ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຕຳ​ໜິ​ຕິ​ຕຽນ ຕາ​ເວັນ​ຕົກ ສຳ​ລັບ​ການ​ກົດ​ດັນ​ຕໍ່ ອີ​ຣ່ານ


ຮອງ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຣຽບ​ກອບ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອີ​ຣ່ານ ແລະ ກຸ່ມ BRICS ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ, ອີ​ຣ່ານ, 8 ສິງ​ຫາ 2023. (West Asia News Agency via Reuters)
ຮອງ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຣຽບ​ກອບ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອີ​ຣ່ານ ແລະ ກຸ່ມ BRICS ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ, ອີ​ຣ່ານ, 8 ສິງ​ຫາ 2023. (West Asia News Agency via Reuters)

ຣັດ​ເຊຍ ໃນ​ວັນ​ອັງ​ຄານ​ວານນີ້​ໄດ້​ປະ​ກາດ​ການ​ສະ​ໜັບ​ສະ​ໜູນ​ຂອງ​ເຂົາ​ເຈົ້າ​ຕໍ່​ພັນ​ທະ​ມິດ ອີ​ຣ່ານ ໃນ​ການ​ປະ​ຕິ​ເສດ​ຄວາມ​ພະ​ຍາ​ຍາມ​ຂອງ​ຕາ​ເວັນ​ຕົກ ເພື່ອ​ຮັກ​ສາ​ການ​ຍັບ​ຢັ້ງ​ຕໍ່ ອີ​ຣ່ານ ເຖິງ​ແມ່ນ​ວ່າ​ຂໍ້​ຕົກ​ລົງ​ປີ 2015 ທີ່​ໄດ້​ພັງ​ລົງ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ຄວບ​ຄຸມ​ໂຄງ​ການ​ນິວ​ເຄ​ລຍ​ຂອງ ເຕຫະ​ຣ່ານ ເພື່ອ​ແລກ​ປ່ຽນ​ກັບ​ການຫຼຸ​ດ​ຜ່ອນ​ມາດ​ຕະ​ການ​ລົງ​ໂທດ​ກໍ​ຕາມ.

ຫຼັງ​ຈາກ​ການ​ພົບ​ປະ​ລະ​ຫວ່າງ​ຮອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ນັ້ນ, ກະ​ຊວງ​ການ​ຕ່າງ​ປະ​ເທດຂອງ ຣັດ​ເຊຍ ໄດ້​ກ່າວ​ວ່າ ມົ​ສ​ກູ ແລະ ເຕ​ຫະ​ຣ່ານ ແມ່ນ​ເຫັນ​ພ້ອມ​ກັນ​ໃນ​ການ​ເຊື່ອ​ວ່າ​ຄວາມ​ລົ້ມ​ແຫຼວ​ທີ່​ຈະ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ແມ່ນ​ມີ​ສ​າ​ເຫດ​ມາ​ຈາກ “ນະ​ໂຍ​ບາຍ​ທີ່​ຜິດ​ພາດ ກ່ຽວ​ກັບ ການ​ກົດ​ດັນ​ຂີດ​ສູງ​ສຸດ ທີ່​ຖືກ​ດຳ​ເນີນ​ໂດຍ ສະ​ຫະ​ລັດ ແລະ ຜູ້​ທີ່​ມີ​ຄວາມ​ຄິດ​ທີ່​ຄ້າຍ​ຄື​ກັນ.”

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ອອກ​ຈາກ​ຂໍ້​ຕົກ​ລົງ​ທີ່​ຮູ້​ຈັກ​ດັ່ງ​ກັບ JCPOA ໃນ​ປີ 2018 ໃນ​ຂະ​ນະ​ດຽວ​ກັນ​ປະ​ມາດ​ຕະ​ການ​ລົງ​ໂທດ​ໄວ້​ຄື​ເກົ່າ. ສາຍ​ພົວ​ພັນ​ຂອງ ອີ​ຣ່ານ ກັບບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ແມ່ນ​ໄດ້​ຊຸດ​ໂຊມ​ລົງ​ນັບ​ຕັ້ງ​ແຕ່​ນັ້ນ​ມາ, ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເລັ່ງ​ດຳ​ເນີນ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ເຂົາ​ເຈົ້າ.

ແຕ່​ ຣັດ​ເຊຍ, ເຊິ່ງ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ກັບ ສະ​ຫະ​ລັດ, ຈີນ, ອັງ​ກິດ, ຝ​ຣັ່ງ, ເຢຍ​ຣະ​ມັນ ແລະ ສະ​ຫະ​ພາບ ຢູ​ໂຣບ ນັ້ນ, ແມ່ນ​ໄດ້​ຂະ​ຫຍາຍ​ສາຍ​ພົວ​ພັນ​ຢ່າງ​ເລິກ​ເຊິ່ງ​ກັບ ອີ​ຣ່ານ ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ ຢູ​ເຄ​ຣນ.

ສົງ​ຄາມ​ດັ່ງ​ກ່າວ, ເຊິ່ງ ຣັດ​ເຊຍ ໄດ້​ເອີ້ນ​ວ່າ “ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ພິ​ເສດ​ນັ້ນ,” ໄດ້​ເຮັດ​ໃຫ້​ສາຍ​ພົວ​ພັນ​ຂອງ​ເຂົາ​ເຈົ້າ​ເອງ​ກັບ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ ຕົກ​ລົງ​ສູ່​ລະ​ດັບ​ທີ່​ຕ່ຳ​ທີ່​ສຸດ​ໃນ​ຮອບຫຼາຍ​ທົດ​ສະ​ວັດ.

ແຫຼ່ງ​ຂ່າວ​ຕ່າງໆ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ​ ໃນ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ​ວ່າ​ບັນ​ດາ​ນັກ​ການ​ທູດ ຢູ​ໂຣບ ໄດ້​ແຈ້ງ​ໃຫ້ ອີ​ຣ່ານ ຊາບ​ວ່າ​ເຂົາ​ເຈົ້າ​ມີ​ແຜນ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ ສະ​ຫະ​ລັດ ໃນ​ການ​ຮັກ​ສາ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ໂຄງ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ ອີ​ຣ່ານ ທີ່​ມີ​ກຳ​ນົດ​ຈະ​ໝົດ​ອາ​ຍຸ​ໃນ​ເດືອນ​ຕຸ​ລານີ້ ພາຍ​ໃຕ້​ຂອງ​ຕົກ​ລົງ​ນິວ​ເຄ​ລຍ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG