ກຸ່ມເຄື່ອນໄຫວຕ້ານລັດຖະບານຣັດເຊຍທີ່ພັດຖິ່ນກຸ່ມນຶ່ງ ທີ່ສ້າງຕັ້ງຂຶ້ນໂດຍຜູ້ຕຳນິຕິ ຕຽນລັດຖະບານວັງ Kremlin ແລະຜູ້ມີອຳນາດ ທ່ານ Mikhail Khodorkovsky ກ່າວ
ວ່າ ກຸ່ມຂອງຕົນມີແຜນທີ່ຈະທໍາການປະທ້ວງຕໍ່ຕ້ານ ປະທານາທິບໍດີ Vladimir Putin
ຢູ່ໃນ 32 ໂຕເມືອງໃນວັນທ້າຍອາທິດນີ້ ເຖິງແມ່ນວ່າພວກເຈົ້າໜ້າທີ່ຈະໄດ້ຫ້າມບໍ່ໃຫ້
ຂະບວນການດັ່ງກ່າວມີການເຄື່ອນໄຫວ ແລະໄດ້ປະກາດວ່າກຸ່ມນັ້ນຜິດກົດໝາຍ ແລະ
ຕຳຫລວດໄດ້ຖະຫລົ່ມຫ້ອງການຫລາຍໆແຫ່ງຂອງກຸ່ມນີ້ ຢູ່ໃນນະຄອນຫລວງມົສກູ.
ທ່ານນາງ Maria Galitskaya ໂຄສົກຍິງຂອງກຸ່ມການເຄື່ອນໄຫວຊື່ວ່າຣັດເຊຍເປີດ
ເຜີຍ ກ່າວວ່າ ການທໍາການປະທ້ວງຈະດໍາເນີນໄປຕາມແຜນທີ່ໄດ້ວາງໄວ້. ທ່ານນາງ
ກ່າວອີກວ່າ “ພວກເຮົາຂໍຢືນຢັນວ່າ ພວກເຮົາບໍ່ໄດ້ຝ່າຝືນກົດໝາຍ ເພາະພວກເຮົາບໍ່
ໄດ້ມີການປະຊຸມ ຫລືເດີນປະທ້ວງ ຫລືຖືປ້າຍປະທ້ວງ. ພວກເຮົາຖືເອົາໜັງສືໄປຍື່ນ
ໃຫ້ຫ້ອງການຮັບຕ້ອນປະທານາທິບໍດີ ເພາະການເຮັດແນວນັ້ນ ແມ່ນບໍ່ມີຜູ້ໃດໄດ້ຍິນ
ພວກເຮົາ ໃນເວລາພວກເຮົາແຕ່ລະຄົນເຮັດເຊັ່ນນັ້ນ.”
ການປະທ້ວງມີແຜນຈັດຂຶ້ນໃນຕອນສວຍວັນເສົາມື້ນີ້ ຊຶ່ງຈະລວມມີການຍື່ນໜັງສືຮ້ອງ
ທຸກຕໍ່ປະທານາທິບໍດີ Vladimir Putin ກ່ຽວກັບສະຖານະການ ຢູ່ໃນຣັດເຊຍໃນປັດຈຸ
ບັນ. ທ່ານນາງ Galitskaya ກ່າວຢໍ້າອີກວ່າ “ມັນຍາກທີ່ຈະທຳນາຍໄດ້ວ່າ ຈະມີຫຍັງ
ເກີດຂຶ້ນກັບການປະຕິບັດເຊັ່ນນັ້ນ. ພວກເຮົາຫວັງວ່າ ພວກເຮົາຈະຍື່ນໜັງສືເຫລົ່ານັ້ນ ແລ້ວກໍອອກໜີໄປຢ່າງງຽບໆ. ພວກເຮົາບໍ່ມີແຜນທີ່ຈະຝ່າຝືນກົດໝາຍ ຈາກຝ່າຍເຮົາ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ