ຣັດເຊຍ ແລະຈີນ ໄດ້ເສັດສິ້ນການຊ້ອມລົບຮ່ວມຢູ່ທະເລຍີ່ປຸ່ນ ອີງຕາມການປະກາດຂອງກະຊວງປ້ອງກັນປະເທດຣັດເຊຍໃນວັນອາທິດວານນີ້ ໃນຂະນະທີ່ພັນ ທະມິດທັງສອງ ຊອກຫາຊ່ອງທາງເພື່ອເສີມຂະຫຍາຍສາຍພົວພັນທາງດ້ານທະຫານໃຫ້ເລິກເຊິ່ງກວ່າເກົ່າ.
ປະເທດຂະໜາດໃຫຍ່ທັງສອງ ຊຶ່ງມີຊາຍແດນຮ່ວມກັນທີ່ຍາວຢຽດ ມີຄວາມປະສົງທີ່ຈະຕອບໂຕ້ ໃນອັນທີ່ເຂົາເຈົ້າມອງເຫັນວ່າ ການຄອງຄວາມເປັນເຈົ້າຂອງອາເມຣິກາ ເຮັດໃຫ້ປະເທດທັງສອງ ມີຄວາມໃກ້ຊິດຫຼາຍຂຶ້ນທາງດ້ານທະຫານ ນັບແຕ່ຣັດເຊຍ ໄດ້ເປີດສາກບຸກໂຈມຕີເຂົ້າໄປໃນຢູເຄຣນເມື່ອປີກາຍນີ້ ຊຶ່ງເປັນການເຄື່ອນໄຫວ ທີ່ຈີນບໍ່ຍອມກ່າວປະນາມ.
ກະຊວງປ້ອງກັນປະເທດຂອງຣັດເຊຍ ກ່ອນໜ້ານີ້ ກ່າວວ່າ ເປົ້າໝາຍຫຼັກຂອງການຊ້ອມລົບເທື່ອຫຼ້າສຸດ ຊຶ່ງເລີ້ມຂຶ້ນໃນວັນພະຫັດອາທິດແລ້ວແມ່ນເພື່ອ “ເສີມຂະຫຍາຍການຮ່ວມມືຂອງກອງທັບເຮືອ” ລະຫວາງປະເທດທັງສອງແລະ “ຮັກສາສະຖຽນລະພາບ ແລະສັນຕິພາບ ຢູ່ໃນເຂດເອເຊຍ-ປາຊີຟິກ.”
ກອງທັບຣັດເຊຍຢືນຢັນຢູ່ໃນຖະແຫຼງການທີ່ອອກໃນວັນອາທິດວານນີ້ວ່າ “ການຊ້ອມລົບຮ່ວມ ລະຫວ່າງກອງທັບເຮືອຂອງຣັດເຊຍແລະຈີນ..ໄດ້ສິ້ນສຸດລົງ ຢູ່ທີ່ທະເລຍີ່ປຸ່ນ.”
“ມີການຝຶກຊ້ອມ ໃນການສູ້ລົບປະມານ 20 ຢ່າງໄດ້ມີຂຶ້ນ ຮວມທັງການຍິງປືນໃຫຍ່ຮ່ວມກັນໃສ່ທະເລ ໃສ່ເຂດແຄມຝັ່ງ ແລະເປົ້າໝາຍທາງອາກາດ” ຖະແຫຼງການກ່າວ.