ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຣັດ​ເຊຍ ຍຶດ​ໂຮງ​ງານ​ໄຟ​ຟ້າ ໃນ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ


ທະ​ຫານ​ຢູ​ເຄ​ຣນ ພັກ​ຜ່ອນ​ຢູ່​ໃນ​ຫ້ອງ​ໃຕ້​ດິນ ໃນ​ລະ​ຫວ່າງ​ການ​ຕໍ່​ສູ້​ກັບ​ກອ​ງ​ກຳ​ລັງ ຣັດ​ເຊຍ ຢູ່​ແຖວ​ໜ້າ​ໃນ​ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 27 ກໍ​ລະ​ກົດ 2022.
ທະ​ຫານ​ຢູ​ເຄ​ຣນ ພັກ​ຜ່ອນ​ຢູ່​ໃນ​ຫ້ອງ​ໃຕ້​ດິນ ໃນ​ລະ​ຫວ່າງ​ການ​ຕໍ່​ສູ້​ກັບ​ກອ​ງ​ກຳ​ລັງ ຣັດ​ເຊຍ ຢູ່​ແຖວ​ໜ້າ​ໃນ​ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 27 ກໍ​ລະ​ກົດ 2022.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນຄົນ​ນຶ່ງ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ຍຶດ​ເອົາ​ໂຮງ​ງານ​ໄຟ​ຟ້າ​ທີ່​ໃຫຍ່​ເປັນ​ອັນ​ດັບ​ສອງ​ຂອງ​ຢູ​ເຄ​ຣນ ແລະ ໄດ້​ດຳ​ເນີນ “ການ​ສົ່ງ​ກອງ​ທະ​ຫານ​ຂະ​ໜາດ​ໃຫຍ່” ໄປ​ສາມ​ພາກ​ພື້ນ​ໃນ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນຄືນ.

ທ່ານ ໂອ​ເລັກ​ຊີ ອາ​ເຣັ​ສ​ໂຕວິ​ຈ໌, ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ໄດ້​ຢືນ​ຢັນ​ກ່ຽວ​ກັບ​ຍຶດ​ເອົາ​ໂຮງ​ງານ​ໄຟ​ຟ້າ ວາ​ເລ​ເຮີ​ສ໌ ໃນ​ພາກ​ພື້ນ ໂດ​ເນັດ​ສ໌ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ. ແຕ່​ທ່ານ ອາ​ເຣັ​ສ​ໂຕວິ​ຈ໌ ໄດ້​ກ່າວ​ວ່າ​ຄວາມ​ຄືບ​ໜ້າ​ດັ່ງ​ກ່າວ​ແມ່ນ “ຄວາມ​ໄດ້​ປຽບ​ທາງ​ກົນ​ລະ​ຍຸດ​ພຽງ​ເລັກ​ນ້ອຍ” ສຳ​ລັບ ຣັດ​ເຊຍ.

ທ່ານ​ໄດ້​ກ່າວ​ວ່າການ​ສົ່ງ​ກອງ​ທະ​ຫານ​ຂອງ ຣັດ​ເຊຍ ປະ​ກອບ​ມີ​ການ​ສົ່ງ​ກອງ​ກຳ​ລັງໄປ​ເຂດ ​ເມ​ລິ​ໂຕ​ໂປ​ລ, ຊາ​ໂປ​ຣິ​ສ​ເຊຍ ແລະ ເຄີ​ສັນ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ສິ່ງ​ທີ່​ປາ​ກົດ​ວ່າ​ເປັນ​ການ​ປ່ຽນ​ແປງ​ຕໍ່​ຄວາມ​ພະ​ຍາ​ຍາມ​ປ້ອງ​ກັນ​ດ້ານ​ຍຸດ​ທະ​ສາດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັ​ນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ​ຈະ​ລົມ​ກັບ​ຄູ່​ຕຳ​ແໜ່ງ​ ຣັດ​ເຊຍ ຂອງ​ທ່ານ​ໃນ​ສອງ​ສາມ​ວັນ​ຈະ​ມາ​ເຖິງນີ້, ດ້ວຍ​ບັນ​ຫາ​ຂອງ​ການ​ປຶກ​ສາ​ຫາ​ລື​ແມ່ນ​ຄາດ​ວ່າ​ຈະ​ລວມ​ມີ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ເພື່ອ​ສືບ​ຕໍ່​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຜ່ານ​ທ່າ​ເຮືອ​ທະ​ເລ​ດຳ​ຂອງ ຢູ​ເຄ​ຣນ ແລະ ການ​ເຂົ້າ​ຍຶດ​ພາກ​ພື້ນ ດອນ​ບາ​ສ ຂອງ ຣັດ​ເຊຍ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ​ທ່ານ​ຍັງ​ຈະ​ລົມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາວ​ຣອ​ຟ ກ່ຽວ​ກັບ ຂໍ້​ສະ​ເໜີ “ທີ່​ສຳ​ຄັນ” ທີ່​ແນ​ເປົ້າ​ເພື່ອ​ນຳ​ເອົາ​ດາ​ລາ​ນັກ​ກິ​ລາ​ບາ​ສ​ແກັດ​ບອ​ລ ອາ​ເມ​ຣິ​ກັນ ນາງ ບ​ຣິດ​ນີ ກ​ຣາຍ​ເນີ ກັບ​ຄືນ​ມາ​ບ້ານ ແລະ ອະ​ດີດ​ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ສະ​ຫະ​ລັດ ທ່ານ ພອ​ລ ວີ​ແລັນ, ເຊິ່ງ​ທັງ​ສອງ​ຄົນ​ຖືກ​ຄວບ​ຄຸ​ມ​ຕົວ​ໃນ ຣັດ​ເຊຍ ປັດ​ຈຸ​ບັນ​ນີ້. ຄົນ​ທີ່​ຄຸ້ນ​ເຄີຍ​ກັບ​ບັນ​ຫາ​ດັ່ງ​ກ່າວ​ໄດ້​ອະ​ທິ​ບາຍ​ມັນ​ດັ່ງ​ກັບ​ການ​ແລກ​ປ່ຽນ​ນັກ​ໂທດ ທີ່​ຈະ​ສົ່ງ​ຜູ້​ລັກ​ລອບ​ຂົນ​ສົ່ງ​ອາ​ວຸດ ຣັດ​ເຊຍ ທີ​ຖືກ​ລົງ​ໂທດ​ ທ້າວ ວິກ​ຕໍ ບຸດ ກັບ​ຄືນ​ໄປ ມົ​ສ​ກູ.

ທ່ານ ບ​ລິງ​ເຄັນ ແລະ ທ່ານ ລາວ​ຣອ​ຟ ໄດ້​ລົມ​ກັນ​ຄັ້ງ​ສຸດ​ທ້າຍ​ໜ້າ​ຕໍ່​ໜ້າ​ໃນ​ວັນ​ທີ 15 ກຸມ​ພາ​ທີ່​ຜ່ານ​ມາ, ບໍ່​ເທົ່າ​ໃດ​ວັນ​ກ່ອນ ຣັດ​ເຊຍ ເປີດ​ການ​ບຸກ​ລຸກ​ທາງ​ທະ​ຫານ​ໃນ​ຢູ​ເຄ​ຣນ.

ຂໍ້​ຕົກ​ລົງ​ຊົ່ວ​ຄາວ ກ່ຽວ​ກັບ ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດທີ່ ຢູ​ເຄ​ຣນ, ຣັດ​ເຊຍ, ເທີ​ກີ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ບັນ​ລຸ​ກັນ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ກໍ​ມີ​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ສູງ​ໃນ​ລາຍ​ການ​ທີ່​ເປັນ​ບູ​ລິ​ມະ​ສິດ​ສູງ​ສຸດ​ຂອງ ສະ​ຫະ​ລັດ. ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ຮຽກ​ຮ້ອງ ມົ​ສ​ກູ ໃຫ້​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ​ຫລັງ​ຈາກ​ລູ​ກ​ສອນ​ໄຟ ຣັດ​ເຊຍ ໄດ້​ຕົກ​ຖືກ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ທ່າ​ເຮືອ ໂອ​ເດ​ຊາ ຂອງ ຢູ​ເຄ​ຣນ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ, ນຶ່ງວັນຫຼັງ​ຈາກ​ຂໍ້​ຕົກ​ລົງ​ຖືກ​ເຊັນ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ ຣັດ​ເຊຍ ຕ້ອງ​ປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ​ເພື່​ອ​ອະ​ນຸ​ຍາດ​ໃຫ້​ກຳ​ປັ່ນ​ບັນ​ທຸກ​ອາ​ຫານ​ປະ​ເພດ​ເມັດ​ແລ່ນ​ຜ່ານ​ທະ​ເລ​ດຳ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG