ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດເຊຍ ຖິ້ມໂທດ ໃສ່ ອິສຣາແອລ ເລື້ອງ ເຮືອບິນສອດແນມ ຂອງຕົນ ຖືກຍິງຕົກ ໃນຊີເຣຍ


ພາບຖ່າຍເມື່ອ ວັນທີ 23 ກໍລະກົດ 2006 ສະແດງໃຫ້
ເຫັນຮູບເຮືອບິນ IL-20M (Ilyushin 20m) ຂອງຣັດ
ເຊຍ ບິນລົງຢູ່ທີ່ແຫ່ງ ບໍ່ຮູ້ຈັກທີ່ຕັ້ງ.
ພາບຖ່າຍເມື່ອ ວັນທີ 23 ກໍລະກົດ 2006 ສະແດງໃຫ້ ເຫັນຮູບເຮືອບິນ IL-20M (Ilyushin 20m) ຂອງຣັດ ເຊຍ ບິນລົງຢູ່ທີ່ແຫ່ງ ບໍ່ຮູ້ຈັກທີ່ຕັ້ງ.

ກະຊວງປ້ອງກັນປະເທດຂອງຣັດເຊຍ ກ່າວວ່າ ການກະທຳ "ທີ່ເປັນປໍລະປັກ" ຂອງ
ພວກນັກບິນລົບອາຍພົ່ນ ອິສຣາແອລ ເປັນເປັດພາໃຫ້ລະບົບປ້ອງກັນທາງອາກາດ
ຂອງຊີເຣຍ ຍິງເຮືອບິນສອດແນມທະຫານ ລຳນຶ່ງ ຂອງຣັດເຊຍ ຕົກ.

ໂຄສົກຂອງກອງທັບຣັດເຊຍ ພົນຕີ ອີກໍ ໂກນາສເຊັງໂກ ກ່າວໃນວັນອັງຄານມື້ນີ້ ວ່າ
ກຳລັງຂອງອິສຣາແອລ ໄດ້ທຳການໂຈມຕີຢູ່ແຂວງລາຕາເກຍ ຂອງຊີເຣຍ ເວລາ
ພວກເຂົາລີ້ຢູ່ທາງຫລັງຂອງເຮືອບິນຣັດເຊຍ ໂດຍໃຊ້ເຮືອບິນລຳດັ່ງກ່າວ ເປັນບ່ອນ
ບັງລູກສອນໄຟຂອງຊີເຣຍ.

ທ່ານໂກນາສເຊັງໂກ ກ່າວວ່າ ລະບົບລູກສອນໄຟ S-200 ໄດ້ຍິງເຮືອບິນຣັດເຊຍຕົກ
ເຮັດໃຫ້ 15 ຄົນ ເສຍຊີວິດ.

ອິສຣາແອລ ແລະຣັດເຊຍ ໄດ້ໃຊ້ສາຍດ່ວນສຸກເສີນພິເສດ ມາເປັນເວລາຫຼາຍປີແລ້ວ
ເພື່ອແຈ້ງໃຫ້ຝ່າຍນຶ່ງຊາບ ກ່ຽວກັບການປະຕິບັດງານທາງທະຫານຂອງຕົນ ຢູ່ໃນຂົງ
ເຂດ ເພື່ອປ້ອງບໍ່ໃຫ້ເກີດການປະທະກັນ. ແຕ່ທ່ານ ໂກນາສເຊັງໂກ ກ່າວວ່າ
ອິສຣາແອລ ແຈ້ງໃຫ້ຣັດເຊຍຊາບ ພຽງແຕ່ນຶ່ງນາທີເທົ່ານັ້ນ ກ່ອນທີ່ຈະເລີ້ມການປະ
ຕິບັດງານຂອງຕົນ ໂດຍເຮັດໃຫ້ເຮືອບິນຣັດເຊຍ ບໍ່ມີເວລາພຽງພໍ ທີ່ຈະໜີອອກໄປ
ຈາກເຂດດັ່ງກ່າວ.

ທ່ານເອີ້ນການກະທຳຂອງອິສຣາແອລ ວ່າ "ຂາດຄວາມຮັບຜິດຊອບ" ແລະ ເວົ້າວ່າ
ຣັດເຊຍ ຈະມີ "ການຕອບໂຕ້ທີ່ເໝາະສົມ."


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG