ຣັດເຊຍເອີ້ນການລົງໂທດຂອງສະຫະລັດໃນຄັ້ງຫລ້າສຸດ ທີ່ວາງອອກຕໍ່ບໍລິສັດ ຣັດເຊຍ,
ຈີນ ແລະສິງກະໂປນັ້ນວ່າເປັນການລົງໂທດທີ່ “ເປັນການທໍາລາຍ” ແລະ “ ບໍ່ມີປະ
ໂຫຍດຫຍັງ. “
ໃນວັນພຸດຜ່ານມາສະຫະລັດໄດ້ປັບໃໝ່ 3 ບໍລິສັດໂດຍໄດ້ກ່າວຫາພວກ ເຂົາເຈົ້າ
ວ່າ ໄດ້ຊ່ວຍເກົາຫລີເໜືອຫລີກລ້ຽງ ການລົງໂທດຂອງສາກົນ.
ກະຊວງການຕ່າງປະເທດຣັດເຊຍກ່າວໃນວັນພະຫັດວານນີ້ວ່າ ການລົງໂທດຄັ້ງໃໝ່
ຂອງສະຫະລັດ ເກີດຂຶ້ນໃນຂະນະທີ່ ມີຄວາມຕ້ອງການ “ການດໍາເນີນຄວາມ ພະຍາ
ຍາມຮ່ວມກັນຂອງສາກົນ” ເພື່ອກ້າວໄປແກ້ໄຂບັນຫາ ຢູ່ໃນເກົາຫລີເໜືອ. ມົສກູຍັງ
ເວົ້າອີກວ່າ ການລົງໂທດດັ່ງກ່າວອາດເຮັດໃຫ້ການເຈລະຈາກດ້ານ ການລົບລ້າງອາ
ວຸດນີວເຄຍເປັນໄປໄດ້ຍາກ.
ສະຫະລັດໄດ້ກ່າວຫາບໍລິສັດຈີນ ແລະບໍລິສັດເຄືອຂ່າຍຂອງບໍລິສັດນັ້ນໃນສິງກະໂປ
ວ່າ ໄດ້ປອມແປງເອກະສານ ເພື່ອແນໃສ່ເຮັດໃຫ້ການຂົນສົ່ງ ເຫລົ້້າແລະຢາ ສູບຢ່າງ
ຜິດກົດໝາຍເຂົ້າໄປໃນເກົາຫລີເໜືອ. ມີການລາຍງານວ່າບໍລິສັດດັ່ງກ່າວ ມີລາຍໄດ້
ຈາກການເຮັດເຊັ່ນນັ້ນ ຫຼາຍກວ່າ 1 ຕື້ ໂດລາ.
ບໍລິສັດຣັດເຊຍກໍໄດ້ຖືກລົງໂທດເຊັ່ນກັນ ທີ່ໄດ້ໃຫ້ການບໍລິການດ້ານທ່າເຮືອ ແກ່ກໍ່າ
ປັ່ນທີ່ຕິດທຸງເກົາຫລີເໜືອ ທີ່ທໍາການຂົນສົ່ງ ທີ່ຜິດກົດໝາຍ.
ການລົງໂທດດັ່ງກ່າວແມ່ນໄດ້ຍຶດທຸກຊັບສິນຂອງບໍລິສັດອາດມີຢູ່ໃນສະຫະລັດໄວ້ ແລະຫ້າມບໍ່ໃຫ້ຊາວອາເມຣິກັນ ເຮັດທຸລະກິດກັບບັນດາບໍລິສັດເຫລົ່ານີ້.