່າວວ່າ ຈຳນວນຜູ້ຕິດເຊື້ອໄວຣັສໂຄໂຣນາໃໝ່ທີ່ລາຍ ງານໃນວັນອາທິດວານນີ້ ຍັງສູງທີ່ສຸດເປັນອັນດັບສອງຂອງປີຄືເກືອບ 25,800 ຄົນ.

ນັບແຕ່ເລີ້ມມີການແຜ່ລະບາດ ຣັດເຊຍໄດ້ລາຍງານຈຳນວນຜູ້ເສຍຊີວິດເກືອບ 205,000 ຄົນ ຍ້ອນໂຄວິດ-19 ພະຍາດທີ່ມີສາເຫດມາຈາກເຊື້ອໄວຣັສໂຄໂຣ ນາ ຄືຫຼາຍທີ່ສຸດໃນຢູໂຣບ ອີງຕາມສູນກາງຊັບພະຍາກອນ ໄວຣັສໂຄໂຣນາ ຈອນສ໌ ຮອບກິນສ໌. ປະເທດດັ່ງກ່າວ ມີພົນລະເມືອງຢູ່ປະມານ 146 ລ້ານຄົນ ແລະໄດ້ບັນທຶກຈຳນວນຜູ້ຕິດເຊື້ອເກືອບ 7 ລ້ານ 5 ແສນຄົນ ອີງຕາມຈອນສ໌ ຮອບກິນສ໌. ສະຫະລັດຣາດຊະອານາຈັກ ມີປະຊາຊົນປະມານ 67 ລ້ານຄົນຊຶ່ງ ນຳໜ້າຢູໂຣບ ໃນຕິດເຊື້ອໄວຣັສໂຄໂຣນາ 7 ລ້ານ 9 ແສນກໍລະນີ ອີງຕາມ ຈອນສ໌ ຮອບກິນສ໌ ນັບແຕ່ເລີ້ມມີການແຜ່ລະບາດ.

ພວກເຈົ້າໜ້າທີ່ຣັດເຊຍກ່່່າວວ່າ ເຂົາເຈົ້າບໍ່ມີແຜນທີ່ຈະປິດເມືຶອງ ບັງຄັບໃຊ້ກົດ ລະບຽບໃຫ້ໃສ່ໜ້າກາກທີ່ເຄັ່ງຄັດ ຫຼືຢັ້ງຢືນໃຫ້ມີຫຼັກຖານໃນການສັກຢາວັກຊີນ. ປະມານ 30 ເປີເຊັນ ຂອງປະຊາຊົນຣັດເຊຍໄດ້ຮັບການສັກຢາວັກຊີນເຕັມຊຸດ ອີງຕາມຈອນສ໌ ຮອບກິນສ໌ ເຖິງແມ່ນປະເທດດັ່ງກ່າວ ໄດ້ພັດທະນາຢາວັກຊີນ ສະປຸດນິກ ຫ້າ (Sputnik V.) ຂອງຕົນເອງແລ້ວ.

ຂະນະດຽວກັນ ບໍລິສັດນຶ່ງຂອງອັງກິດກ່າວວ່າ ຕົນໄດ້ພັດທະນາການປິນປົວທີ່ງ່າຍ ໃນ
ການກວດໂດຍໃຊ້ນໍ້າລາຍ ທີ່ສາມາດຮູ້ໄດ້ວ່າ ຄົນຜູ້ນຶ່ງຕິດເຊຶ້ອໄວ ຣັສຫຼາຍພໍ ທີ່ຈະສົ່ງ
ຕໍ່ເຊື້ອໄວຣັສໂຄໂຣນາ ທີ່ພາໃຫ້ເປັນໂຄວິດ-19 ຫຼືບໍ່.

ບໍລິສັດວາຕິກ (Vatic) ກ່າວຢູ່ໃນຖະແຫຼງຂ່າວວ່າການທົດລອງຂອງຕົນ “ເປັນ ທີ່ແມ່ນຢໍາທີ່ສຸດ” ແລະຍັງບໍ່ເຄີຍມີການຜິດພາດແມ່ນແຕ່ເທື່ອດຽວຂອງຜົນການ ກວດຂອງຕົນ. “ນີ້ເປັນທີ່ສຳຄັນຫຼາຍ ທີ່ຈະເຮັດໃຫ້ຊີວິດກັບຄືນມາສູ່ຄວາມເປັນ ປົກກະຕິ” ນັ້ນຄືຄຳເວົ້າທີ່ທາງບໍລິສັດໄດ້ກ່າວໄວ້.

ບໍລິສັດວາຕິກ ກ່າວວ່າ “ການປະຕິບັດງານນີ້ໄດ້ອອກແບບເພື່ອໃຫ້ຄົນຈະໃຊ້ໃນ ການກວດຫຼາຍເທື່ອຕໍ່ອາທິດ.”

ຜົນຂອງການກວດຈະຮູ້ພາຍໃນ 15 ນາທີ ອີງຕາມຄຳເວົ້າຂອງບໍລິສັດ.

ອ່າ່ນຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG