ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຕ່າງປະເທດ ຕາລີບານ, ຈີນ, ຣັດເຊຍ ເຂົ້າຮ່ວມກອງປະຊຸມ ກ່ຽວກັບ ອັຟການິສຖານ


ໃນພານີ້ທີ່ຖືກເຜີຍແຜ່ໂດຍຫ້ອງການສື່ມວນຊົນ ຣັດເຊຍ ສະແດງໃຫ້ເຫັນນັກການາທູດລະດັບສູງຈາກ ຣັດເຊຍ, ຈີນ, ອີຣ່ານ ແລະ ປາກິສຖານ ເຂົ້າຮ່ວມກອງປະຊຸມດ້ານຄວາມປອດໄພໃນພາກພື້ນກັບສະຖານະການໃນ ອັຟການິສຖານ, ເມືອງ ຊາມາຄານ, ອຸສເບກິສຖານ, 13 ເມສາ 2023.
ໃນພານີ້ທີ່ຖືກເຜີຍແຜ່ໂດຍຫ້ອງການສື່ມວນຊົນ ຣັດເຊຍ ສະແດງໃຫ້ເຫັນນັກການາທູດລະດັບສູງຈາກ ຣັດເຊຍ, ຈີນ, ອີຣ່ານ ແລະ ປາກິສຖານ ເຂົ້າຮ່ວມກອງປະຊຸມດ້ານຄວາມປອດໄພໃນພາກພື້ນກັບສະຖານະການໃນ ອັຟການິສຖານ, ເມືອງ ຊາມາຄານ, ອຸສເບກິສຖານ, 13 ເມສາ 2023.

ອຸສເບັກກິສຖານໄດ້ຈັດກອງປະຊຸມລັດຖະມົນຕີຕ່າງປະເທດຂອງບັນດາປະເທດ ໃນພາກພື້ນເມື່ອວັນພະຫັດວານນີ້,​ ລວມມີ ຣັດເຊຍ ແລະ ຈີນ, ເພື່ອທົບທວນ ສະຖານະການ ແລະ ການຮ່ວມມືກັບ ອັຟການິສຖານ ທີ່ຖືກປົກຄອງໂດຍ ກຸ່ມຕາລີບານ.

ກອງປະຊຸມໃນເມືອງ ຊາມາຄານ ຂອງ ອຸສເ​ບັກກິຖານ ດັ່ງກ່າວ ຖືກຈັດຂຶ້ນໃນຂະນະທີ່ອົງການສະຫະປະຊາຊາດໄດ້ທົບທວນການມີໜ້າຂອງເຂົາເຈົ້າໃນປະເທດທີ່ຖືກທຳລາຍ ຍ້ອນຄວາມຂັດແຍ້ງຢູ່ເອເຊຍໃຕ້ນັ້ນ ຫຼັງຈາກກຸ່ມຕາລີບານຫົວຮຸນແຮງໄດ້ຫ້າມພະນັກງານຍິງບໍ່ໃຫ້ເຮັດວຽກສຳລັບອົງການໂລກດັ່ງ ກ່າວ, ເຊິ່ງແມ່ນການຫ້າມຄັ້ງຫຼ້າສຸດ ຈາກຫຼາຍຄັ້ງຕໍ່ແມ່ຍິງ ອັຟການິສຖານ.

ລັດຖະມົນຕີຕ່າງປະເທດ ຕາລີບານ ອາເມຍ ຄານ ມຸດຕາກີ ໄດ້ເຂົ້າຮ່ວມ ການປະຊຸມໃນວັນພະຫັດວານນີ້ກັບຄູ່ຮ່ວມຈາກ ຣັດເຊຍ ແລະ 6 ປະເທດ ທີ່ ຢູ່ໃກ້ຄຽງ ອັຟການິສຖານ, ລວມມີຈີນ, ປາກິສຖານ, ອີຣ່ານ, ຕາຈີກກິສຖານ, ອຸສເບກິສຖານ ແລະ ເທີກເມນິສຖານ.

ຖະແຫຼງການຫຼັງກອງປະຊຸມໄດ້ກ່າວວ່າ ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລື ກ່ຽວກັບ “ການປະຕິບັດຂໍ້ຮຽກຮ້ອງທີ່ສໍາຄັນຂອງປະຊາຄົມໂລກໂດຍພວກເຈົ້າໜ້າທີ່ໃນປັດຈຸບັນຂອງອັຟການິສຖານ, ເຊັ່ນການສ້າງລັດຖະບານທີ່ລວມທຸກ​ພັກ​ຝ່າຍ, ໂອກາດສຳລັບແມ່ຍິງ ອັຟການິສຖານ ທີ່ຈະເຮັດວຽກ ແລະ ໄດ້ຮັບການສຶກສາ ແລະ ຮັບປະກັນສິດທິຂອງຊົນກຸ່ມນ້ອຍໃນ​ທົ່ວ​ປະ​ເທດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG