ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດ​ເຊຍ​ຕິຕຽນ ອີຢູ ທີ່​ດັດ​ແກ້ ຂໍ້​ຫ້າມ​ ຂາຍ​ອາ​ວຸດ ໃຫ້ຊີ​ເຣຍ (ວີດີໂອ/ສະໄລດ໌)


Kerry, Lavrov Committed to Organizing Syria Peace Talks
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ

ວີດິໂອ: ລັດຖະມົນ​ຕິ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ແລະ ​ລັດຖະມົນ​ຕີການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ກ່າວວ່າ ພວກທ່ານຍັງມີຄວາມມຸ້ງໝັ້ນ ທີ່ຈະຈັດ ກອງປະຊຸມສັນຕິພາບຂຶ້ນ ເພື່ອຍຸດຕິສົງຄາມກາງເມືອງ ໃນຊີເຣຍ.

ຣັດ​ເຊຍ​ໄດ້ຕິຕຽນການ​ຕັດສິນ​ໃຈ​ຂອງສະຫະພາບ​ຢູ​ໂຣບ ທີ່​ດັດ​ແກ້ການ​ຫ້າມ​ຂາຍ​ອາ​ວຸດ ​ໃຫ້ຊີ​ເຣຍນັ້ນ ​ອ້າງ​ວ່າ ການ​ກະທໍາ​ດັ່ງກ່າວ​ນັ້ນ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ຄວາມ​ພະຍາຍາມທີ່​ຈະ​ຈັດຕັ້ງ​ກອງ​ປະຊຸມ​ສັນຕິພາບຂຶ້ນ ​ເພື່ອ​ຍຸດຕິ​ຄວາມ​ຮຸນ​ແຮງ
​ໃນ​ປະ​ເທດ. ສະຫະພາບ​ຢູ​ໂຣບ​ໄດ້ຕົກລົງ​ໃນ​ວັນ​ຈັນວັນ​ນີ້ ທີ່​ຈະຍັງຮັກສາ​ການ​ລົງ​ໂທດ​ຕໍ່​ລັດຖະບານ​ຊີ​ເຣຍ​ໄວ້​ຕໍ່​ໄປ ​ແຕ່​ຈະ
​ອະນຸຍາດ​ໃຫ້ມີ​ການ​ສົ່ງ​ອາວຸດ ໄປໃຫ້ກຸ່ມປະສົມຝ່າຍ​ຄ້ານ​ແຫ່ງ​ຊາດຊີ​ເຣຍ ຫຼື Syrian National Coalition ​ນັ້ນ​.

ອົງການ​ຂ່າວ Itar-Tass ຂອງຣັດ​ເຊຍ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າຂອງ​
ຮອງ​ລັດຖະມົນ​ຕິ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Ryabkov
ທີ່ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການ​ຕັດ ສິນ​ໃຈ​ດັ່ງກ່າວ​ນັ້ນ ​ແມ່ນ​
ສ້າງ​ຄວາມ​ເສຍ​ຫາຍ​ໂດຍ​ກົງຕໍ່ ໂອກາດສໍາລັບກອງ​ປະຊຸມ​ສັນຕິ
ພາບ ທີ່​ທາງຣັດ​ເຊຍ​ແລະ​ສະຫະລັດ​ໄດ້​ສະ​ເໜີ​ໃຫ້​ຈັດ​ຂຶ້ນ​ ໃນ​ເດືອນ​ໜ້າ​ນີ້.

​ລັດຖະມົນ​ຕິ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ແລະ ​ລັດຖະມົນ​ຕີການ​
ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ຫຼັງຈາກທີ່​ໄດ້​ພົບ​
ປະກັນໃນ​ກຸງ​ປາຣີ ເພື່ອ​ຫາລື​ກັນ​ກ່ຽວ​ກັບ​ແຜນການ​ເຈລະຈາ​ສັນຕິພາບດັ່ງກ່າວ​ວ່າ
ພວກທ່ານຍັງມີ​ຄວາມຫວັງ​ຢູ່ ​ເຖິງ​ວ່າ​ຈະ​ປະສົບ​ກັບການ​ທ້າ​ທາຍ​ຕ່າງໆ​ນາໆ​ ໃນ​ການ​ດໍາ​
ເນີນຄວາມພະຍາຍາມ ທີ່​ຕ້ອງການ​ການ​ຮ່ວມ​ມື​ຈາກ​ຫລາຍໆ​ປະ​ເທດນັ້ນ ກໍ​ຕາມ.



ທ່ານ Lavrov ເອີ້ນ​ວຽກດັ່ງກ່າວວ່າ “​ໃຫຍ່​ມະຫາສານ” ​ແຕ່ກໍກ່າວວ່າ ຣັດ​ເຊຍ ​ແລະ​ສະຫະລັດ ​ຈະກະ​ທໍາ​ທຸກ​ວິຖີທາງ​ເພື່ອ​ໃຫ້ການ​ລິ​ເລີ່​ມດັ່ງກ່າວ​ນີ້​ໄດ້​ຮັບ​ຄວາມ​ສໍາ​ເລັດ.

ສະຫະພາບ​ຢູ​ໂຣບ ກ່າວ​ວ່າ ຕົນ​ຈະ​ຕີ​ລາຄາ​ເບິ່ງ​ຂໍ້ສະ​ເໜີ​ກ່ຽວ​ກັບກອງ​ປະຊຸມ​ສັນ​ຕິພາບ​
ນັ້ນ ແລະ​ກໍ​ຈະ​ປຶກສາ​ກັບ​ ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ເສຍ​ກ່ອນ ກ່ອນ​ຈະ​ມີ​ການ​ສົ່ງ​ອາ​ວຸດຍຸດ​ໂທ​ປະກອນ​ເກີດ​ຂຶ້ນ ຊຶ່ງການ​ຕັດ​ສິນ​ໃຈ​ດັ່ງກ່າວ​ຈະ​ມີ​ຂຶ້ນ​ກ່ອນວັນ​ທີ 1 ສິງຫາ ທີ່​ຈະ​ມາ​ເຖິງ​ນີ້.

ລັດຖະມົນ​ຕີການ​ຕ່າງປະ​ເທດອັງກິດ​ທ່ານ William Hague ກ່າວ​ວ່າ ຂໍ້​ດັດ​ແກ້ການ​ຫ້າມ
ການ​ຄ້າຂາຍ​ອາ​ວຸດ​ໃຫ້​ຊີ​ເຣຍນັ້ນ​ ຈະ​ສ້າງ​ຄວາມ​ກົດ​ດັນ​ຕໍ່​ປະທານາທິບໍດີຊີ​ເຣຍ ທ່ານ
Bashar al-Assad ໃຫ້ຫາ​ທາງ​ສະ​ແຫວງ​ຫາທາງ​ອອກ ​ທີ່​ບໍ່​ແມ່ນ​ທາງ​ທະຫານ ຕໍ່ການ
​ສູ້​ລົບ​ກັນ​ ທີ່​ດໍາ​ເນີນມາ​ເປັນ​ເວລາ​ຫຼາຍ​ກວ່າ 2 ປີ​ແລ້ວ​ນັ້ນ.

ວີດິໂອ: ກອງປະຊຸມ ຂອງສະຫະພາບຢູໂຣບ ກ່ຽວກັບຊີເຣຍ:

Syria EU
please wait
Embed

No media source currently available

0:00 0:00:43 0:00
XS
SM
MD
LG