ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຈີນ ປາກິສຖານ ກົດດັນກຸ່ມຕາລີບານ ໃຫ້ສ້າງຕັ້ງລັດຖະບານ ທີ່ຮວມທຸກພັກຝ່າຍ


ນັກລົບຂອງກຸ່ມຕາລີບານ ຍາມພວກເດີນຂະບວນແມ່ຍິງ ທີ່ໃຫ້ການສະໜັບສະໜຸນ ຕໍ່ລັດຖະບານຕາລີບານ ຢູ່ນອກມະຫາວິທະຍາໄລນະຄອນຫຼວງກາບູລ ເມື່ອວັນທີ 11 ກັນຍາ 2021.
ນັກລົບຂອງກຸ່ມຕາລີບານ ຍາມພວກເດີນຂະບວນແມ່ຍິງ ທີ່ໃຫ້ການສະໜັບສະໜຸນ ຕໍ່ລັດຖະບານຕາລີບານ ຢູ່ນອກມະຫາວິທະຍາໄລນະຄອນຫຼວງກາບູລ ເມື່ອວັນທີ 11 ກັນຍາ 2021.

ທູດພິເສດຂອງປາກິສຖານ ຣັດເຊຍ ແລະຈີນ ໄດ້ຊຸກຍູ້ໃຫ້ມີການສ້າງຕັ້ງລັດຖະບານທີ່ເອົາທຸກພັກຝ່າຍ ໃນການພົບປະຂອງພວກເຂົາເຈົ້າກັບນາຍົກລັດຖະມົນຕີຮັກສາການຂອງກຸ່ມຕາລີບານ ໃນວັນອັງຄານວານນີ້.

ທ່ານແມນຊົວ ອາເໝັດ ຄານ ເອກອັກຄະລັດຖະທູດ ຂອງປາກິສຖານ ປະຈຳນະຄອນຫຼວງກາບູລ ຂຽນລົງໃນທວີດເຕີ້ວ່າ:

“ທູດພິເສດ ຮັບຜິດຊອບໃນເລື້ອງ ອັຟການິສຖານ ຂອງປາກິສການ ເອກອັກຄະລັດຖະທູດຊາດິກ ທູດພິເສດຂອງ ຣັດເຊຍ ທ່ານຊາເມຍ ກູບາຕອບ ແລະ ທູດພິເສດຂອງຈີນ ທ່ານຢູ ເຊ້ຍຢົງ ໄດ້ໄປຢ້ຽມຢາມນະຄອນກາບູລ ແລະຮຽກຮ້ອງໃຫ້ນາຍົກລັດຖະມົນຕີຮັກສາ ຂອງ ອັຟການິສຖານ ທ່ານຮາຊານ ອາຄຸນ ແລະພວກຜູ້ນຳອະວຸໂສ ເພື່ອປຶກສາຫາລືກ່ຽວກັບການສ້າງສັນຕິພາບ ສະຖຽນລະພາບ ແລະການປົກຄອງທີ່ຮວມເອົາທຸກພັກຝ່າຍ.”

ການຮວມເອົາທຸກພັກຝ່າຍ ຢູ່ໃນລັດຖະບານຊຸດໃໝ່ຂອງກຸ່ມຕາລີບານ ແມ່ນນຶ່ງໃນອົງປະກອບທີ່ສຳຄັນ ຊຶ່ງຮຽກຮ້ອງໃຫ້ມີຂຶ້ນ ໂດຍບັນດາປະເທດເພື່ອນບ້ານຂອງອັຟການິສຖານ ຕະຫຼອດທັງປະຊາຄົມນາໆຊາດ.

ຫຼັງຈາກໄດ້ມີການເຈລະຈາຫາລື ໃນອາທິດທີ່ຜ່ານມາ ຢູ່ຂ້າງນອກຂອງກອງປະ ຊຸມອົງການການຮ່ວມມືຊຽງໄຮ້ ຢູ່ທີ່ນະຄອນຫຼວງດຸຊານເບຂອງຕາຈິກກິສຖານແລ້ວ ລັດຖະມົນຕີການຕ່າງປະເທດຣັດເຊຍ ຈີນ ປາກິສຖານ ແລະອີຣ່ານຕ່າງກໍໄດ້ກ່າວຢ້ຳ “ເຖິງຄວາມຈຳເປັນທີ່ຈະຕ້ອງສະຫຼຸບກ່ຽວກັບການສ້າງຄວາມປອງດອງຊາດຢູ່ໃນອັຟການິສຖານ ຊຶ່ງຍັງຜົນໃຫ້ມີການສ້າງຕັ້ງລັດຖະບານ ທີ່ຮວມເອົາທຸກພັກຝ່າຍ ເພື່ອຈະປົກປັກຮັກສາຜົນປະໂຫຍດ ຂອງທຸກກຳລັງການເມືອງ ຊົນຊາດຊົນເຜົ່າ ໃນພາຍໃນປະເທດ.”

ທັງໆທີ່ໄດ້ມີການໃຫ້ຄຳໝັ້ນສັນຍາ ກ່ຽວກັບການສ້າງຕັ້ງລັດຖະບານທີ່ຮວມເອົາທຸກພັກຝ່າຍ ແລະປົກປ້ອງສິດທິຂອງພວກແມ່ຍິງກໍຕາມ ແຕ່ຄະນະລັດຖະບານຂອງກຸ່ມຕາລີບານ ແມ່ນເຕັມໄປດ້ວຍ ພວກທີ່ຈົງຮັກພັກດີເທົ່ານັ້ນ ໂດຍມີພວກຊົນຊາດຊົນເຜົ່າພຽງສອງສາມຄົນ ແລະກໍບໍ່ມີແມ່ຍິງເລີຍ.

ໃນການໃຫ້ສຳພາດ ກັບອົງການຂ່າວ BBC ນັ້ນ ນາຍົກລັດຖະມົນຕີອິມຣານ ຄານ ຂອງປາກິສຖານ ກ່າວວ່າ ນີ້ອາດຈະພາໃຫ້ເກີດບັນຫາ ສຳລັບກຸ່ມຕາລີບານທີ່ຈະດຳເນີນການໄປໜ້າ.

ທ່ານກ່າວວ່າ “ຖ້າພວກເຂົາຫາກບໍ່ຮວມເອົາທຸກພັກຝ່າຍແລ້ວ ໃນອີກບໍ່ຊ້າກໍນານ ພວກເຂົາກໍຈະເກີດສົງຄາມກາງເມືອງ ນັ້ນຈະໝາຍຄວາມວ່າ ອັຟການິສຖານຈະເປັນບ່ອນທີ່ບໍ່ມີສະຖຽນລະພາບ ເກີດຄວາມວຸ້ນວາຍ ແລະຈະກາຍເປັນບ່ອນທີ່ໄຝ່ຝັນຂອງພວກກໍ່ການຮ້າຍ ນັ້ນຄືຄວາມເປັນຫ່ວງກັງວົນ.”

ໃນການກ່າວປ້ອງກັນ ຄະນະລັດຖະບານ ຂອງກຸ່ມຕາລີບານນັ້ນ ທ່ານຊາບີອູລລາ ມູຈາຮີດ ໂຄສົກຂອງກຸ່ມຕາລີບານ ໄດ້ກ່າວໃນການຖະແຫຼງຂ່າວ ກ່ອນໜ້ານີ້ວ່ານັ້ນແມ່ນການສ້າງຕັ້ງຊົ່ວຄາວແລະມັນສາມາດປ່ຽນແປງຕາມພາຍຫຼັງໄດ້. ພວກຜູ້ນຳຕາລີບານຄົນອື່ນໆ ໄດ້ສະແດງໃຫ້ເຫັນວ່າ ກຸ່ມຕາລີບານ ຍັງມີຄວາມລັງເລໃຈກ່ຽວກັບເລື້ອງດັ່ງກ່າວນີ້ຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG