ໃນວັນພຸດວານນີ້ ຣັດເຊຍ ໄດ້ກີດກັນ ຮ່າງຖະແຫລງການສະບັບນຶ່ງ ຂອງສະຫະລັດ
ຢູ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ປະນາມການທົດລອງລູກສອນ
ໄຟ ຄັ້ງຫຼ້າສຸດ ຂອງເກົາຫຼີເໜືອ.
ຖະແຫລງການກ່າວວ່າ ກິດຈະກຳດ້ານລູກສອນໄຟຂີປະນາວຸດ ທີ່ຜິດກົດໝາຍ ຂອງ
ເກົາຫຼີເໜືອນັ້ນ ແມ່ນຈະນຳໄປສູ່ລະບົບການນຳສົ່ງອາວຸດນິວເຄລຍ ແລະ “ຈະເພີ່ມ
ຄວາມເຄັ່ງຕຶງຢ່າງໃຫຍ່ ຢູ່ໃນຂົງເຂດ ແລະ ແຫ່ງອື່ນໆ.”
ສະພາດັ່ງກ່າວ ຍັງຈະຮຽກຮ້ອງໃຫ້ເກົາຫຼີເໜືອ “ຍຸຕິໃນທັນທີ ການກະທຳທີ່ເປັນ
ການລະເມີດ ຕໍ່ມະຕິຕ່າງໆ ຂອງສະພາຄວາມໝັ້ນຄົງ ແລະ ໃຫ້ປະຕິບັດຕາມຢ່າງ
ຄົບຖ້ວນພັນທະຂອງຕົນ ພາຍໃຕ້ມະຕິເຫຼົ່ານີ້.”
ບັນດາສະມາຊິກ ຂອງສະພາດັ່ງກ່າວ ໄດ້ກ່າວວ່າ ພວກເພິ່ນມີຄວາມເປັນຫ່ວງວ່າ
ພຽງຢາງ ກຳລັງຫັນຊັບພະຍາກອນທັງຫຼາຍ ໄປໃສ່ການສ້າງລູກສອນໄຟ ແລະ
ລະເບີດຕ່າງໆ ໃນຂະນະທີ່ ປະຊາຊົນຍັງ “ຂາດແຄນສິ່ງຂອງທີ່ຈຳເປັນ ຕ່າງໆ.”
ຍັງບໍ່ເປັນທີ່ແຈ່ມແຈ້ງເທື່ອວ່າ ເປັນຍ້ອນຫຍັງ ຣັດເຊຍຈຶ່ງໄດ້ກີດກັນຖະແຫລງການ
ດັ່ງກ່າວ ຊຶ່ງມັນກໍເກືອບວ່າ ຄືກັນກັບ ຖະແຫລງການໃນເດືອນກຸມພາ ຂອງສະພາ
ຄວາມໝັ້ນຄົງ ທີ່ຣັດເຊຍ ກໍໄດ້ຮັບຮອງເອົາ ຊຶ່ງໄດ້ປະນາມການທົດລອງລູກສອນ
ໄຟຂີປະນາວຸດອື່ນໆ ຜ່ານມາ.
ແຕ່ບັນດານັກການທູດ ກ່າວວ່າ ມົສກູ ບໍ່ເຫັນດີນຳ ການນຳເອົາຂໍ້ຄວາມທີ່ວ່າ “ຜ່ານການເຈລະຈາ” ອອກຈາກຖະແຫລງການສະບັບຫຼ້າສຸດ ໃນເມື່ອເວົ້າ
ກ່ຽວກັບ ການແກ້ໄຂທາງດ້ານການທູດ ໃນເກົາຫຼີເໜືອ.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ມີແຜນການ ທີ່ຈະ
ທຳໜ້າທີ່ເປັນປະທານກອງປະຊຸມ ສະພາຄວາມໝັ້ນຄົງ ໃນສັບປະດາໜ້າ ກ່ຽວກັບ
ເກົາຫຼີເໜືອ. ສ່ວນເລຂາທິການໃຫຍ່ ທ່ານ Antonio Guterres ຈະ ແຈ້ງໃຫ້ບັນດາ
ສະມາຊິກ ຊາບ.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley
ໄດ້ເຕືອນ ເກົາຫຼີເໜືອ ໃນວັນພຸດວານນີ້ ບໍ່ໃຫ້ “ຫາເລື່ອງເກາະຜິດ” ກັບ ສະຫະລັດ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ