ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໖ ຕຸລາ ໒໐໒໔

ຣັດ​ເຊຍ ແລະ ຈີນ ຂະ​ຫຍາຍ​ສາຍ​ພົວ​ພັນ​ການ​ປ້ອງ​ກັນ​ປະ​ເທດ ຢູ່​ການ​ເຈ​ລະ​ຈາ​ຄັ້ງ​ສຳ​ຄັນ


ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ເຈ​ລະ​ຈາ​ກັບ ຜູ້​ບັນ​ຊາ​ການກອງ​ກຳ​ລັງ​ພື້ນ​ດິນ​ທະ​ຫານ​ປົດ​ປ້ອຍ ຈີນ, ມົ​ສ​ກູ, ຣັດ​ເຊ​ຍ.
ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ເຈ​ລະ​ຈາ​ກັບ ຜູ້​ບັນ​ຊາ​ການກອງ​ກຳ​ລັງ​ພື້ນ​ດິນ​ທະ​ຫານ​ປົດ​ປ້ອຍ ຈີນ, ມົ​ສ​ກູ, ຣັດ​ເຊ​ຍ.

ຣັດ​ເຊຍ ແລະ ຈີນ ໄດ້​ຈັດ​ການເຈ​ລະ​ຈາ ກ່ຽວ​ກັ​ບ ການ​ປ້ອງ​ກັນ​ປະ​ເທດ ແລະ ທະ​ຫານ “ຄັ້ງ​ສຳ​ຄັນ” ເພື່ອ​ຂະ​ຫຍາຍ​ສາຍ​ພົວ​ພັນ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ກ່າວ​ໃນ​ວັນ​ອັງ​ຄານມື້ນີ້, ໃນ​ຂະ​ນະ​ທີ່ ມົ​ສ​ກູ ແລະ ປັກ​ກິ່ງ ຮັດ​ແໜ້ນ​ສາຍ​ສຳ​ພັນເປັນ​ຄູ່​ຮ່ວມ​ມື “​ແບບບໍ່​ມີ​ຂີດ​ຈຳ​ກັດ” ແລ​ະ ເພີ່ມ​ການ​ຕຳ​ໜິ​ວິ​ຈານ​ຕໍ່ຄວມ​ພະ​ຍາ​ຍາມ​ຂອງ ສະ​ຫະ​ລັດ ທີ່​ຈະ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ເຂົາ​ເຈົ້າ​ໃນ​ເອ​ເຊຍ.

ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງ​ໃສ່​ແອັບ​ພ​ລີ​ເຄ​ຊັ້ນ ເທ​ເລ​ແກ​ຣມ ຂອງ​ກະ​ຊວງ​ປ້ອງ​ກັນ​ປ​ະ​ເທດ ຣັດ​ເຊຍ ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ອານ​ເດ​ຣ ເບ​ລູ​ຊອ​ຟ ວ່າ “ພະ​ແນກ​ຕ່າງ​ຂອງກອງ​ທັບ ຣັດ​ເຊຍ ແລະ ຈີນ ແມ່ນ​ໄດ້​ສາ​ມັກ​ຄີ​ກັນ​ໃນ​ການ​ປະ​ເມີນ​ຜົນ ກ່ຽວ​ກັບ ຂະ​ບວນ​ການ​ຕ່າງໆລະ​ດັບ​ໂລກ​ຂອງ​ເຂົາ​ເຈົ້າ, ແລະ ເຂົາ​ເຈົ້າ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ຄື​ກັນ ກ່ຽວ​ກັບ ສິ່ງ​ທີ່​ຈະ​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ​ໃນ​ສະ​ຖາ​ນະ​ການ​ປັດ​ຈຸ​ບັນ.”

ທ່ານ ເບ​ລູ​ຊອ​ຟ​ ກ່າວ​ວ່າ​ທ່ານ​ໄດ້​ພົບ​ປະ​ກັບ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ກອງ​ທັບ​ສູນ​ກາງ​ຂອງ ຈີນ ທ່ານ ສາງ ຢູ​ເຊັ້ຍ ສຳ​ລັບ​ການເຈ​ລະ​ຈາ​ທີ່ “ສຳ​ຄັນຫຼາຍ.”

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຈີນ ໄດ້​ກ່າວຫຼັງ​ຈາກ​ການ​ປະ​ຊຸມ​ວ່າ​ທັງ​ສອງ​ຝ່າຍ​ຫວັງ​ທີ່​ຈະ​ຂະ​ຫຍາຍ​ສາຍ​ພົວ​ພັນ​ທາງ​ທະ​ຫານ​ຢ່າງ​ເລິກ​ເຊິ່ງ ແລະ ຮັກ​ສາ​ການ​ແລກ​ປ່ຽນ​ໃນ​ລະ​ດັບ​ສູງ​ໄວ້.

ການຢ້ຽມ​ຢາມ​ ປັກ​ກິ່ງ ຂອງ​ທ່ານ ເບ​ລູ​ຊອ​ຟ ໄດ້​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່ກອງ​ທັບ ຈີນ ປະ​ຕິ​ຍານ​ທີ່​ຈະດຳ​ເນີນ​ການ​ເພີ່ມ​ເຕີມ​ກັບ ໄຕ້​ຫວັນ ຖ້າ​ມີ​ຄວາມ​ຈຳ​ເປັນຫຼັງ​ຈາກ​ໄດ້​ຈັດ​ການ​ຊ້ອມ​ລົບ​ນຶ່ງວັນ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ​ເປັນ​ຄຳ​ເຕືອນ​ຕໍ່ “ການ​ກະ​ທຳ​ແບ່ງ​ແຍກ​ດິນ​ແດນ” ແລະ ໄດ້​ກໍ່​ໃຫ້​ເກີດ​ການ​ກ່າວ​ປະ​ນາມ​ຈາກ ໄຕ້​ຫວັນ ແລະ ລັດ​ຖະ​ບານ ສະ​ຫະ​ລັດ.

ຈີນ ແລະ ຣັດ​ເຊຍ ໄດ້​ປະ​ກາດ ການ​ເປັນ​ຄູ່​ຮ່ວມ “ແບບບໍ່​ມີ​ຂີດ​ຈຳ​ກັດ” ໃນ​ເດືອນ​ກຸມ​ພາ 2022 ເວ​ລາ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດີ​ເມຍ ປູ​ຕິນ ໄດ້​ໄປ​ຢ້ຽມ ຢາມ ປັກ​ກິ່ງ ໃນ​ເວ​ລາບໍ່​ເຖິງ​ນຶ່ງ​ອາ​ທິດ ກ່ອນ​ກອງ​ກຳ​ລັງ​ຂອງ​ທ່ານ ໄດ້​ເປີດ​ການ​ບຸກ​ລຸກ​ເຕັມ​ອັດ​ຕາ​ເຂົ້າ​ໄປ​ໃນ ຢູ​ເຄ​ຣນ, ຈົນ​ກໍ່​ໃຫ້​ເກີດ​ສົງ​ຄາມ​ຢູ່​ພື້ນ​ດິນ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ ຢູ​ໂຣບ ນັບ​ຕັ້ງ​ແຕ່​ສົງ​ຄາມ​ໂລ​ກ​ຄັ້ງ​ທີ​ສອງ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Russia and China held "substantive" defence and military talks to bolster ties, Russia's defence minister said on Tuesday, as Moscow and Beijing cement a "no limits" partnership and step up criticism of U.S. efforts to extend its influence in Asia.

"The military departments of Russia and China are united in their assessments of global processes, and they have a common understanding of what needs to be done in the current situation," a post on the Russian defence ministry's Telegram messaging app cited Defence Minister Andrei Belousov as saying.

Belousov said he met with China's central military commission vice chairman, Zhang Youxia for "very substantive" talks.

China's Defence Ministry said after the meeting that both sides hope to deepen and expand military relations and maintain high-level exchanges.

Belousov's visit to Beijing took place as China's military vowed to take further action against Taiwan if needed after staging a day of war games it said were a warning to "separatist acts" and which drew condemnation from the Taiwanese and U.S. governments.

China and Russia declared a "no limits" partnership in February 2022 when President Vladimir Putin visited Beijing less than three weeks before his forces launched a full-scale invasion of Ukraine, triggering the deadliest land war in Europe since World War Two.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG