ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Putin ກ່າວວ່າ ຣັດເຊຍ ມີສິດ ທີ່ຈະໃຊ້ກຳລັງ ໃນຢູເຄຣນ (ວີດີໂອ/ສະໄລດ໌)


A Pro-Russian Calm in Crimea
please wait

No media source currently available

0:00 0:01:21 0:00
ລິງໂດຍກົງ
ປະທາ​ນາ​ທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວ​ວ່າ
ປະ​ເທດ​ຂອງ​ທ່ານ​ແມ່ນ​ກຽມພ້ອມ​ທີ່​ຈະ​ນໍາ​ ໃຊ້​ທາງ​ເລືອກ​
ທັງໝົດທີ່​ມີ​ຢູູ່ເພື່ອ​ປົກ​ປ້ອງ​ຊາວຣັດ​ເຊຍຢູ່​ໃນ​ຢູ​ເຄຣນແຕ່​
ກໍກ່າວຕື່ມ​ວ່າ ທ່ານ​ຫວັງ​ວ່າ ຈະ​ບໍ່​ໄດ້​ໃຊ້​ກໍາ ລັງ.

ທ່ານ Putin ​ໄດ້​ມີ​ຄວາມ​ເຫັນ​ດັ່ງກ່າວ ​ໃນ​ວັນ​ອັງຄານ​ມື້​ນີ້
ທ່າມກາງ​ວິ​ກິດ​ການ​ທີ່​ໃຫຍ່​ຂຶ້ນ ​ເລື້ອຍໆ ກ່ຽວ​ການ​ມີໜ້າ​
ຂອງ​ກອງ​ທະຫານ​ຣັດ​ເຊຍ ຢູ່​ໃນ​ເຂດ ​ໄຄຣ​ເມຍ ຂອງ​ຢູ​ເຄຣນ
ນັ້ນ. ສະຫະລັດ​ແລະບັນດາ​ພັນທະ​ມິດ​ໃນ​ຢູ​ໂຣບ ກຳລັງ​ພິຈາ
ລະນາ ຈະ​ທຳ​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ ທີ່​ໄດ້​ສົ່ງ​ທະຫານ​ເຂົ້າ
​ໄປ​ໃນ​ຢູ​ເຄຣນ.

ທ່ານ Putin ​ເວົ້າ​ວ່າ ພວກ​ທີ່​ພິຈາລະນາ​ຈະ​ທຳ​ການ​ລົງ​ໂທດຣັດ​ເຊຍນັ້ນ ກໍ​ຄວນ​ຈະ
​ພິຈາລະ​ນາ​ເຖິງ​ຄວາມ​ເສຍ​ຫາຍ ທີ່​ພວກ​ເຂົາ​ເຈົ້າ​ເອງ​ກໍ​ຈະ​ໄດ້​ຮັບ​ເຊັ່ນ​ກັນ ຈາກ​ການ
​ລົງໂທດ​ນັ້ນ.​

ວີດີໂອທີ່ກ່ຽວຂ້ອງ ລາຍງານໂດຍ: Luis Ramirez:
US Looks for Way Ahead on Ukraine
please wait

No media source currently available

0:00 0:02:12 0:00
ລິງໂດຍກົງ

ໃນ​ການສະ​ແດງ​ຄວາມ​ເຫັນ​ອອກ​ມາ​ຢ່າງ​ເປີດ​ເຜີຍ​ເປັນ​ເທື່ອ​ທຳອິດຫລັງ​ຈາກ​ທີ່​ປະທາ
ນາທິ ບໍດີ​ຢູ​ເຄຣນທີ່​ຖືກ​ໂຄ່ນ​ລົ້ມ ທ່ານ Viktor Yanukovych ​ໄດ້​ຫລົບໜີ​ອອກ​ຈາກ
​ນະຄອນຫລວງ Kyiv ​ໄປ​ນັ້ນ ຜູ້ນຳຣັດ​ເຊຍ ​ເອີ້ນ​ການ​ປ່ຽນ​ແປງ​ດ້ານ​ອຳນາດ​ຢູ່​ໃນ
​ຢູ​ເຄຣນວ່າ ​ເປັນ​ການ “ລັດຖະປະຫານ” ທີ່​ບໍ່​ຖືກຕ້ອງ​ຕາມ​ລັດຖະທໍ​າມະນູນ ​ແລະ​ວ່າ
ທ່ານ Yanukovych ຍັງ​ເປັນ​ຜູ້​ນຳທີ່​ຖືກຕ້ອງ​ຊອບ​ທໍາຂອງ​ຢູເຄຣນ ​ເຖິງ​ແມ່ນ​ທ່ານ​ບໍ່​ມີ
“​ອະນາຄົດ​ທາງ​ການ​ເມືອງ”​ແລ້ວ​ກໍ​ຕາມ.

​ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ເດີນທາງ​ໄປ​ຮອດ
ນະຄອນ ຫລວງ Kyiv ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ຢູ່​ທີ່​ນັ້ນ ທ່ານ​ຈະ​ພົບ​ປະ​ກັບ​ບັນດາ
​ສະມາຊິກ​ຂອງ​ລັດຖະບານຊົ່ວຄາວ ​ແລະກ່າວ​ເນັ້ນ​ເຖິງ ​ການ​ສະໜັບສະໜູນຂອງ
​ສະຫະລັດ ຕໍ່ອະ​ທິປະ​ໄຕ​ຂອງ​ຢູ​ເຄຣນ.

ໃນ​ຂະນະ​ທີ່​ທ່ານ Kerry ກໍາ ລັງ​ເດີນທາງ​ໄປ​ຍັງ​ນະຄອນຫຼວງ​ຂອງຢູ​ເຄຣນນັ້ນ
ປະທານາ ທິບໍດີ Putin ​ໄດ້ມີ​ຄໍ່ສັ່ງ​ໃຫ້ ​ທະຫານ​ຫຼາຍ​ສິບ​ພັນ​ຄົນ ທີ່​ທຳການເຝິກ​
ແອບ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຣັດ​ເຊຍ ​ໃກ້​ໆກັບຊາຍ​ແດນ​ຢູ​ເຄຣນນັ້ນ​ ກັບ​ຄືນ
ໄປຍັງ​ຖານ​ທັບ​. ການ​ເຝິກແອບ ດັ່ງກ່າວ​ແມ່ນ​ຮອດ​ກໍາ ນົດເສັດ​ສິ້ນ​ລົງ​ ສະ​ນັ້ນ ​
ຈຶ່ງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ຄໍາ ສັ່ງ​ໃຫ້​ກັບ​ຄືນ​ຄ້າຍ​ນັ້ນ ​ແມ່ນ​ເພື່ອ​ລຸດຜ່ອນ​ຄວາມ
​ເຄັ່ງ​ຕຶງຕ່າງໆ​ລົງ ຫຼື​ບໍ່.



ກຸງ​ມົສກູ ​ໄດ້​ປະຕິ​ເສດວ່າ ການ​ຝຶກ​ແອບ​ທາງ​ທະຫານ​ຂອງຕົນ​ ທີ່​ໄດ້​ເລີ່​ມຂຶ້ນ
​ໃນ​ສັບປະດາ​ທີ່​ແລ້ວ​ນີ້ ​ບໍ່ໄດ້​ມີ​ສ່ວນກ່ຽວຂ້ອງ​ກັບ​ສະຖານະ​ການ​ໃນ​ຢູ​ເຄຣນ.

XS
SM
MD
LG