ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ອາດຈະຕ້ອງປະເຊີນກັບການລົງໂທດຄັ້ງໃໝ່ ພາຍຫຼັງການເສຍຊີວິດ ຂອງທ່ານ ນາວາລນີ


ຮູບຂອງຜູ້​ນໍາ​ຝ່າຍ​ຄ້ານຂອງຣັດເຊຍ ທີ່​ຖືກ​ຄຸມ​ຂັງ​ ທ່ານອາເລັກເຊ ນາວາລນີ (Alexey Navalny) ແຂວນຢູ່ເທິງກຳແພງ ຂະນະທີ່ປະຊາຊົນພາກັນເຂົ້າຮ່ວມການໄວ້ອາໄລ ຫຼັງການເສຍຊີວິດຂອງທ່ານ ຢູ່ທີ່ Trocadero ໃກ້ກັບ Eiffel Tower ໃນນະຄອນຫຼວງປາຣີ, ປະເທດຝຣັ່ງ, ວັນທີ 19 ກຸມພາ 2024.
ຮູບຂອງຜູ້​ນໍາ​ຝ່າຍ​ຄ້ານຂອງຣັດເຊຍ ທີ່​ຖືກ​ຄຸມ​ຂັງ​ ທ່ານອາເລັກເຊ ນາວາລນີ (Alexey Navalny) ແຂວນຢູ່ເທິງກຳແພງ ຂະນະທີ່ປະຊາຊົນພາກັນເຂົ້າຮ່ວມການໄວ້ອາໄລ ຫຼັງການເສຍຊີວິດຂອງທ່ານ ຢູ່ທີ່ Trocadero ໃກ້ກັບ Eiffel Tower ໃນນະຄອນຫຼວງປາຣີ, ປະເທດຝຣັ່ງ, ວັນທີ 19 ກຸມພາ 2024.

ກອງທັບ​ຢູ​ເຄຣນ​ໄດ້​ລາຍ​ງານ​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງຣັດ​ເຊຍ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະ​ທີ່​ໄດ້ມີແຮງ​ກົດ​ດັນຕໍ່​ການ​ລົງ​ໂທດ​ຄັ້ງ​ໃໝ່​ຕໍ່ຣັດ​ເຊຍ ຫລັງ​ຈາກ​ການ​ຕາຍ​ຂອງ​ຜູ້​ນໍາ​ຝ່າຍ​ຄ້ານທີ່​ຖືກ​ຄຸມ​ຂັງ​ ທ່ານອາເລັກເຊ ນາວາລນີ (Alexey Navalny).

ກອງທັບ​ອາກາດ​ຢູ​ເຄຣນໄດ້​ກ່າວ​ວ່າ ການ​ປ້ອງ​ກັນທາງອາກາດ​ຂອງ​ປະ​ເທດຕົນ ​ໄດ້​ທຳລາຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງຣັດ​ເຊຍ 23 ລຳ. ການ​ສະກັດ​ກັ້ນ​ ໄດ້​ເກີດ​ຂຶ້ນ​ໃນ​ຫຼາຍ​ພາກພື້ນ​ຂອງ​ຢູ​ເຄຣນ, ລວມທັງຄາກີຟ (Kharkiv), ດະນີໂປຣເປໂຕຣບກ໌ (Dnipropetrovsk), ເຄີຊັນ (Kherson) ແລະ ມິໂກລິຟ (Mykolaiv).

ການ​ໂຈມ​ຕີ​ຂອງຣັດ​ເຊຍ​ຍັງ​ລວມມີ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ສີ່​ລູກ. ຍັງ​ບໍ່ມີ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ ຫຼື​ຜູ້ໄດ້ຮັບບາດ​ເຈັບ ໃນທັນທີ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ​ເຄ​ຣນ ທ່ານ ເດັນນີສ ຊມີແຮລ​ (Denys Shmyhal) ໃນ​ວັນ​ອັງ​ຄານ​ມື້​ນີ້ ໄດ້​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ ແລະ​ສະ​ຫະ​ພາບຢູໂຣບ ອອກ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່ຣັດ​ເຊຍ.

ຫົວ​ໜ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຂອງອີຢູ ທ່ານ ໂຈເຊບ ບໍເຣລ (Josep Borrell) ກ່າວ​ໃນ​ວັນ​ຈັນວານ​ນີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານວລາດີເມຍ ປູຕິນ (Vladimir Putin) “ຈະ​ຕ້ອງ​ຮັບ​ຜິດ​ຊອບ” ຕໍ່ການ​ເສຍ​ຊີ​ວິດ​ຂອງ ທ່ານນາວາ​ລນີ (Navalny).

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG