ການໃຊ້ໂທລະສັບມືຖື “ຢ່າງຫຼວງຫຼາຍ” ຂອງກອງທະຫານ ຣັດເຊຍ ໄດ້ນຳໄປສູ່ການໂຈມຕີວັນປີໃໝ່ທີ່ຮ້າຍແຮງຂອງ ຢູເຄຣນ ຕໍ່ຄ້າຍທະຫານໃນເມືອງທີ່ຖືກຄວບຄຸມໂດຍມົສກູ ໃນພາກຕາເວັນອອກຂອງ ຢູເຄຣນ, ອີງຕາມການກ່າວຂອງກະຊວງປ້ອງກັນປະເທດ ຣັດເຊຍ ໃນຕອນເຊົ້າວັນພຸດມື້ນີ້ຕາມເວລາໃນທ້ອງຖິ່ນ.
ກະຊວງໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ມັນເຫັນໄດ້ຊັດແລ້ວວ່າເຫດຜົນຫຼັກສຳລັບສິ່ງທີ່ໄດ້ເກີດຂຶ້ນແມ່ນການເປີດ ແລະ ໃຊ້ໂທລະສັບມືຖືສ່ວນຕົວຢ່າງຫຼວງຫຼາຍ ທີ່ຂັດຕໍ່ການຫ້າມນຳໃຊ້ ໃນຂອບເຂດທີ່ໃກ້ກັບອາວຸດຂອງສັດຕູ.”
ເຂົາເຈົ້າໄດ້ກ່າວຕື່ມວ່າ “ສິ່ງທີ່ວ່ານີ້ໄດ້ເຮັດໃຫ້ສັດຕູຕິດຕາມ ແລະ ພິຈາລະນາຈຸດທີ່ຕັ້ງຂອງທະຫານສຳລັບການໂຈມຕີດ້ວຍລູກສອນໄຟ.”
ຢູເຄຣນ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີໃນເມືອງ ມາກີບກາ ເມື່ອວັນຈັນທີ່ຜ່ານມາ. ກອງກຳລັງ ຣັດເຊຍ ໄດ້ຄວບຄຸມເມືອງດັ່ງກ່າວ ແລະ ໄດ້ຫັນປ່ຽນໂຮງຮຽນເປັນທີ່ພັກທະຫານ.
ພົນໂທ ເຊີເກ ເຊວຣິວກອບ ຂອງຣັດເຊຍ ໄດ້ກ່າວໃນຖະແຫຼງການທາງວິດີໂອທີ່ຖືກເປີດເຜີຍໂດຍກະຊວງໃນຕອນເຊົ້າວັນພຸດມື້ນີ້ວ່າ ຈຳນວນຜູ້ເສຍຊີວິດສູງສຸດໄດ້ເພີ່ມຂຶ້ນເປັນ 89 ຄົນຈາກທີ່ໄດ້ປະກາດ 63 ຄົນ ໃນວັນຈັນທີ່ຜ່ານມາ. ທ່ານໄດ້ກ່າວວ່າສົບຜູ້ເສຍຊີວິດແມ່ນໄດ້ຖືກພົບເພີ່ມເຕີມຢູ່ກ້ອງຊາກຫັກພັງຂອງຕຶກ, ອີງຕາມອົງການຂ່າວຝຣັ່ງ AFP.
ທ່ານໄດ້ກ່າວວ່າ “ຄະນະກຳມາທິການແມ່ນກຳລັງເຮັດວຽກເພື່ອສືບສວນສອບສວນສະຖານະການຕ່າງໆວ່າແມ່ນຫຍັງໄດ້ເກີດຂຶ້ນ.”
ນັກຂ່າວສົງຄາມຣັດເຊຍໄດ້ກ່າວວ່າ ພວກທະຫານໃນຖານທັບ ມາກີບກາ ປະກອບມີທະຫານ ຣັດເຊຍ ທີ່ຖືກເກນໃໝ່ເປັນສ່ວນໃຫຍ່, ອີງຕາມອົງການຂ່າວ AFP. ເຂົາເຈົ້າໄດ້ກ່າວຕື່ມວ່າພວກທະຫານແມ່ນປະຈຳການຢູ່ໃນຕຶກທີ່ບໍ່ໄດ້ຖືກປ້ອງກັນທີ່ຖືກທຳລາຍຍ້ອນລູກປືນທີ່ຖືກເກັບໄວ້ໃນບໍລິເວນຕຶກໄດ້ລະເບີດຂຶ້ນໃນການໂຈມຕີ.
ໃນວັນອັງຄານວານນີ້, ຜູ້ໄວ້ອາໄລໄດ້ເຕົ້າໂຮມກັນໃນຫຼາຍເມືອງ ຂອງແຂວງ ຊາມາຣາ ໃນພາກພື້ນ ໂວລກາ ບ່ອນທີ່ເປັນບ້ານຂອງທະຫານຈຳນວນນຶ່ງ.
ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວໃນຄຳປາໄສທາງວິດີໂອປະຈຳທຸກຄືນຂອງທ່ານໃນວັນອັງຄານວານນີ້ວ່າ ປະເທດຂອງທ່ານຕ້ອງການທີ່ຈະຂະຫຍາຍການປ້ອງກັນຂອງເຂົາເຈົ້າ. ທ່ານໄດ້ກ່າວອ້າງໃນສອງ ວັນທີ່ຜ່ານມາ ກ່ຽວກັບ ສິ່ງທີ່ທ່ານເຫັນດັ່ງກັບແຜນການຂອງ ຣັດເຊຍ ສຳລັບການໂຈມຕີຄັ້ງໃໝ່.