ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

13 ຄົນ ເສຍຊີວິດ ໃນເຫດລະເບີດ ທີ່ແຄວ້ນ Dagestan ຂອງຣັດເຊຍ


ຕຳຫຼວດຢືນຍາມຢູ່ບ່ອນເກີດເຫດລະເບີດຂະໜາດແຮງ ໃນເຂດຊານເມືອງ ຂອງນະຄອນຫຼວງ Makhachkala ໃນສາ ທາລະນະລັດ Dagestan ທາງພາກໃຕ້ຣັດເຊຍ (4 ພຶດສະພາ 2012)
ຕຳຫຼວດຢືນຍາມຢູ່ບ່ອນເກີດເຫດລະເບີດຂະໜາດແຮງ ໃນເຂດຊານເມືອງ ຂອງນະຄອນຫຼວງ Makhachkala ໃນສາ ທາລະນະລັດ Dagestan ທາງພາກໃຕ້ຣັດເຊຍ (4 ພຶດສະພາ 2012)

ເຈົ້າໜ້າ​ທີ່​ຣັດ​ເຊຍໄດ້​ຖິ້ມ​ໂທດ​ໃສ່​ພວກ​ໂຈມ​ຕີ​ສະຫຼະຊີບໃນເຫດ​ລະ​ເບີດສອງ​ຄັ້ງທີ່​ສາທາລະ
ນະ​ລັດ Dagestan ​ໃນເຂດ​ພາກ​ເໜືອ​ ຂອງ​ພູ Caucasus ​ທີ່ເຮັດ​ໃຫ້ 13 ຄົນ​ເສຍ​ຊີວິດ​
ແລະ​ອີກ 100 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ລະ​ເບີດ​ລູກທຳ​ອິດ​ແມ່ນ​ພົວພັນ​ກັບ​ລົດ ທີ່​ໄດ້​ແຕກ​ຂຶ້ນຂະນະ​ທີ່​ຕຳຫຼວດ
ພວມ​ຍ່າງ​ເຂົ້າ​ໄປ​ຫາ ຢູ່ດ່ານ​ກວດ​ແຫ່ງ​ນຶ່ງ​ໃນ​ເມືອງ Makhachkala ນະຄອນຫລວງຂອງ
Dagestan. ສ່ວນ​ລະ​ເບີດລູກທີ​ສອງ​ແຕກຂຶ້ນຂະນະ​ທີ່​ພວກ​ໃຫ້ການ​ຊ່ອຍ​ເຫຼືອສຸກ​ເສີນ​ໄປ
​ຮອດບ່ອນ​ທີ່​ລະ​ເບີດ​ລູກ​ທຳ​ອິດ​ໄດ້​ແຕກ​ຂຶ້ນ. ​ເຫດ​ລະ​ເບີດ​ທັງ​ສອງ​ໄດ້​ພາ​ໃຫ້​ເກີດ​ໄຟ​ໄໝ້ຊຶ່ງ​
ໄດ້​ສ້າງ​ຄວາມ​ເສຍຫ​າຍ​ໃຫ້​ແກ່ ລົດ​ຫຼາຍໆ​ຄົນ.

ຕຳຫຼວດ​ໄດ້​ຕົກ​ເປັນ​ເປົ້າ ​ໃນ​ການ​ໂຈມ​ຕີ​ທຳນອງ​ດຽວ​ກັນ​ນີ້ຂອງ​ພວກ​ກະບົດ​ມຸສ ລິ​ມຢູ່​ທີ່
Dagestan.

​ໃນ​ເດືອນ​ມີນາ​ຜ່ານ​ມານີ້ ການ​ໂຈມ​ຕີ​ສະຫຼະຊີບ​ສອງ​ຄັ້ງຊ້ອນ ​ເຮັດ​ໃຫ້​ຢ່າງ​ນ້ອຍ 40 ຄົນ
​ເສຍ​ຊີ​ວິດ​ທີ່​ກຸງ​ມົສກູ. ພວກ​ແມ່ຍິງ​ສອງ​ຄົນ ​ທີ່​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ລົດ​ໄຟ​ໃຕ້
​ດິນ​ດັ່ງກ່າວແມ່ນ​ໄປ​ຈາກ Dagestan.

ຣັດ​ເຊຍ​ ໄດ້​ຮັບ​ມືກັບ​ການ​ໂຈມ​ຕີ​ຂອງ​ພວກ​ກະບົດ​ມຸສລິ​ມຕໍ່​ຕຳຫຼວດ​ແລະ​ເຈົ້າໜ້າທີ່​ລັດຖະ
ບານໃນ​ເຂດ​ພາກ​ເໜືອ​ຂອງ​ພູ Caucasus ບ່ອນ​ທີ່​ໄດ້​ມີ​ການ​ໂຈມ​ຕີ​ເຈົ້າໜ້າ​ທີ່​ລັດຖະບານ
​ເກືອບ​ໃນ​ແຕ່​ລະມື້.

XS
SM
MD
LG