ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດ​ເຊຍ ຈີນ ຮຽກ​ຮ້ອງ​ ໃຫ້​ຫຼຸດ​ຜ່ອນ ​ການ​ລົງ​ໂທດ ຂອງ ສາ​ກົນ ຕໍ່​ເກົາ​ຫຼີ​ເໜືອ


ບັນ​ດາ​ສະ​ມາ​ຊິກ​ສະ​ພາ ຄວາ​ມໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ ປະ​ຊຸມ​ກ່ຽວ​ກັບ ​ເກົາ​ຫຼີ​ເໜືອ ວັນ​ທີ 27 ກັນ​ຍາ 2018 ຢູ່​ ອົງ​ການ​ສະ​ຫະ​ປະ​ຊ​າຊາດ ທີ່ນະ​ຄອນ​ບິວຢອກ.
ບັນ​ດາ​ສະ​ມາ​ຊິກ​ສະ​ພາ ຄວາ​ມໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ ປະ​ຊຸມ​ກ່ຽວ​ກັບ ​ເກົາ​ຫຼີ​ເໜືອ ວັນ​ທີ 27 ກັນ​ຍາ 2018 ຢູ່​ ອົງ​ການ​ສະ​ຫະ​ປະ​ຊ​າຊາດ ທີ່ນະ​ຄອນ​ບິວຢອກ.

ຣັດ​ເຊຍແລະ​ຈີນ ຮຽກ​ຮ້ອງ​ໃນ​ວັນ​ພະ​ຫັດ​ວານ​ນີ້ ໃຫ້​ຜ່ອນ​ຜັນການ​ລົງ​ໂທດຂອງສາ​ກົນ
ຕໍ່​ເກົາ​ຫຼີ​ເໜືອ ​ເພື່ອ​ເປັນ​ສິນ​ນ້ຳ​ໃຈ ໃນ​ການ​ປົດ​ອາ​ວຸດນິວເຄ​ລຍ ທີ່ອາດຈະ​ເປັນອັນ​ຕະ​
ລາຍ ​ຕໍ່ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ຂອງ​ສາ​ກົນ ​ໃນ​ການ​ກົດ​ດັນຕໍ່ພຽງ​ຢາງນັ້ນ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດນ​ຈີນ ທ່ານ​ວັງ ຢິ ກ່າວ​ຢູ່ກອງ​ປະ​ຊຸມ​ລະ​ດັບ​ສູງ ຂອງ​ສະ​ພາ​
ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊ​າ​ຊາດ ກ່ຽວ​ກັບ​ເກົາ​ຫຼີເໜືອວ່າ “ຈີນ​ເຊື່ອ​ຢ່າງ​ແຂງ​ຂັນ​ວ່າ
ການ​ກົດ​ດັນ​ບໍ່​ແມ່ນ​ບ່ອນ​ສິ້ນ​ສຸດ. ທັງການ​ຈັດ​ຕັ້ງ​ປະ​ຕິ​ບັດໃນ​ການ​ລົງ​ໂທດ ແລະ​ສົ່ງ
​ເສີມ​ໃນ​ການ​ແກ້​ໄຂ​ທາງດ້ານ​ການ​ເມືອງ ​ແມ່ນມີ​ຄວາມ​ສຳ​ຄັນ​ເທົ່າ​ໆ​ກັນ ​ພາຍ​ໃຕ້​ມະ
​ຕິ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ.”

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດນ​ຈີນ ທ່ານ​ວັງ ຢິ ກ່າວ​ຢູ່ກອງ​ປະ​ຊຸມ​ລະ​ດັບ​ສູງ ຂອງ​ສະ​ພາ​ ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊ​າ​ຊາດ ກ່ຽວ​ກັບ​ເກົາ​ຫຼີ ມັນ​ທີ 27 ກັນ​ຍາ 2018.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດນ​ຈີນ ທ່ານ​ວັງ ຢິ ກ່າວ​ຢູ່ກອງ​ປະ​ຊຸມ​ລະ​ດັບ​ສູງ ຂອງ​ສະ​ພາ​ ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊ​າ​ຊາດ ກ່ຽວ​ກັບ​ເກົາ​ຫຼີ ມັນ​ທີ 27 ກັນ​ຍາ 2018.

​ທ່ານ​ວັງ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​ 15 ປະ​ເທດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ພິ​ຈາ​ລະ​ນາ​ໃຊ້​ຂໍ້​ກຳ​ນົດ ​ໃນ​ມະ​ຕິ​ຕ່າງ​ໆ ທີ່​ອະ​ນຸ​ຍາດ​ໃຫ້​ດັດ​ແປງ​ການ​ລົງ​ໂທດໄດ້.

ທ່ານ​ວັງ​ກ່າວ​ວ່າ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນ​ເກົາ​ຫຼີ ຫຼື ສ​ປ​ປ ເກົາຫຼີ “ເມື່ອ​ເວົ້າ​ເຖິງ​ການ​ເຄື່ອນ​ໄຫວໃນ​ທາງບວກ​ລະ​ຫວ່າງ​ເກົາ​ຫຼີແລະຄວາມ​ສຳ​ພັນ ຂອງ ສ​ປ​ປ ເກົາ​ຫຼີ ກັບສະ​ຫ​ະ​ລັດ ແລະ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ຂອງ
ສ​ປ​ປ ເກົາ​ຫຼີ ແລະ​ການເອົາ​ມາດ​ຕະ​ການ​ເພື່ອ​ປົດ​ອາ​ວຸດ​ນິວ​ເຄ​ລຍ ຈີນ​ເຊື່ອ​ວ່າ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຕ້ອງ​ການ​ພິ​ຈາ​ລະ​ນາໃຫ້​ຍົກ​ເລີກ​ຂໍ້ກຳ​ນົດ​ດັ່ງ​ກ່າວ​ນີ້ ເພື່ອ​ຈະ​ຊຸກ​ຍູ້ໃຫ້ ສ​ປ​ປ ເກົາ​ຫຼີ ແລະ​ບັນ​ດາ​ພັກຝ່າຍ​ທີ່​ກ່ຽວ​ຂ້ອງເພື່ອ​ເຄື່ອນໄຫວ​ໄປ
ໜ້າ​ໃນ​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ​.”

ທ່ານ​ເຊີຣ​ເກ ​ຣັ​ຟ​ຣອ​ຟ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຣັດ​ເຊຍ ກ່າວ​ທີ່​ມົ​ສ​ກູ ໃນ​ທີ 28 ພຶດ​ສະ​ພາ 2018.
ທ່ານ​ເຊີຣ​ເກ ​ຣັ​ຟ​ຣອ​ຟ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຣັດ​ເຊຍ ກ່າວ​ທີ່​ມົ​ສ​ກູ ໃນ​ທີ 28 ພຶດ​ສະ​ພາ 2018.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຣັດ​ເຊຍ​ເປັນ​ຜູ້​ທີ​ສອງ​ທີ່ເຫັນ​ພ້ອມ​ກັບ​ການສະ​ເໜີ​ຂອງ​ຈີນ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມຄ໌ ພອມ​ພຽວ ຢູ່ກອງ​ປະ​ຊຸມ​ກ່ຽວ​ກັບ​ເກົາ​ຫຼີ​ເໜືອ ທີ່​ສະ​ຫະ​ປະ​ຊາ​ຊາດ ວັນ​ທີ 27 ກັນ​ຍາ 2018.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມຄ໌ ພອມ​ພຽວ ຢູ່ກອງ​ປະ​ຊຸມ​ກ່ຽວ​ກັບ​ເກົາ​ຫຼີ​ເໜືອ ທີ່​ສະ​ຫະ​ປະ​ຊາ​ຊາດ ວັນ​ທີ 27 ກັນ​ຍາ 2018.

ທ່ານ​ເຊີເກ ລາ​ວຣອ​ຟ ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ວ່າ “ບາດ​ກ້າວ​ໂດຍ ສ​ປ​ປ ເກົາ​ຫຼີ ໄປ​ສູ່ຂັ້ນ​ຕອນ​ການ​ປົດ​ອາ​ວຸດ ​ຄວນໄດ້​ຕິດຕາມ ໂດ​ຍ ການ​ຫລຸດ​ຜ່ອນ​ການ​ລົງ​ໂທດ.” ທ່ານ​ກ່າວ​ວ່າ ການ​ຮຽກ​ຮ້ອງ ​ຂອງປະ​ເທດ​ຕາ​ເວັນ​ຕົກ​ເພື່ອ​ສືບ​ຕໍ່​ກົດເກົາ​ຫຼີ​ເໜືອນັ້ນ ​ປາ​ກົດ​ວ່າ “ບໍ່​ເໝາະ​ສົມແລະ​ບໍ່​ຖືກ​ເວ​ລາ” ເຖິງ​ແມ່ນ​ວ່າ​ເກົາ​ຫຼີ​ເໜືອ ໄດ້​ຮັບ​ເອົາ “ບາດ​ກ້າວ​ທີ່​ສຳ​ຄັນ ​ໄປ​ສູ່​ການປົດ​ອາ​ວຸດ
ນິວ​ເຄລຍ.”

Russia, China Clash With US Over North Korea Sanctions
please wait

No media source currently available

0:00 0:02:23 0:00

ທ່ານ​ລາ​ວ​ຣອ​ຟ ກ່າວ​ວ່າ​ ສະ​ພາ​ຄວາມ​ໝັ້ນ​ຄົງຄວນ​ສົ່ງ "ສັນ​ຍານ​ໃນ​ທາງບວກ” ໄປ​ໃຫ້ເກົາ​ຫຼີ​ເໜືອ ແລະ​ຖາມ​ວ່າ ເປັນ​ຫ​ຍັງ​ບັນ​ດາ​ສະ​ມາ​ຊິກ​ຈຳ​ນວນ​ນຶ່ງ "ດື້​ດຶງ" ​ບໍ່​ຍອມ​ປະ​ຕິ​ບັດ. ທ່ານ​ກ່າວ​ວ່າ​ ຣັດ​ເຊຍພ້ອມ​ແລ້ວ​ທີ່​ຈະ​ຮ່າງ​ມະ​ຕິ​ສະ​ພາ​ເພື່ອ​ຊຸກ​ຍູ້​ແຮງ​ກະ​ຕຸ້ນ​ຢູ່​ອ້ອມແອ້ມແຫຼມ​ເກົາ​ຫຼີ.​

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG