ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມືປືນບຸກໂຈມຕີສະພາ Chechnya


ຕໍາຫຼວດກວດເບິ່ງບໍລິເວນອ້ອມແອ້ມຕຶກສະພາ ຫຼັງການໂຈມຕີໃນວັນອັງຄານມື້ນີ້, ທີ 19 ຕຸລາ 2010.
ຕໍາຫຼວດກວດເບິ່ງບໍລິເວນອ້ອມແອ້ມຕຶກສະພາ ຫຼັງການໂຈມຕີໃນວັນອັງຄານມື້ນີ້, ທີ 19 ຕຸລາ 2010.

ຕຳຫຼວດລັດເຊຍກ່າວວ່າ ມີມືປືນຢ່າງນ້ອຍ 3 ຄົນໄດ້
ບຸກ ເຂົ້າໄປໃນສະພາແຫ່ງຊາດ ຂອງ Chechnya ຊຶ່ງ
ເປັນສາທາລະນະລັດນຶ່ງ ທີ່ຕັ້ງຢູ່ໃນພາກໃຕ້ຂອງຣັດເຊຍ
ໃນວັນຄານມື້ນີ້ ໂດຍໄດ້ຈັບເອົາໂຕປະກັນຫລາຍ​ຄົນ
ແລະໄດ້​ສັງຫານຢ່າງນ້ອຍ 3 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ພວກໂຈມຕີທັງໝົດໄດ້ຖືກຂ້າຕາຍ
ຫຼັງຈາກການປະຕິບັດງານເປັນເວລາ 20 ນາທີຂອງ
ພວກເຈົ້າໜ້າທີ່ຮັກສາຄວາມປອດ​ໄພເພື່ອເຂົ້າຢຶດຄືນ
ຕຶກສະພາແຫ່ງຊາດ ທີ່ນະຄອນຫຼວງ Grozny.

ເຈົ້າໜ້າທີ່ກ່າວວ່າ ພວກມືປືນໄດ້ສັງຫານຕໍາຫຼວດ 2 ຄົນ
ແລະເຈົ້າໜ້າທີ່ສະພາຄົນນຶ່ງ. ນອກນັ້ນແລ້ວ ຍັງມີອີກ 17 ຄົນໄດ້ຮັບບາດເຈັບ.

Chechnya ແມ່ນສ່ວນນຶ່ງຂອງເຂດພາກເໜືອພູ Cau-
casus ທີ່ມີບັນຫາຂອງຣັດເຊຍ ຊຶ່ງເປັນເວລາຫຼາຍໆປີ
ມາແລ້ວ ໄດ້ປະສົບກັບຄວາມຮຸນແຮງ ທີ່ພົວພັນກັບພວກມຸສລິມແບ່ງແຍກດິນແດນ.

ໃນໄລຍະຊຸມປີບໍ່ດົນຜ່ານມານີ້ ຣັດເຊຍໄດ້ເຮັດສົງຄາມ 2 ບັ້ນ ກັບພວກກະບົດໃນ
Chechnya. ການສູ້ລົບໃຫຍ່ໆຢູ່ Chechnya ໄດ້ໝົດໄປແລ້ວ ແຕ່ການໂຈມຕີເປົ້າ
ໝາຍຕ່າງໆຂອງລັດຖະບານ ຍັງດຳເນີນຢູ່ຕໍ່ມາໃນທຸກໆມື້ ແລະຄວາມຮຸນແຮງໄດ້ແຜ່
ລາມເຂົ້າໄປ ໃນສາທາລະນະລັດ Dagestan ແລະ Ingushetia ທີ່ມີຊາຍແດນຕິດ
ກັບພາກເໜືອຂອງ Chechnya ນັ້ນ.

XS
SM
MD
LG