ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ເປັນເຈົ້າພາບ ຕ້ອນຮັບຄູ່ຕຳແໜ່ງ
ຝ່າຍຈີນ ທີ່ກອງປະຊຸມສະພາເສດຖະກິດ ຈັດຂຶ້ນໃນມື້ນີ້ ທີ່ເມືອງທ່າ ວລາດີວອສຕັອກ
ໃນພາກຕາເວັນອອກຂອງປະເທດ ໃນຂະນະທີ່ກອງທັບຂອງ ປະເທດທັງສອງເລີ້ມ
ການຊ້ອມລົບ ທາງທະຫານທີ່ໃຫຍ່ທີ່ສຸດ ເທົ່າທີ່ມົສກູເຄີຍຈັດມາ ຢູ່ໃນພາກຕາເວັນ
ອອກຂອງເຂດ ໄຊບີເຣຍ.
ການຊ້ອມລົບ ລະຫວ່າງທະຫານຣັດເຊຍ ພ້ອມກັບທະຫານຈີນ ແລະມົງໂກເລຍ
ເປັນເວລານຶ່ງອາທິດ ທີ່ຮູ້ກັນໃນຊື່ ວອສຕັອກ-2018 ມີຂຶ້ນໃນຂະນະທີ່ຄວາມເຄັ່ງຕຶງ
ລະຫວ່າງ ມົສກູ ແລະປະເທດຕາເວັນຕົກ ພວມເພີ້ມທະວີຂຶ້ຶ້ນ ກ່ຽວກັບການ ກ່າວຫາ
ທີ່ວ່າ ຣັດເຊຍ ແຊກແຊງເຂົ້າໃນກິດຈະການ ຂອງປະເທດຕາເວັນຕົກ ແລະບັນຫາ
ຂັດແຍ້ງ ທີ່ຍັງດຳເນີນຢູ່ຕໍ່ມາ ໃນຢູເຄຣນ ແລະຊີເຣຍ.
ການຊ້ອມລົບໃນອາທິດນີ້ ແມ່ນສົມທຽບໃສ່ ການສະແດງກຳລັງຂອງສະຫະພາບ
ໂຊຫວຽດ ໃນການຊ້ອມລົບ ປີ 1981 ຊຶ່ງ ມີກຳລັງທະຫານຂອງກຸ່ມສົນທິສັນຍາ ວໍຊໍ
ປະມານ 100,000 ຫາ 150,000 ຄົນເຂົ້າຮ່ວມ ທີ່ເອີ້ນວ່າ ຊາແພັດ-81 ອັນເປັນ
ການຊ້ອມລົບທາງທະຫານທີ່ໃຫຍ່ທີ່ສຸດໃນສະໄໝສະຫະພາບໂຊຫວຽດ ຊຶ່ງ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ທ່ານເຊີເກ ຊອຍກູ ກ່າວວ່າ ການຊ້ອມ
ດັ່ງກ່າວນີ້ ແມ່ນໃຫຍ່ກວ່ານັ້ນອີກ ໂດຍຈະມີທະຫານ 300,000 ຄົນ ລົດ 36,000 ຄັນ
ເຮືອບິນ 1,000 ລຳ ແລະກຳປັ່ນລົບ 80 ລຳເຂົ້າຮ່ວມນຳ.
ຈີນໄດ້ເຂົ້າຮ່ວມໃນການຊ້ອມລົບ ຊຶ່ງຈັດຂຶ້ນໃນທຸກໆ 4 ປີດັ່ງກ່າວ ໂດຍສົ່ງທະຫານ
3,200 ຄົນ ພ້ອມດ້ວຍໜ່ວຍອາວຸດ 900 ໜ່ວຍ ຊຶ່ງເປັນການເຄື່ອນໄຫວທີ່ບໍ່ເຄີຍມີ
ມາກ່ອນ ພາໃຫ້ບາງຄົນເບິ່ງກັນວ່າ ແມ່ນເປັນການເຕືອນຢ່າງຈະແຈ້ງ ຕໍ່ສະຫະລັດ
ແລະຢູໂຣບ.