ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແລະ ຈີນ ຮຽກຮ້ອງໃຫ້ ແກ້ໄຂບັນຫາ ຄວາມເຄັ່ງຕຶງ ຂອງເກົາຫຼີເໜືອ ຢ່າງສັນຕິ


ລັດຖະມົນຕີ ການຕ່າງປະເທດຂອງຣັດເຊຍ ທ່ານເຊີ່ເກ ລາບວ໌ຣອຟ.
ລັດຖະມົນຕີ ການຕ່າງປະເທດຂອງຣັດເຊຍ ທ່ານເຊີ່ເກ ລາບວ໌ຣອຟ.

ຣັດເຊຍ ແລະ ຈີນ ຕ່າງກໍໄດ້ສົ່ງສັນຍານອອກມາ ໃນວັນຈັນມື້ນີ້ ເຖິງຄວາມຕ້ອງການ
ຢາກໃຫ້ມີການແກ້ໄຂບັນຫາຄວາມເຄັ່ງຕຶງ ທີ່ກ່ຽວພັນກັບກິດຈະກຳດ້ານໂຄງການ
ນິວເຄລຍ ແລະ ລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ຢ່າງສັນຕິ.

ລັດຖະມົນຕີ ການຕ່າງປະເທດຣັດເຊຍ ທ່ານເຊີ່ເກ ລາບວ໌ຣອຟ ໄດ້ບອກ ສື່ມວນ
ຊົນຂອງທາງການວ່າ ບໍ່ມີໃຜ ຢາກເຫັນສົງຄາມ ຢູ່ໃນແຫຼມເກົາຫຼີ ແລະທ່ານຫວັງວ່າ
ສະຫະລັດ ຈະບໍ່ວາງແຜນ ໃນວິທີການ ດ້ານທະຫານ ເພື່ອແກ້ໄຂສະຖານະການ
ດັ່ງກ່າວ.ສ່ວນໂຄສົກ ກະຊວງການຕ່າງປະເທດຈີນ ທ່ານນາງ ຫົວ ຈຸ່ນຢິງ ໄດ້ກ່າວ
ວ່າ ໃນລະຫວ່າງກອງປະຊຸມແຈ້ງໃຫ້ຊາບ ເມື່ອວັນຈັນວານນີ້ ທີ່ວ່າ ປະເທດທັງໝົດ
ຄວນ “ໃຫ້ປະຕິບັດຄວາມອົດກັ້ນ ແລະໃຫ້ພະຍາຍາມ ເອົາທ່າທີໃນທາງບວກ ແລະ
ສ້າງສັນ ເພື່ອຜ່ອນຄາຍຄວາມເຄັ່ງຕຶງ ຢູ່ໃນແຫຼມເກົາຫຼີ.”

ຈີນຍັງໄດ້ກ່າວອີກວ່າ ມາດຕະການຕ່າງໆ ຂອງອົງການສະຫະປະຊາຊາດ ບໍ່ຄວນມີ
ຜົນກະທົບທີ່ເປັນໄພອັນຕະລາຍໃນດ້ານມະນຸດສະທຳ ຕໍ່ພວກພົນລະເຮືອນຂອງເກົາ
ຫຼີເໜືອ ຫຼື ສົ່ງຜົນກະທົບ “ຕໍ່ການແລກປ່ຽນຕາມປົກກະຕິ ໃນດ້ານເສດຖະກິດ ແລະ ການຮ່ວມມື.”

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຍັດຕິສະບັບນຶ່ງ ຢ່າງ

ເປັນເອກກະສັນ ໃນວັນສຸກຜ່ານມາ ໂດຍການຈຳກັດຈຳນວນຂອງນ້ຳມັນເຊື້ອໄຟ ແລະ ນ້ຳມັນກາຊ້ວນ ທີ່ເກົາຫຼີເໜືອ ສາມາດນຳເຂົ້າ ແລະ ເຂັ້ມງວດໃນການກວດກາ ພວກ
ກຳປັ່ນ ທີ່ຖືກສົງໄສວ່າ ບັນທຸກເຄື່ອງຂອງຕ້ອງຫ້າມ ທີ່ຜິດກົດໝາຍ ໄປຍັງ ຫຼື ນຳອອກ
ຈາກ ເກົາຫຼີເໜືອ.

ມາດຕະການດັ່ງກ່າວ ຍັງສັ່ງ ບັນດາສະມາຊິກຂອງອົງການສະຫະປະຊາຊາດ ໃຫ້ສົ່ງ
ພວກຄົນງານຊາວເກົາຫຼີເໜືອທັງໝົດ ທີ່ເຮັດວຽກຢູ່ຕ່າງປະເທດ ກັບຄືນປະເທດ ພາຍ
ໃນສອງປີ -- ເຊິ່ງເປັນການເຄື່ອນໄຫວ ເພື່ອແນໃສ່ການຕັດແຫລ່ງລາຍໄດ້ ສຳລັບລັດ
ຖະບານຂອງ ກິມ ຈົ່ງ ອຶນ ທີ່ໄດ້ຢຶດເອົາລາຍໄດ້ຂອງພວກເຂົາເຈົ້າ ຕາມປົກກະຕິ
ເລື້ອຍມາ.

ສະຫະລັດ ກະປະມານວ່າ ມີພວກຄົນງານຊາວເກົາຫຼີເໜືອ ຫຼາຍເຖິງ 80,000 ຄົນ ຢູ່
ໃນຈີນ ແລະ ຢ່າງໜ້ອຍ 30,000 ຄົນ ຢູ່ໃນຣັດເຊຍ.

ເກົາຫຼີເໜືອ ໄດ້ປະຕິເສດ ຕໍ່ມາດຕະການລົງໂທດໃໝ່ ດັ່ງກ່າວ ໂດຍເອີ້ນວ່າ “ການກະ
ທຳທີ່ນຳໄປສູ່ສົງຄາມ” ແລະ ມີຜົນເທົ່າກັບການກີດກັ້ນທາງເສດຖະກິດຢ່າງສິ້ນເຊີງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG