ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດເຊຍ ຖີ້ມລະເບີດໃສ່ ພວກຕໍ່ຕ້ານ ລັດຖະບານ ໃນຊີເຣຍ ທີ່ໜູນຫລັງ ໂດຍສະຫະລັດ


ກະຊວງປ້ອງກັນປະເທດຣັດເຊຍ ເຜີແຜ່ຮູບພາບ ເຮືອບິນຖີ້ມ ລະເບີດ Su-24 ທີ່ເຫັນຢູ່ເບື້ອຫລັງ ວັນທີ 18 ທັນວາ, 2015.
ກະຊວງປ້ອງກັນປະເທດຣັດເຊຍ ເຜີແຜ່ຮູບພາບ ເຮືອບິນຖີ້ມ ລະເບີດ Su-24 ທີ່ເຫັນຢູ່ເບື້ອຫລັງ ວັນທີ 18 ທັນວາ, 2015.

ເຮືອບິນຣັດ​ເຊຍ​ ໄດ້​ຖີ້ມລະ​ເບີດ​ໃສ່​ພວກຕໍ່ຕ້ານ​ລັດຖ​ະບານ ທີ່​ສູ້ລົບ​ກັບກຸ່ມ​ລັດ​ອິສລາມ​ຢູ່​ທາງ​ພາກ​ໃຕ້​ຊີ​ເຣຍ ​ຮວມທັງ​ພວກ​ສະໜັບທີ່ສະໜູນ​ໂດ​ຍສະຫະລັດ ອີງ​ຕາມ​ຄຳ​ເວົ້າຂອງ ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ສະຫະລັດ​ຄົນ​ນຶ່ງ​.

​ເຈົ້າ​ໜ້າ​ທີ່ ​ທີ່​ຂໍ​ສະຫງວນ​ຊື່ ກ່າວ​ວ່າ ​ບັນດາເຮືອບິນ​ລົບຣັ​ດ​ເຊຍ ທີ່​ບໍ່​ໄດ້​ປະ​ຕິ​ບັດ​ງານ ​ໃນ​ເຂດໃກ້​ກັບ​ເມື​ອງ al-Tanf ຊຶ່ງ​ຕັ້ງຢູ່​ລຽບຊາຍ​ແດນ​ຊີ​ເຣຍຕິດກັບ​ອີຣັກ​ແລະ​ຈໍ​ແດນ ​ເປັນ​ເວລາ​ນານສົມຄວນ​ແລ້ວນັ້ນ ໄດ້​ພາ​ໃຫ້​ມີ “ຄວາ​ມ​ເປັນ​ຫ່ວງ​ອັນ​ຮ້າຍ​ແຮງ” ກ່ຽວກັບ​ຈຸດປະ ສົງ​ຂອງຣັ​ດ​ເຊຍ.

​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “​ພວກ​ເຮົາ​ຈະ​ຊອກ​ຫາ​ຄຳ​ອະທິ​ບາຍຈາ​ກ ຣັ​ດ​ເຊຍ​ວ່າ ​ເປັນ​ຫຍັງ​ເຂົາ​ເຈົ້າຈຶ່ງ​ເອົາ​ບາດກ້າວ​ດັ່ງກ່າວ ​ແລະ​ໃຫ້ການ​ຄໍ້າປະກັນ​ວ່າມັນ​ຈະ​ບໍ່​ເກີດ​ຂຶ້ນ​ອີກ.”

​ເທົ່າ​ທີ່​ຜ່ານ​ມາ ສະຫະລັດ​ໄດ້​ຕິຕຽນ​ການມີໜ້າຂອງຣັດ​ເຊຍ ຢູ່​ໃນ​ຊີ​ເຣຍ ​ແລະ​ໄດ້ປະຕິ ​ເສ​ດຊໍ້າ​ແລ້ວ​ຊໍ້​າອີກ ​ທີ່​ຈະ​ປະ​ຕິ​ບັດງານກັບກຳລັງ​ທະຫານຣັດ​ເຊຍຢູ່​ໃນ​ປະ​ເທດດັ່ງກ່າວ ຊຶ່ງ​ສະຫະລັດ​ໄດ້​ກ່າວ​ຫາ​ວ່າປະຕິ​ບັດ​ງານ​ຮ່ວມ​ກັບ​ປະທານາທິ ບໍດີ​ຊີ​ເຣຍ ທ່ານ Bashar al-Assad ​ເພື່ອ​ເຮັດ​ໃຫ້​ອຳນາດ​ຂອງ​ທ່ານ​ເຂັ້ມ​ແຂງ​ ​ຂຶ້ນຕື່ມ​ນັ້ນ.

ການ​ຖີ້ມລະ​ເບີດ​ໃນ​ວັນ​ພະ​ຫັດ​ວານ​ນີ້ມີ​ທ່າ​ທາງ​ວ່າຈະ​ທົດ​ສອບ​ເບິ່ງ​ຄວາມສຳພັນ ​ທີ່​ຊຸດ​ໂຊມ​ຢູ່​ແລ້ວ ລະ​ຫວ່າງສະຫະລັດ​ແລະຣັດ​ເຊຍ ​ແລະ​ໄດ້​ເກີດ​ຂຶ້ນ​ນຶ່ງ​ມື້​ຫລັງ​ຈາກລັດຖະມົນ ຕີ ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ເຕືອນຣັ​ດ​ເຊຍ ​ແລະ​ຊີ​ເຣຍ​ໃຫ້​ນັບຖື​ສັນ ຍາ​ຢຸດ​ຍິງ ທີ່​ໄດ້​ລົງ​ນາມ​ໂດຍສາມ​ປະ​ເທດ​ໃນ​ຕົ້ນ​ປີ​ນີ້.

ທ່ານ Kerry ກ່າວ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ນີ້ ຫລັງ​ຈາກ​ພົບ​ປະ​ກັບ​ບັນດາ​ເຈົ້າໜ້າ​ທີ່​ອີຣ່ານວ່າ “ຣັ​ດ​ເຊຍ​ຕ້ອງ​ເຂົ້າ​ໃຈ​ວ່າ ຄວາມ​ອົດທົນ​ຂອງ​ພວກ​ເຮົາ​ບໍ່​ແມ່ນ​ວ່າ​ບໍ່​ມີ ຂີດ​ຈຳ​ກັດ. ​ໃນ ຄວາມ​ຈິງ​ແລ້ວ ມັນ​ຈຳກັດ​ທີ່​ສຸດ​ ກ່ຽວກັບ​ວ່າ ທ່ານ Basha al-Assad ຈະ​ເປັນ​ຜູ້​ຮັບຜິດຊອບຫລື​ບໍ່​ເທົ່າ​ນັ້ນ.”

ກອງທັບ​ສະຫະລັດ​ໄດ້​ປະ​ຕິ​ບັດ​ງານ ​ໃນ​ໂຄງການ​ເຝິກ​ແອບຢູ່​ໃນ​ຊີ​ເຣຍນັບ​ແຕ່​ປີ 2015 ​ເປັນຕົ້ນມາ ​ເພື່ອ​ເຝິກ​ພວກ​ຕໍ່ຕ້ານ​ລັດຖະບານທີ່​ນິຍົມ​ແນວທາງ​ປານ​ກາງສູ້ລົບ​ກັບ​ກຸ່ມ​ລັດ​ອິສລາມ. ​ໂຄງການ​ດັ່ງກ່າວ​ປະສົບ​ຜົນສຳ​ເລັດທີ່​ຈຳກັດ ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດສະ ຫະລັດ ບັດ​ນີ້​ໄດ້​ປ່ຽນ​ຍຸດ​ທະ​ສາດ​ເພື່ອ​ປະ​ຕິບັດ​ງານໃນ​ຂອບ​ເຂດ​ຈຳກັດກັບພວກ​ຕໍ່​ຕ້ານ​ລັດຖະບານຈຳນວນ​ນຶ່ງແທນ​ທີ່ກັບໝົດທຸກໆ ໜ່ວຍ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG