ກອງທັບຣັດເຊຍກ່າວໃນວັນສຸກມື້ນີ້ວ່າ ນຶ່ງໃນຈຳນວນການໂຈມຕີທາງກາດຂອງຕົນ
ຢູ່ໃນຊີເຣຍ ໃນທ້າຍເດືອນພຶດສະພາທີ່ແນເປົ້າໝາຍໃສ່ບັນດາຜູ້ບັນຊາການ ກຸ່ມລັດ
ອິສລາມ ອາດໄດ້ສັງຫານຜູ້ນໍາກຸ່ມກໍ່ການຮ້າຍດັ່ງກ່າວ.
ຖະແຫລງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ທາງ Facebook ໂດຍກະຊວງປ້ອງກັນ
ປະເທດຣັດເຊຍ ກ່າວວ່າ ການໂຈມຕີໃກ້ກັບເມືອງ Raqqa ຊຶ່ງເປັນ ເມືອງຫຼວງຂອງ
ກຸ່ມລັດອິສລາມນັ້ນ ໄດ້ຖືກກອງປະຊຸມທີ່ຜູ້ນຳຂອງກຸ່ມດັ່ງກ່າວ ຄືທ້າວ Abu Bakr
al-Baghdadi ໄດ້ເຂົ້າຮ່ວມ.
ຣັດເຊຍກ່າວອ້າງວ່າ ການໂຈມຕີນີ້ໄດ້ສັງຫານຜູ້ບັນຊາການຊັ້ນສູງ ທີ່ມີຜູ້ບັນຊາການ
ສະໜາມລົບ 30 ຄົນ ແລະພວກຫົວຮຸນແຮງເຖິງ 300 ຄົນ ທີ່ຮັບໃຊ້ເປັນຜູ້ອາລັກຂາ
ສ່ວນໂຕຂອງພວກກ່ຽວ.
ກອງທັບຣັດເຊຍຍັງກ່າວວ່າ ຕົນກຳລັງກວດເບິ່ງຜ່ານ “ຊ່ອງທາງຕ່າງໆ” ທີ່ວ່າ ທ້າວ al-Baghdadi ໄດ້ຖືກຂ້າຕາຍແລ້ວນັ້ນ.