ຣັດເຊຍໄດ້ເລີ້ມສົ່ງນໍ້າມັນໃນປະລິມານຫລວງຫລາຍໄປໃຫ້ຈີນ ທາງທໍ່ສົ່ງນໍ້າມັນ ທີ່ສ້າງຂຶ້ນໃໝ່ ຜ່ານເຂດໄຊບີເຣຍຂອງຣັດເຊຍ.
ໃນວັນຂຶ້ນປີໃໝ່ 2011 ມື້ວານນີ້ ນໍ້າມັນດິບໄດ້ເລີ້ມໄຫລຜ່ານທໍ່ສົ່ງນໍ້າມັນທີ່ຍາວຫລາຍກວ່າ 3600 ຫລັກກິໂລແມັດ ແລະເນ່ງຈາກເຂດຕາເວັນອອກຂອງໄຊບີເຣຍຂອງຣັດເຊຍ ໄປຫາເມືອງຕ້າຈິງ ທາງກໍ້າຕາເວັນອອກສຽງເໜືອຂອງຈີນ. ຣັດເຊຍ ຊຶ່ງເປັນປະເທດສົ່ງອອກນໍ້າມັນດິບລາຍໃຫຍ່ທີ່ສຸດຂອງໂລກ ມີແຜນທີ່ ຈະສົ່ງນໍ້າມັນ ຫລາຍກວ່າ 3 ເເສນຖັງຕໍ່ມື້ ໄປໃຫ້ຈີນ ຊຶ່ງເປັນປະເທດທີ່ໃຊ້ ພລັງງານລາຍໃຫຍ່ທີ່ສຸດໃນໂລກ.
ຂໍ້ຕົກລົງກັນດັ່ງກ່າວ ໄດ້ຊ່ອຍສ້າງຄວາມໝັ້ນໜຽວໃຫ້ແກ່ສາຍພົວພັນທີ່ພວມ ຂະຫຍາຍໂຕໃຫຍ່ຂຶ້ນນັບມື້ລະຫວ່າງສອງປະເທດນັ້ນ. ທ່ານຫູຈິນເຖົາ ປະທານປະເທດຈີນ ແລະທ່ານ Demitry Medvedev ປະທານາທິບໍດີຣັດເຊຍໄດ້ທໍາພິທີເປັນສັນຍາລັກໄຂ ທໍ່ລໍາລຽງນໍ້າມັນດັ່ງກ່າວ ໃນທ້າຍເດືອນກັນຍາທີ່ຜ່ານມານັ້ນ ແລະຕັ້ງແຕ່ນັ້ນມາ ກໍໄດ້ມີການທົດສອບການໃຊ້ທໍ່ສົ່ງນໍ້າມັນດັ່ງກ່າວຫລາຍຄັ້ງ.
ການສົ່ງນໍ້າມັນຜ່ານທໍ່ໃໝ່ນີ້ ຈະເພີ່ມປະລິມານນໍ້າມັນທີ່ຣັດເຊຍສົ່ງໃຫ້ຈີນນັ້ນຂຶ້ນເປັນສອງເທົ່າ. ກ່ອນໜ້ານີ້ ຣັດເຊຍໄດ້ສົ່ງນໍ້າມັນດິບຂອງຕົນໃຫ້ຈີນໂດຍ ທາງລົດໄຟໄປຍັງເມືອງທ່າ Kozmino ແຄມຝັ່ງມະຫາສະໝຸດປາຊີຟິກ. ພາຍໃຕ້ຂໍ້ຕົກລົງສ້າງທໍ່ລໍາລຽງນໍ້າມັນໃນປີ 2009 ລະຫວ່າງສອງປະເທດ ຈີນຈະໄດ້ຮັບນໍ້າມັນດິບເປັນເວລາ 20 ປີ ໃນການແລກປ່ຽນກັບການໃຫ້ເງິນກູ້ຢືມ ຈໍານວນ 20 ຕື້ໂດລາ ແກ່ຣັດເຊຍ.