ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ຮຽກຮ້ອງໃຫ້ມີການຜະລິດອາວຸດຮ່ວມກັນ ໃນຢູໂຣບ ໃນການປ້ອງກັນ ຕ້ານຣັດເຊຍ


ແຟ້ມພາບ - ໂດຣນຂອງຢູເຄຣນ ຫຼາຍຮ້ອຍລໍາ ຖືກຈັດສະແດງ ກ່ອນຖືກສົ່ງໄປແນວໜ້າ ເພື່ອໃຊ້ໃນການຕໍ່ຕ້ານກອງກຳລັງຣັດເຊຍ ໃນນະຄອນຫຼວງກີຢິບ, ຢູເຄຣນ,​ ວັນທີ 25 ກໍລະກົດ 2023.
ແຟ້ມພາບ - ໂດຣນຂອງຢູເຄຣນ ຫຼາຍຮ້ອຍລໍາ ຖືກຈັດສະແດງ ກ່ອນຖືກສົ່ງໄປແນວໜ້າ ເພື່ອໃຊ້ໃນການຕໍ່ຕ້ານກອງກຳລັງຣັດເຊຍ ໃນນະຄອນຫຼວງກີຢິບ, ຢູເຄຣນ,​ ວັນທີ 25 ກໍລະກົດ 2023.

ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy) ສະແດງຄວາມເຊື່ອໝັ້ນວ່າ ຣັດເຊຍອາດພ່າຍແພ້ໄດ້ ແລະ ເຕືອນວ່າ ສົງຄາມໃນຢູເຄຣນໄດ້ສະແດງໃຫ້ເຫັນວ່າ ຢູໂຣບ ຄວນພັດທະນາການຜະລິດອາວຸດຮ່ວມກັນກັບຢູເຄຣນ ແລະສ້າງສາງອາວຸດໃຫ້ພຽງພໍສຳລັບການປ້ອງກັນປະເທດ.

“ສອງ​ປີ​ຂອງ​ສົງ​ຄາມ​ນີ້​ ໄດ້​ພິ​ສູດແລ້ວ​ວ່າ​ ຢູໂຣບ ​ຕ້ອງ​ການ​ຄັງອາວຸດ​ທີ່​ພຽງ​ພໍ ເປັນຂອງຕົນເອງ ເພື່ອປົກປ້ອງ​ກັນ​ສິດ​ເສລີ​ພາບ​. ຄວາມສາມາດຂອງຕົນເອງເພື່ອຮັບປະກັນການປ້ອງກັນ. ທ່າແຮງຂອງຕົນເອງທີ່ຈະຊ່ວຍໃຫ້ຢູໂຣບທັງຫມົດ ຫຼືສ່ວນໃດສ່ວນນຶ່ງ ສາມາດຢືນຢັດ ແລະຮັກສາຕົນເອງໄດ້ ພາຍໃຕ້ສະຖານະການລະດັບໂລກ, " ທ່ານກ່າວ.

ທ່ານເຊເລັນສກີ ໄດ້ໃຫ້ຄໍາເຫັນຜ່ານການເຊື່ອມຕໍ່ທາງວິດີໂອ ໃນກອງປະຊຸມປ້ອງກັນປະເທດ ຢູ່ນະຄອນຫຼວງສະຕັອກໂຮມ (Stockholm) ໃນວັນອາທິດ, ໃນຂະນະທີ່ລັດຖະມົນຕີການຕ່າງປະເທດສະວີເດັນ ທ່ານ ໂທບຽສ ບີລສຕຣອມ (Tobias Billstrom) ໄດ້ສະແດງມຸ່ງໝັ້ນຂອງປະເທດຕົນທີ່ຈະສະຫນັບສະຫນູນກີຢິບ.

"ການສະຫນັບສະຫນູນດ້ານການທະຫານ, ທາງດ້ານການເມືອງ, ແລະເສດ ຖະກິດຂອງສະວີເດັນ ຕໍ່ຢູເຄຣນ ຍັງຄົງເປັນວຽກງານດ້ານນະໂຍບາຍການຕ່າງປະເທດຕົ້ນຕໍຂອງລັດຖະບານສະດີເດັນ ໃນຊຸມປີຂ້າງຫນ້າ," ທ່ານປະກາດໃນລະຫວ່າງງານ ໃນສື່ສັງຄົມ X, ເຊິ່ງໃນອະດີດແມ່ນຮູ້ຈັກກັນໃນຊື່ Twitter, ເຊິ່ງເປັນແອັບສົ່ງຂໍ້ຄວາມ.

ຍີ່ປຸ່ນຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນ ກີຢິບ ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນລະຫວ່າງທີ່​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ທ່ານນາງໂຢໂກະ ກາມີກາວາ (Yoko Kamikawa) ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ ​ໂດຍ​ບໍ່​ໄດ້​ແຈ້ງ​ລ່ວງໜ້າ, ແລະໄດ້ກາຍ​ເປັນຜູ້ມາຢ້ຽມຢາມ​ຕ່າງປະ​ເທດ​ທາງ​ການ​ຄົນ​ທຳ​ອິດ ​ໃນ​ນະຄອນ ຫລວງ​ຢູ​ເຄຣນ ​ໃນ​ປີ 2024.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG