ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດເຊຍ ສຶບຕໍ່ ຂາຍອາວຸດ ໃຫ້ແກ່ ຊີເຣຍ (ສະໄລດ໌)


ທ່ານ Anatoly Isaikin ກ່າວຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ວ່າ ຣັດ​​ເຊຍ ກໍາລັງ​ປະ​ຕິ​ບັດ​ຕາມ​ພັນທະ ທີ່​ມີ​ຕໍ່​ສັນຍາທີ່​ໄດ້​ເຊັນ​​ກັນ​ມາ​ກ່ອນແລ້ວ
ທ່ານ Anatoly Isaikin ກ່າວຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ວ່າ ຣັດ​​ເຊຍ ກໍາລັງ​ປະ​ຕິ​ບັດ​ຕາມ​ພັນທະ ທີ່​ມີ​ຕໍ່​ສັນຍາທີ່​ໄດ້​ເຊັນ​​ກັນ​ມາ​ກ່ອນແລ້ວ
ຫົວໜ້າບໍລິສັດສົ່ງ​ອອກອາວຸດຂອງ​ຣັດ​ເຊຍກ່າວວ່າ ຕົນຍັງ​ສື​ບ
ຕໍ່ສົ່ງ ​ອາວຸດ​ໄປ​ໃຫ້ລັດຖະບານ​ຊີ​ເຣຍ ​ແຕ່ວ່າອຸປະກອນ​ເຫລົ່າ
​ນັ້ນ​ບໍ່ສາມາດ ນໍາ​ໄປ​ໃຊ້​ໃນ​ການ​ໂຈມ​ຕີ​ໄດ້ ຈັກ​ອັນ.

ຜູ້​ອໍານວຍ​ການ ບໍລິສັດ Rosoboronexport ທ່ານ Anatoly
Isaikin ກ່າວຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຣັດເຊຍ
ກໍາລັງ​ປະ​ຕິ​ບັດ​ຕາມ​ພັນທະ ທີ່​ມີ​ຕໍ່​ສັນຍາທີ່​ໄດ້​ເຊັນກັນ​ມາ​ກ່ອນແລ້ວ ຊຶ່ງ​ເປັນ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ເພາະວ່າ​ບໍ່​ມີ​ການ​ລົງ​ໂທດໃດ​ໆ​ຈາກສະຫະ​ປະ​ຊາ​ດ ທີ່​ຫ້າມບໍ່​ໃຫ້​ຂາຍ​ອາວຸດ​ ແກ່ຊີ​ເຣຍ.

ຣັດ​ເຊຍ ​ແລະ​ຈີນ ໄດ້​ໃຊ້​ສິດ​ຍັບ​ຍັ້ງ ​ຫລື​ວີ​ໂຕ້ ມະຕິ​ຂອງສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ສາມ​ສະບັບ ທີ່​ຕໍ່ຕ້ານຊີ​ເຣຍ ​ແລະ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈໍາ​ເປັນ​ໃນການໃຫ້ຊີ​ເຣຍ ​ເປັນ​ຜູ້ນໍາພາ​ຫາ​ທາງ​ແກ້​ໄຂ ​ ວິ​ກິດ​ການ​ຂອງ​ປະ​ເທດ ​ໂດຍປາດສະຈາກ​ການ​ແຊກແຊງ​ຂອງ​ຕ່າງ ປະ​ເທດ.

ສະຫະ​ປະຊາ​ຊາດ ກ່າວໃນ​ວັນ​ອັງຄານ​ວານ​ນີ້​ວ່າ ​ເກືອບ 70,000 ພັນ​ຄົນ​ໄດ້​ເສຍ​ຊີວິດ ນັບ​ຕັ້ງ​ແຕ່​ມີ​ການ​ລຸກ​ຮື​ຂື້ນ ຕໍ່​ຕ້ານ​ປະທານາທິບໍດີ Bashar al-Assad ​ເມື່ອ​ເກືອບ​ສອງ​ປີ​ກ່ອນ ໃນຊີ​ເຣຍນັ້ນ. ຈໍານວນ​ການ​ເສຍ​ຊີວິດນີ້ ​ໄດ້​ເພີ້​ມຂື້ນ​ຈາກ 60,000 ຄົນ ທີ່ຂ້າ​ຫລວງ​ໃຫຍ່​ຝ່າຍ​ສິດທິ​ມະນຸດ​ຂອງສະຫະ​ປະຊາ​ຊາດ ​ໄດ້​ປະກາດ​ອອກ​ມາ ​ໃນ​ຕົ້ນ​ເດືອນ​ມັງກອນ.

ອົງການ​ສິ້​ງຊອມ​ສິດທິມະນຸດຊີ​ເຣຍ ທີ່​ມີ​ຫ້ອງການ​ຢູ່​ອັງກິດ ກ່າວ​ວ່າ ປະມານ 200 ຄົນ​ໄດ້​ເສຍ​ຊີວິດ​ໃນທົ່ວ​ປະ​ເທດ​ໃນ​ວັນ​ອັງ​ຄານວານ​ນີ້ ສ່ວນ​ຫລາຍ​ແມ່ນ​ນັກ​ລົບ​ຂອງ​ຝ່າຍ​ຕໍ່ຕ້ານ ຫລື​ຂອງ​ລັດຖະບານ.

ກ່ຽວຂ້ອງກັນ

XS
SM
MD
LG