ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊ​ຍ ແລະ ຈີນ​ ຖອດ​ລະຫັດ​ ເອກະສານລັບ​ ຂອງທ້າວ Snowden


ອະ​ດີດພະນັກງານ ​ສືບ​​ລັບສັນຍາ​ຈ້າງຂອງ​ສະຫະລັດ ທ້າວ Edward Snowden ​ໃຫ້ສຳ​ພາດ​ຕໍ່ໜັງສື​ພິມ The Guardian ​ໃນ ຮອງກົງ. 9 ມິຖຸນາ 2013
ອະ​ດີດພະນັກງານ ​ສືບ​​ລັບສັນຍາ​ຈ້າງຂອງ​ສະຫະລັດ ທ້າວ Edward Snowden ​ໃຫ້ສຳ​ພາດ​ຕໍ່ໜັງສື​ພິມ The Guardian ​ໃນ ຮອງກົງ. 9 ມິຖຸນາ 2013

ໜັງ​ສື​ພິມ​ແນວ​ໜ້າ​ຂອງ​ອັງກິດ​ໄດ້ເວົ້າ​ວ່າ ຣັດ​ເຊຍ ​ແລະ ຈີນ ​ໄດ້ຖ​ອດລະຫັດ​ ເອກ​ະສານລັບ​ສຸດ​ຍອດທີ່​ຖືກ​ລັກຂະໂມຍ​ໂດຍ​ອະ​ດີດ ພະນັກງານ ​ສືບລັບສັນຍາ​ຈ້າງຂອງ​ ສະຫະລັດ ທ້າວ Edward Snowden ​ຈຶ່ງບັງ ຄັບ​ໃຫ້​ເຈົ້າ​ໜ້າ​ທີ່​ອັງກິດ ​ຕ້ອງ​ຖອນ​ນັກ​ສືບ​ຂອງຕົນອອກ​ຈາກ “ການ​ປະຕິບັດ​ການ​ທີ່​ກຳລັງ​ດຳ​ເນີນ​ຢູ່ໃນ​
ປະ​ເທ​ດທີ່​ເປັນ​ສັດຕູ.”

ໜັງສື​ພິມ Sunday Times ກ່າວ​ວ່າ ການຖອນເຈົ້າໜ້າທີ່ ໄດ້ມີ ຄຳສັ່ງ ຫຼັງ​ຈາກ Moscow ສາມາດ​ເຂົ້າ​ເຖິງ​ເອກະສານລັບ ​ທີ່​ຖືກ​ຖອດ​ລະຫັດ​ເປັນລ້ານ​ສະບັບ​ທີ່​ ທ້າວ Snowden ຄອບຄອງຢູ່ ໃນ​ຕອນ​ທີ່​ລາວ​ໄດ້​ໜີ​ອອກຈາກ​ ສະຫະລັດ ​ໃນ​ປີ 201​3.

​ແລະ ບໍ່​ດົນ​ຕໍ່​ມາ, ລາວ​ໄດ້ຂໍ​ການຄຸ້ມຄອງ​ຂອງ​ປະ​ທາ​ນາ​ທິບໍດີ​ຂອງ ​ຣັດ​ເຊຍ ທ່ານ Vladimir Putin, ​ທີ່​ອະ​ນຸຍາດ​ໃຫ້​ລາວ ​ເຂົ້າໄປ​ລີ້​ໄພ​ຊົ່ວ​ຄາວ​ໃ​ນ ຣັດ​ເຊຍ. ຕໍ່​ມາ​ລາວ​ກໍ​ໄດ້​ຮັບໃບ
​ອະ​ນຸຍາ​ດໃຫ້ພັກພາ​ອາ​ໄສ​ເຊິ່ງ ອະນຸຍາດ​ໃຫ້​ລາວ​ເດີນທາງ​ຢ່າງ​ເປັນ​ອິດ​ສະຫຼະໃນ​ແຜ່ນດິນ​ຂອງ ຣັດ​ເຊຍ.

ໂດຍ​ອ້າງ​ອີງ​ແຫຼ່ງຂ່າວທີ່​ມາຖະໜົນ Downing, ໜັງສືພິມ The Times ກ່າວ​ວ່າ ການຖອດ​ລະຫັດ “​ໄດ້​ໝາຍຄວາມ​ວ່າ ນັກສືບ​ຈະຕ້ອງ​ໄດ້​ຖືກເຄື່ອນ​ຍ້າຍ ​ແລະ ຄວາມ​ຮູ້​ກ່ຽວ​ກັບ​ການ​ທີ່​ເຮົາ​ປະຕິ​ບັດ​ງານແມ່ນ​ໄດ້​ຢຸ​ດ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ຂໍ້​ມູນ​ທີ່​ສຳຄັນ​ຍິ່ງ.” ນອກນັ້ນຍັງໄດ້ມີການອ້າງ ຄຳເວົ້າຂອງ ​ເຈົ້າ​ໜ້າ​ທີ່ຢູ່​ຫ້ອງການ ນາຍົກລັດຖະມົນ​ຕີ David Cameron ທີ່ກ່າວ​ວ່າ “ບໍ່​ມີຂໍ້​ພິສູດ​ວ່າ ​ມີ​ຜູ້​ໃດ​ຖືກ​ທຳ​ຮ້າຍ.”

ໜັງສື​ພິມ​ສະບັບນີ້ໄດ້ອ້າງຄຳເວົ້າຈາກ​ແຫຼ່ງຂ່າວ​ລັດຖະບານ​ຕ່າງຫາກ, ​ທີ່ກ່າວ​ວ່າ ຈີນ​ ກໍ​ຍັງ​ໄດ້​ເຂົ້າ​ເຖິງ​ເອກະສານ, ເຊິ່ງຍັງ​ໄດ້​ອີກເວົ້າ​ວ່າ ຈະ​ເປີດ​ເຜີຍ​ເທັກ​ນິກການ​ສື​ບ​ລັບ​ຂອງຕາ​ເວັນ​ຕົກ​ຢ່າງ​ກວ້າງ​ຂວາງ​ອີກ​ດ້ວຍ.

Britain Snowden Spies
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG