ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີກ 100 ຄົນ ຍັງ​ຫາບໍ່ພົບ ​ໃນອຸບັດເຫດເຮືອຫຼົ້ມ ທີ່ຣັດເຊຍ


ພວກເຮືອກູ້ໄພທີ່ຊ່ອຍພວກທີ່ຮັບເຄາະຈາກເຮືອຫຼົ້ມໃນ Volga
ພວກເຮືອກູ້ໄພທີ່ຊ່ອຍພວກທີ່ຮັບເຄາະຈາກເຮືອຫຼົ້ມໃນ Volga

ທາງ​ການຣັດ​ເຊຍກ່າວ​ວ່າ​ ​ມີໂອກາດນ້ອຍ​ຫລາຍ ທີ່​ຈະ​ໄດ້​ຄົ້ນ​ພົບ​ເຫັນ​ພວກ​ທີ່​ລອດ​
ຊີວິດຕື່ມ​ອີກ ​ຈາກ​ເຮືອ​ໂດຍສານທີ່​ຫຼົ້ມນັ້ນ ຍ້ອນ​ບັນທຸກພວກ​ນັກ​ທ່ອງ​ທ່ຽວເກີນ​ກໍານົດ
ນັ້ນ ໃນ​ວັນ​ອາທິດວານ​ນີ້ ທີ່​ແມ່​ນໍ້າ Volga ທີ່​ພາໃ​ຫ້ປະມານ 100 ຄົນຍັງ​ຫາຍສາບ
​ສູນ​ຢູ່. ມີ​ພຽງແຕ່ 9 ສົບ ທີ່​ພົບ​ເຫັນ​ໃນ​ເວລາ​ນີ້.

ມີ​ປະມານ 80 ຄົນ​ທີ່​ຖືກຊ່ອຍ​ເຫຼືອມາ​ໄດ້ ​ຫຼື​ບໍ່ ກໍ​ລອຍ​ເຂົ້າ​ຝັ່ງເອງ.

ເຈົ້າ​ໜ້າ​ທີ່​ທາງ​ການຢ້ານວ່າ ພວກ​ຜູ້​ໂດຍສານ​ທີ່​ຍັງ​ຫາ​ບໍ່​ພົບ​ນັ້ນ ຫລາຍ​ຄົນອາດ
ແມ່ນ​ພວກ​ເດັກ​ນ້ອຍ.

ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ເວົ້າ​ວ່າ ​ເຮືອ​ທີ່​ບັນທຸ​ກ​ຜູ້​ໂດຍສານເກີນ​ກໍານົດ​ນັ້ນ​ແມ່ນເຮືອ
ທີ່​ເກົ່າ​ຫລາຍ ທີ່ເລີ່​ມອຽງ​ຂ້າງ​ໃນ​ທັນ​ທີ່​ແລ່ນອອກຈາກ​ທ່າ​ໄປ ທ່າ​ມກາງທີ່​ມີ​ຝົນ​ແລະ
ລົ​ມນັ້ນ. ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ​ ​ເຮືອຈົມ​ລົງພາຍ​ໃນ​ບໍ່​ເທົ່າ​ໃດ​ນາ​ທີ່​ຕໍ່​ມາ​ ຊຶ່ງພາ​ໃຫ້
ທາງ​ຄະ​ນະ​ລູກ​ເຮືອ ມີ​ເວລາໜ້ອຍເກີ​ນ​ກ່ວາທີ່ກະທໍາ​ການ​ໃດໆໄດ້.

ເຮືອ​ໄດ້​ຫຼົ່ມ​ລົງໃນແມ່​ນໍ້າ Volga ປະມານ 750 ກິ​ໂລ​ແມດຫ່າງ​ຈາກນະຄອນຫລວງ
ມ​ອສກູ ໄປ​ທາງ​ພາກ​ຕະ​ເວັນ​ອອກ ​ໃນລັດ Tatarstan. ແມ່​ນໍ້າ Volga ແມ່ນໍ້າທີ່
ໃຫຍ່ທີ່ສຸດໃນພາກພື້ນ​ເອີໂຣບ ແລະເປັນແຫ່ລງທ່ອງທຽວທີ່ນິຍົມກັນຫລາຍ.

XS
SM
MD
LG