ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແລະຈີນ ມີຄວາມເຫັນ ຕົງກັນ ກ່ຽວກັບຢູເຄຣນ (ສະ​ໄລ​ດ໌)


ທະ​ຫານ ​ທີ່​ເຊື່ອ​ວ່າເປັນ​ກຳ​ລັງ​ຣັດ​ເຊຍ ພວມ​ພາ​ກັນ​ຍ່າງ​ເປັນ​ແຖວ ຢູ່ນອກ​ຄ້າຍ​ທະ​ຫານ​ຢູ​ເຄ​ຣນ​ແຫ່ງ​ນຶ່ງ ທີ່​ບ້ານ Perevalnoye ນອກ​ນະ​ຄອນ​ຫຼວງ Simferopol (3 ມີ​ນາ 2014)
ທະ​ຫານ ​ທີ່​ເຊື່ອ​ວ່າເປັນ​ກຳ​ລັງ​ຣັດ​ເຊຍ ພວມ​ພາ​ກັນ​ຍ່າງ​ເປັນ​ແຖວ ຢູ່ນອກ​ຄ້າຍ​ທະ​ຫານ​ຢູ​ເຄ​ຣນ​ແຫ່ງ​ນຶ່ງ ທີ່​ບ້ານ Perevalnoye ນອກ​ນະ​ຄອນ​ຫຼວງ Simferopol (3 ມີ​ນາ 2014)
ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ວ່າ ຣັດ​ເຊຍ​ແລະ
​ຈີນ​ມີ​ຄວາມ​ເຫັນ​ຕົງ​ກັນ​ກ່ຽວກັບ​ສະຖານະ​ການ​ໃນ​ຢູ​ເຄຣນ
​ໃນ​ຂະນະ​ທີ່​ພວກ​ຜູ້ນຳປະ​ເທດ​ໃນກຸ່ມ G7 ພາກັນປະນາມ
​ອັນ​ທີ່​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ​ເປັນ​ການ ”ລ່ວງລ້ຳ​ຢ່າງ​ຈະ
​ແຈ້ງ”
ຂອງຣັດ​ເຊຍຕໍ່ອະທິປະໄຕຂອງຢູເຄຣນ.

ກອງ​ທະຫານຣັດເຊຍ ໄດ້​ເສີມ​ກຳລັງຂຶ້ນ ໃນຫວ່າງສອງ
ສາມມື້ຜ່ານມານີ້ ຢູ່ໃນແຫລມ Crimea ຂອງຢູເຄຣນ
ບ່ອນທີ່ພວກ​ເຂົາ​ໄດ້ເຂົ້າປິດລ້ອມ ສະໜາມບິນແລະຄ້າຍ
​ທະຫານ ແຫ່ງຕ່າງໆ​ໄວ້.

ທ່ານ Sergei Lavrov ລັດຖະມົນຕີກະຊວງຕ່າງປະເທດຣັດເຊຍໄດ້ໂອ້ລົມກັນທາງ
ໂທລະສັບກັບຄູ່ຕຳແໜ່ງຈາກຈີນໃນວັນຈັນມື້ນີ້ ແລະມີກຳນົດ ຈະພົບປະທ່ານພັນກິ
ມູນເລຂາທິການໃຫຍ່ສະຫະປະຊາຊາດໃນຕອນບ່າຍມື້ນີ້ ທີ່ນະຄອນເຈນີວາ.



ທ່ານ Qin Gang ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ການ​ແກ້ໄຂ​ໂດຍທາງ
ການເມືອງ ຕໍ່ສະຖານະການດັ່ງກ່າວ.

ທ່ານ Qin Gang ​ເວົ້າວ່າ :”ພວກ​ເຮົາ​ເຂົ້າ​ໃຈ ປະຫວັດສາດທີ່ຢູ່​ເບື້ອງ​ຫຼັງ​ບັນຫາ​ຢູ​
ເຄຣນນີ້ ​ແລະ​ຄວາມ​ສະ​ລັບ​ຊັບຊ້ອນ​ ຂອງ​ພາກ​ໂຕ​ຈິງ​ ໃນ​ປັດຈຸບັນ. ດັ່ງ​ທີ່ ​ຂ້າພະ
ເຈົ້າ​ໄດ້​ເວົ້າ​ໄປ​ໃນ​ມື້ວານ​ນີ້ ມາ​ຮອດ​ຈຸດ​ນີ້​ໃນ​ມື້​ນີ້ ສິ່ງຕ່າງໆ​ທີ່​ເກີດ​ຂຶ້ນ​ແມ່ນມີ​ເຫດ
ຜົນ. ພວກ​ເຮົາ​ຫວັງ​ວ່າ ໂດຍ​ຜ່ານ​ການ​ໂອ້ລົມ​ສົນທະນາ ແລະ​ ການ​ປຶກສາ​ຫາລື​
ກັນ ທຸກ​ພັກ​ຝ່າຍຈະ​ສາມາດ​ພົບ​ເຫັນ​ວິທີແກ້​ໄຂໂດຍທາງ​ການ​ເມືອງເພື່ອ​ປ້ອງ​ກັນ
​ບໍ່​ໃຫ້​ສະຖານະ​ການຮ້າຍ​ແຮງ​ຂຶ້ນຕື່ມ ແລະ​ດຳ​ເນີນ​ງານ​ຮ່ວມ​ກັນ ​ເພື່ອ​ຮັກສາ​ໄວ້​
ຊຶ່ງ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບໃນ​ຂົງ​ເຂດ.”


ບັນດາ​ຜູ້ນຳ​ກຸ່ມ G7 ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ສະບັບ​ນຶ່ງ ຮຽກຮ້ອງ​ໃຫ້ຣັດ​ເຊຍ​ຫາ​
ທາງແກ້​ໄຂ​ຄວາມ​ເປັນ​ຫ່ວງ​ໃດໆ ​ທີ່​ຕົນ​ມີ​ກັບ​ຢູ​ເຄຣນ ​ໂດຍ​ຜ່ານ​ການ​ເຈລະຈາ​ກັນ​
ໂດຍ​ກົງຫຼື​ການ​ໄກ່​ເກ່ຍພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະ​ປະຊາ​ຊາດຫຼື​ອົງການ​ຄວາມ ​
ປອດ​ໄພ​ແລະ​ການ​ຮ່ວມ​ມື​ໃນ​ຢູ​ໂຣບ ຫຼື OSCE ນັ້ນ.

ກຸ່ມ G7 ແມ່ນປະກອບດ້ວຍ ສະຫະລັດ ອັງກິດ ການາດາ ຝຣັ່ງ ເຢຍຣະມັນ ອີຕາລີ
ແລະຍີ່ປຸ່ນ.

ອົງການ OSCE ຮຽກກອງ​ປະຊຸມພິເສດຂຶ້ນໃນວັນຈັນມື້ນີ້ເພື່ອປຶ​ກສາ​ຫາລື​ກັນຊອກ
ຫາວິທີ​ທາງ​ທີ່​ດີທີ່ສຸດເພື່ອສະໜັບສະໜຸນຢູເຄຣນ.

ທ່ານ William Hague ລັດຖະມົນຕີຕ່າງປະເທດອັງກິດ ກຳລັງຢູ່ໃນຢູເຄຣນເພື່ອພົບ ປະກັບບັນດາຜູ້ນຳແລະໃນວັນຈັນມື້ນີ້ທ່ານໄດ້ໄປຢ້ຽມຢາມຈະຕຸລັດ Independence
ໃນກຸງ Kyiv.

XS
SM
MD
LG