ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຮຽກຮ້ອງໃຫ້ ສປຊ ຫາທາງແກ້ໄຂ ວິກິດການ ດ້ານມະນຸດສະທຳ ໃນຢູເຄຣນ (ວີດີໂອ)


ຮອງເອກອັກຄະລັດຖະທູດຢູເຄຣນ ປະຈຳສະຫະປະຊາຊາດ ທ່ານ Oleksandr Pavlichenko ຖະແຫລງຕໍ່ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ
ຮອງເອກອັກຄະລັດຖະທູດຢູເຄຣນ ປະຈຳສະຫະປະຊາຊາດ ທ່ານ Oleksandr Pavlichenko ຖະແຫລງຕໍ່ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ

ຣັດ​ເຊຍຮຽກຮ້ອງ​ໃຫ້ ສະຫະ​ປະຊາ​ດເອົາບາດກ້າວ​ໂດຍ​ທັນທີ
​ເພື່ອ​ຈັດການກັບ​ວິ​ກິດ​ການ​ດ້ານ​ມະນຸດສະທຳ ​ໃນ ຢູ​ເຄຣນ
​ແຕ່ສະຫະລັດກ່າວ​ວ່າ ຣັດ​ເຊຍມີ​ພາຫາ​ນະ​ທີ່​ຈະ​ຢຸດ​ມັນ​ໄດ້.

ຢູ່​ທີ່​ກອງ​ປະຊຸມສຸກ​ເສີນ​ຂອງສະພາ​ຄວາມ​ໝັ້ນຄົງ ທີ່​ຣັດ​ເຊຍ
​ຮຽກຂຶ້ນ ​ໃນ​ວັນ​ອັງຄານ​ວານ​ນີ້ ​ເອກ​ອັກຄະ​ລັດຖະທູດ Vitaly
Churkin ກ່າວ​ວ່າ ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ປະຕິບັດ ຫລັກ​ການ
​ມະນຸດສະທຳ​ສາກົນ ຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄຣນນັ້ນ.
ທ່ານ​ໄດ້​ຕິຕຽນ ລັດຖະບານ​ໃນນະຄອນຫລວງ Kyiv ສຳ​ຫລັບ
ອັນ​ທີ່​ທ່ານເອີ້ນ​ວ່າ ການ​ກົດ​ຂີ່​ປາ​ບປາມຂົງ​ເຂດ​ນັ້ນ ຢ່າງຮຸນ​ແຮງ.

ຮອງ​ເອກອັກຄະ​ລັດຖະທູດສະຫະລັດ ທ່ານນາງ Rosemary DiCario ກ່າວ​ວ່າ ຣັດ​ເຊຍມີຄວາມ​ສາມາດ​ທີ່​ຈະຢຸດ​ທຸກ​ຢ່າງ​ໄດ້ ​ໂດຍ​ການ​ຢຸດການ​ຈັດ​ສົ່ງ ​ພວກ​ນັກ​ລົບ ​ອາ
ວຸດ ​ແລະ​ເງິນ ​ໃຫ້​ແກ່​ພວກ​ແບ່ງ​ແຍກ​ດິນ​ແດນ. ​ແຕ່ແທນ​ທີ່​ຈະ​ເຮັດ​ເ​ຊັ່ນ​ນັ້ນ ທ່ານ​ນາງ
ກ່າວ​ວ່າ ຣັດຊຍກັບ​ໄດ້​ເພີ້​ມຈຳນວນກອງພັນຂຶ້ນ​ເຖິງ ສອງ​ເທົ່າ ​ຢູ່​ໃກ້​ກັບ​ຊາຍ​ແດນ
​ແລະ​ມີແຜນ​ຈະເຝິ​ກຊ້ອມ​ທະຫານ​ຂະ​ນາດ​ໃຫຍ່.

​ເຈົ້າ​ໜ້າ​ທີ່ຝ່າຍມະນຸດສະທຳຂອງສະຫະ​ປະຊາ​ຊາດ ທ່ານ John Ging ​ໄດ້​ກ່າວ​ຕໍ່​ສະ
ພາ​ຄວາມ​ໝັ້ນຄົງ​ວ່າ ​ສະຖານະ​ການ​ດ້ານມະນຸດສະ​ທໍາຮ້າຍ​ແຮງ​ໜັກ​ຂຶ້ນເປັນ​ພິ​ເສດໃນ
ຢູ​ເຄຣນນັ້ນ ກໍຍ້ອນຄວາມ​ຮຸນ​ແຮງ​ຢູ່ໃນ​ເຂດຕົວ​ເມືອງ. ທ່ານ ກ່າວ​ວ່າ ຫລາຍ​ຄົນ​ທີ່​ໄດ້​ພາກັນຫລົບໜີຈາກ​ເຮືອນ​ຊານ​ເຂົາ​ເຈົ້າ​ໄປ​ ​ບໍ່​ໄດ້ຈົດ ທະບຽນ​ກັບ​ເຈົ້າ​ໜ້າ​ທີ່ ຊຶ່ງ​ເຮັດ​ໃຫ້
ມີ​ຄວາມ​ຫຍຸ້ງຍາກ​ໃນ​ການສັ່ງ​ຊາຕີ​ລາຄາ ຄວາມ​ຕ້ອງການ​ ການ​ຊ່ວຍ​ເຫລືອ.

UKRAINE VOSOT
please wait
Embed

No media source currently available

0:00 0:02:07 0:00

XS
SM
MD
LG