ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດເຊຍ ຍົກເລີກ ການເຈລະຈາ ກັບ ສຫລ ຫລັງຈາກ ຖືກລົງໂທດ ຮອບໃໝ່


ຮອງລັດຖະມົນຕີການຕ່າງປະເທດ ຂອງຣັດເຊຍ ທ່ານ Sergei Ryabkov ເຫັນໄດ້ໃນລະຫວ່າງ ການເຈລະຈາ ຢູ່ ສຳນັກງານ ອົງການສະຫະປະຊາຊາດ ທີ່ນະຄອນ ເຈນີວາ ຂອງປະເທດ ສະວິດເຊີແລນ, ວັນທີ 15 ຕຸລາ 2013.
ຮອງລັດຖະມົນຕີການຕ່າງປະເທດ ຂອງຣັດເຊຍ ທ່ານ Sergei Ryabkov ເຫັນໄດ້ໃນລະຫວ່າງ ການເຈລະຈາ ຢູ່ ສຳນັກງານ ອົງການສະຫະປະຊາຊາດ ທີ່ນະຄອນ ເຈນີວາ ຂອງປະເທດ ສະວິດເຊີແລນ, ວັນທີ 15 ຕຸລາ 2013.

ບັນດາເຈົ້າໜ້າທີ່ຂອງຣັດເຊຍ ໄດ້ມີປະຕິກິລິຍາຕໍ່ມາດຕະການລົງໂທດຮອບ​ໃໝ່
ທີ່ໄດ້ຖືກເປີດເຜີຍໃຫ້ຮູ້ໂດຍສະຫະລັດດ້ວຍການຍົກເລີກການເຈລະຈາລະຫວ່າງ
ຮອງລັດຖະມົນຕີການຕ່າງປະເທດ ຂອງຣັດເຊຍ ທ່ານ Sergei Ryabkov ແລະ
ຮອງລັດຖະມົນຕີ ການຕ່າງປະເທດ ຂອງສະຫະລັດ ທ່ານ Thomas Shannon.

ທ່ານ Ryabkov ໄດ້ກ່າວວ່າ “ສະຖານະການ ແມ່ນບໍ່​ເອື້ອອຳນວຍ ທີ່​ຈະເປີດ
ການເຈລະຈາ ຮອບນີ້.”

ກະຊວງການຕ່າງປະເທດ ສະຫະລັດ ໄດ້ສະແດງຄວາມເສຍໃຈຕໍ່ການຍົກເລີກ
ການເຈລະຈາ ໃນວັນສຸກນີ້. ໂຄສົກຂອງກະຊວງການຕ່າງປະ​ເທດ ທ່ານນາງ
Heather Nauert ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ “ພວກເຮົາເສຍໃຈ
ທີ່ຣັດເຊຍ ໄດ້ຕັດສິນໃຈ ທີ່ຈະຫັນຫລັງໃຫ້ໂອກາດການປຶກສາຫາລື ສອງຝ່າຍ
ກ່ຽວກັບອຸປະສັກຕ່າງໆທີ່ຂັດ​ຂວາງສາຍພົວພັນ ລະຫວ່າງ ສະຫະລັດ ແລະ
ຣັດເຊຍ.”

ໃນວັນອັງຄານຜ່ານ​ມານີ້ ກະຊວງການເງິນສະຫະລັດ ໄດ້ປະກາດມາດຕະການ
ລົງໂທດຕື່ມອີກ ຕໍ່ຣັດເຊຍ ແລະ ພວກແບ່ງແຍກດິນແດນທີ່ສະໜັບສະໜູນຣັດເຊຍ
ຢູ່ໃນພາກຕາເວັນອອກຂອງຢູເຄຣນ. ມາດຕະການດັ່ງກ່າວ ແນເປົ້າໝາຍໃສ່ ຊາວ
ຣັດເຊຍ 36 ຄົນ ແລະ ບຸກຄົນທີ່ສະໜັບສະໜູນຣັດເຊຍ ຈຳນວນນຶ່ງ ແລະ ໜ່ວຍງານ
ທີ່ມີສ່ວນກ່ຽວຂ້ອງກັບບັນຫາຂັດແຍ້ງ ທີ່ມີຢູ່ຢ່າງຕໍ່ເນື່ອງ ໃນ ຢູເຄຣນ ລວມທັງບັນດາ
ເຈົ້າໜ້າທີ່ລະດັບສູງຂອງຣັດເຊຍ 2 ຄົນ ຮອງລັດຖະ ມົນຕີເສດຖະກິດ ທ່ານ Sergey
Nazarov ແລະ ສະມາຊິກ​ສະພາຂອງຣັດເຊຍ ທ່ານ Alexander Babakov.

ໂຄສົກວັງ Kremlin ໄດ້ກ່າວວ່າ ການເຄື່ອນໄຫວຂອງສະຫະລັດ ແມ່ນບໍ່ສ້າງສັນ
ແລະ ​ເວົ້າຕື່ມວ່າ “ການຕອບໂຕ້ຕ່າງໆ ແມ່ນກຳລັງຖືກພິຈາລະນາຢູ່ໃນລະດັບ
ວິຊາການ.”

ສາຍພົວພັນ ລະຫວ່າງ ຣັດເຊຍ ແລະ ສະຫະລັດ ຍັງຄົງເຄັ່ງຕຶງຢູ່. ທຳນຽບຂາວ
ໄດ້ພິຈາລະນາ ກ່ຽວ​ກັບຄວາມເປັນໄປໄດ້ທີ່ຈະຈັດກອງປະຊຸມ ລະຫວ່າງ ປະທານາ
ທິບໍດີ ດໍໂນລ ທຣຳ ແລະ ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ຢູ່ນອກ
ກອງປະຊຸມສຸດຍອດ ກຸ່ມ 20 ປະເທດ ໃນເດືອນກໍລະກົດ ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG