ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ເລີີ້ມຖອນທະຫານ ອອກຈາກ ຊີເຣຍ


ຣູບພາບຖ່າຍຈາກ ເຮືອບິນສັງເກດການນໍເວ ສະແດງໃຫ້ເຫັນວ່າ ກຳປັ່ນບັນທຸກເຮືອບິນຣັດເຊຍ Admiral Kuznetsov ແລ່ນຢູ່ໃນນ່ານນໍ້າສາກົນ.
ຣູບພາບຖ່າຍຈາກ ເຮືອບິນສັງເກດການນໍເວ ສະແດງໃຫ້ເຫັນວ່າ ກຳປັ່ນບັນທຸກເຮືອບິນຣັດເຊຍ Admiral Kuznetsov ແລ່ນຢູ່ໃນນ່ານນໍ້າສາກົນ.

ຣັດ​ເຊຍເລີ້ມຖອນ​ກຳລັງແລະ​ຊັບພະຍາກອນ​ທາງທະຫານຂອງ​ຕົນອອກຈາກ​ຊີ​ເຣຍ. ຜູ້ ​ບັນຊາ​ການ​ທະຫານຣັດ​ເຊຍ ທ່ານ Valery Gerasimov ກ່າວໃນ​ວັນ​ສຸກ​ມື້​ນີ້​ວ່າ “​ເພື່ອ​ໃຫ້​ເປັນ​ການ​ສອດຄ່ອງ​ ກັບການ​ຕັດສິນ​ໃຈ​ ຂອງ​ຜູ້​ບັນຊາ​ການ​ສູງ​ສຸດ​ ຂອງ​ກອງທັບຣັ​ດ​ເຊຍ​ ທ່ານ Vladimir Putin ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ກຳລັງ​ເລີ້ມ​ຫລຸດຜ່ອນ​ກຳ ລັງ​ທະຫານ ​ທີ່ປະຈຳການຢູ່ໃນຊີ​ເຣຍ.

ທ່ານ Gerasimov ກ່າວ​ວ່າ ກຳ​ປັ່ນ​ບັນທຸກ​ເຮືອບິນພົນ​ເອກ Kuznetsov ​ແລະ​ພວກກຳ​ປັ່ນ​ອາລັກຂາຈະ​ຖອນ​ອອກ​ເປັນ​ຈຸ​ທຳ​ອິດ.

ມົສກູ​ເປັນ​ພັນທະ​ມິດ​ທີ່​ສຳຄັນ​ຂອງປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ທີ່
ພວມ​ປະສົບ​ກັບ​ໄພສົງຄາມ​ກາງ​ເມືອງ.

ກຳລັງ​ທະຫານຣັ​ດ​ເຊຍ​ໄດ້​ເປັນ​ກະ​ແຈ​ສຳຄັນ ​ໃນ​ການ​ຂັບ​ໄລ່​ພວກ​ຕໍ່​ຕ້ານ​ລັດຖະບານ​ອອກ​ຈາກ​ເມືອງ Aleppo ​ໃນ​ເດືອນ​ແລ້ວ​ນີ້ ອັນ​ເປັນ​ໄຊຊະນະຍິ່ງ​ໃຫຍ່​ແກ່ລັດຖະບານຊີ​ເຣຍ ມາ​ໄດ້​ຫລາຍ​ກວ່າ​ຫ້າ​ປີ​ຂອງ​ສົງຄາມກາງ​ເມືອງ.

ມົສກູ ໄດ້​ປະກາດ​ຢຸດ​ຍິງລະຫວ່າງ​ກຳລັງລັດຖະບານ ​ແລະ​ບັນດາ​ກຸ່ມ​ຕໍ່ຕ້ານ​ລັດຖະບານ​ຈຳນວນ​ນຶ່ງ ​ເວລາ​ນີ້​ກຳລັງ​ເປັນ​ຜູ້​ມີບົດບາດ​ສຳຄັນ​ໃນ​ຄວາມ​ພະຍາຍາມ​ ​ເພື່ອ​ເປີດ​ການ
ສັນຕິ​ພາບ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Russia Syria
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG